ຄະນະກຳມະການຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມປະເມີນໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ ແລະຫ້ອງ ຂ ໃນວັນທີ 5 ມັງກອນ ແລະວັນທີ 6 ມັງກອນ ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ ແລະຫ້ອງ ຂ ຢູ່ສະໂມສອນ ສມປຊ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ຄຳໃບ ມາລາສິງ ກຳມະການຄະນະພັກ, ຮອງຄະນະກຳມະການຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມດ້ວຍຄະນະ, ເຂົ້າຮ່ວມມີ ຕາງໜ້າເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ, ລະບົບປະລິນຍາໂທ ແລະລະບົບອະນຸປະລິນຍາ ເຂົ້າຮ່ວມ.

ໃນພິທີ ສະຫາຍ ວຽງເພັດ ສິມຄຳສານ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ, ສະຫາຍ ຕຶມ ອິນທິສານ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ຂ, ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ ແລະ ສະຫາຍ ນິລັນ ເນົາທະວົງ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ຊຶ່ງທັງ 4 ສະຫາຍ ໄດ້ຜ່ານບົດລາຍງານການເມືອງຕະຫຼອດໄລຍະຂອງການນຳພາ-ຊີ້ນຳ ຈັດຕັ້ງການປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະຜ່ານມາ ແລະເນື້ອໃນບົດສະຫຼຸບໄດ້ສັງລວມສ່ອງແສງໃຫ້ເຫັນວ່າຄະນະໜ່ວຍພັກໄດ້ເອົາໃຈໃສ່ຄົ້ນຄວ້າ, ນຳພາ, ເຊື່ອມຊືມ ໃຫ້ແກ່ສະມາຊິກພັກ ຖືເອົາວຽກງານການເມືອງແນວຄິດເປັນກົກ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້

ສະມາຊິກພັກ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກວາງອອກ, ສຳຫຼວດກວດກາ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນ ຮັບປະກັນໄດ້ຄວາມເປັນເອກະພາບສາມັກຄີພາຍໃນພັກ,  ຄະນະໜ່ວຍພັກໄດ້ຢືດໝັ້ນ ແລະປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະປັບປຸງການຈັດຕັ້ງພັກໃຫ້ໜັກແໜ້ນ, ເຂັ້ມແຂງ ທັງຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ, ຖືສຳຄັນໃນການປະຕິບັດລະບອບດຳເນີນຊີວິດການເມືອງ, ປະຈຳເດືອນ, ປະຈໍາປີຢ່າງເປັນປົກກະຕິ, ເອົາໃຈໃສ່ຕາມຫຼັັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ມີການແບ່ງງານພາຍໃນຄະນະພັກ, ສະມາຊິກພັກ, ບຸກຄົນຮັບຜິດຊອບຕາມແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະນິຕິກຳຕ່າງໆຢ່າງເຂັ້ມງວດ, ໄດ້ເອົາໃຈໃສ່ ແລະຖືສຳຄັນຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານບໍ່ມີເຫດການ ແລະບໍ່ມີປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນໜ່ວຍພັກ.

ຈາກ​ນັ້ນ​, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ຮ່ວມ​ກັນ​ປະກອບ​ຄຳ​ຄິດ​, ຄໍາເຫັນ​ໃສ່​ຕໍ່ກັບບົດລາຍງານເພື່ອເຮັດໃຫ້ເນື້ອໃນຮັດກຸມ ແລະຄົບຖ້ວນ.

ການປະເມີນໜ່ວຍພັກ, ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຄັ້ງນີ້ສາມາດສະຫຼຸບ ແລະຕີລາຄາເນື້ອໃນແຕ່ລະດ້ານມີຄື:

ສະຫາຍ ວຽງເພັດ ສິມຄຳສານ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ

– ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ

  1. ດ້ານການເມືອງ ສາມາດຕີລາຄາຜົນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກທີ່ຍາດມາໄດ້ແມ່ນ 1,95 ຄະແນນ,ຖ້າທຽບໃສ່ຕົວເລກທີ່ຄາດໝາຍ 1,90 ຄະແນນ ໄດ້ລື່ນຄາດໝາຍ 0,05 ຄະແນນ.
  2. ດ້ານແນວຄິດ ສາມາດຕີລາຄາຜົນການຈັດຕັ້ງປະຕິບັດຕົວຈິງ ຂອງໜ່ວຍພັກທີ່ຍາດມາໄດ້ແມ່ນ 1,45 ຄະແນນ, ຖ້າທຽບໃສ່ຕົວເລກທີ່ຄາດໝາຍ 1,45 ຄະແນນ ແມ່ນສາມາດປະຕິບັດໄດ້ບັນລຸຕາມຄາດໝາຍ.
  3. ດ້ານການຈັດຕັ້ງ ສາມາດຕີລາຄາຜົນການຈັດຕັ້ງປະຕິບັດຕົວຈິງ ຂອງໜ່ວຍພັກທີ່ຍາດມາໄດ້ແມ່ນ 1,45 ຄະແນນ, ຖ້າທຽບໃສ່ຕົວເລກທີ່ຄາດໝາຍ 1,42 ຄະແນນ ໄດ້ລື່ນຄາດໝາຍ 0,03 ຄະແນນ.
  4. ດ້ານແບບແຜນການນໍາພາ ສາມາດຕີລາຄາຜົນການຈັດຕັ້ງປະຕິບັດຕົວຈິງ ຂອງໜ່ວຍພັກທີ່ຍາດມາໄດ້ແມ່ນ 1,93 ຄະແນນ, ຖ້າທຽບໃສ່ຕົວເລກທີ່ຄາດໝາຍ 1,90 ຄະແນນ ໄດ້ລື່ນຄາດໝາຍ 0,03 ຄະແນນ.
  5. ດ້ານການນໍາພາປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາຜົນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກທີ່ຍາດມາໄດ້ແມ່ນ 2,91 ຄະແນນຖ້າທຽບໃສ່ຕົວເລກຄາດໝາຍ 2,85 ຄະແນນ ໄດ້ລື່ນຄາດໝາຍ 0,06 ຄະແນນ.

ຄະແນນລວມທັງໝົດ 5 ດ້ານເທົ່າກັບ 9,69 ຄະແນນ, ທຽບໃສ່ຄາດໝາຍທີ່ຕັ້ງໄວ້ເທົ່າກັບ

9,52 ຄະແນນ, ສາມາດປະຕິບັດໄດ້ລື່ນຄາດໝາຍ  0,17 ຄະແນນ.

– ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ຂ

ສະຫາຍ ຕຶມ ອິນທິສານ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ຂ
  1. ດ້ານການເມືອງ ສາມາດຕີລາຄາຜົນຕົວຈິງໄດ້ 1,91  ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,90 ຄະແນນ ແມ່ນລື່ນຄາດໝາຍ 0,01 ຄະແນນ.
  2. ດ້ານແນວຄິດ ສາມາດຕີລາຄາຜົນຕົວຈິງໄດ້ 1,42 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,30 ຄະແນນ ລື່ນຄາດໝາຍ  0,12 ຄະແນນ.
  3. ດ້ານການຈັດຕັ້ງ ສາມາດຕີລາຄາຜົນຕົວຈິງໄດ້  1,42 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນລື່ນຄາດໝາຍ 0,02 ຄະແນນ.
  4. ດ້ານແບບແຜນການນຳພາສາມາດຕີລາຄາຜົນຕົວຈິງໄດ້ 1,91  ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,90 ຄະແນນ ແມ່ນລື່ນຄາດ  ໝາຍ 0,01 ຄະແນນ.
  5. ດ້ານການນຳພາການປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາໝາກຜົນຕົວຈິງໄດ້   2,93 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 2,90 ຄະແນນ ແມ່ນລື່ນຄາດ   ໝາຍ 0,03 ຄະແນນ.

ລວມໝົດ 5 ດ້ານ = 9,58 ຄະແນນ (ຄາດໝາຍທີ່ຕັ້ງໄວ້ = 9,40 ຄະແນນ) ສາມາດປະຕິບັດໄດ້ລື່ນຄາດໝາຍ 0,18 ຄະແນນເທົ່າກັບ 1,91%.

ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ

– ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ

  1. ດ້ານການເມືອງ ສາມາດຕີລາຄາຜົນຕົວຈິງໄດ້ 1,95  ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,90 ຄະແນນ ແມ່ນລື່ນຄາດໝາຍ 0,05 ຄະແນນ.
  2. ດ້ານແນວຄິດ ສາມາດຕີລາຄາຜົນຕົວຈິງໄດ້ 1,42 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ລື່ນຄາດໝາຍ 0,2 ຄະແນນ.
  3. ດ້ານການຈັດຕັ້ງ ສາມາດຕີລາຄາຜົນຕົວຈິງໄດ້ 1,45 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນລື່ນຄາດໝາຍ 0,05 ຄະແນນ.
  4. ດ້ານແບບແຜນນໍາພາ ສາມາດຕີລາຄາຕົວຈິງໄດ້  1,95 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,90 ຄະແນນ ແມ່ນລື່ນຄາດໝາຍ 0,05 ຄະແນນ.
  5. ດ້ານການນຳພາການປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາ ຜົນຕົວຈິງໄດ້ 2,90 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 2,80 ຄະແນນ ແມ່ນລື່ນຄາດໝາຍ 0,10 ຄະແນນ.

ລວມໝົດ 5 ດ້ານ =9,67 ຄະແນນ (ຄາດໝາຍທີ່ຕັ້ງໄວ້= 9,4 ຄະແນນ) ສາມາດປະຕິບັດໄດ້ລື່ນຄາດໝາຍ 0,27 ຄະແນນ.

– ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ

ສະຫາຍ ນິລັນ ເນົາທະວົງ ເລຂາໜ່ວຍພັກຮາກຖານນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ
  1. ດ້ານການເມືອງ ສາມາດຕີລາຄາຜົນໃນການຈັດຕັ້ງປະຕິບັດຂອງໜ່ວຍພັກ 1,8 ຄະແນນ,ຄາດ ໝາຍສູ້ຊົນ 1,8 ຄະແນນໄດ້ຕາມແຜນການ.
  2. ດ້ານແນວຄິດ ສາມາດຕີລາຄາຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກປະຕິບັດໄດ້ 1,40 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນແມ່ນບັນລຸຄາດໝາຍທີ່ວາງໄວ້.
  3. ດ້ານການຈັດຕັ້ງ ສາມາດຕີລາຄາຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກປະຕິບັດໄດ້ 1,40 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນແມ່ນບັນລຸຄາດໝາຍທີ່ວາງໄວ້.
  4. ດ້ານແບບແຜນນໍາພາ ສາມາດຕີລາຄາຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກສາມາດຕີລາຄາໄດ້ 1,8ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ1,8 ຄະແນນ ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.
  5. ດ້ານການນຳພາການປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາໝາກຜົນຕົວຈິງໄດ້ 2,7 ຄະແນນ.

ລວມໝົດ 5 ດ້ານ = 9 ຄະແນນ.

ປະທານກອງປະຊຸມໄດ້ໂອ້ລົມຕໍ່ກັບໜ່ວຍພັກດັ່ງກ່າວ ແລະຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ນັ້ນທີ່ໄດ້ສ່ອງແສງໃຫ້ເຫັນເຖິງບັນດາ ສະຫາຍສະມາຊິກພັກພາຍໃນໜ່ວຍພັກ ທີ່ໄດ້ຍົກສູງສະຕິເປັນເຈົ້າການໃນການປະຕິບັດລະບຽບ, ແນວທາງຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນຄວາມເປັນເຈົ້າການປະຕິບັດການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຂອງພວກສະຫາຍ ເຊິ່ງເປັນຂີດໝາຍທີ່ດີ ແລະຄວນສືບຕໍ່ເສີມຂະຫຍາຍຜົນງານອັນນີ້ໃຫ້ດີຂຶ້ນຕື່ມໃນໜ່ວຍພັກຂອງຕົນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ