ການສຳມະນາຫົວຂໍ້: “ສ້າງປະຖົມປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ ສປປ ລາວ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິ ກຳ ໃນການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ປະເທດເຮົາ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ, ການປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ-ອາຈານ ໃຫ້ມີຄວາມຢ່າງເປັນລະບົບຄົບຊຸດ ແລະອຸດົມສົມບູນຍິ່ງຂຶ້ນ.

ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 28 ທັນວາ ພາຍໃຕ້ການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ປະທານສະພາວິທະຍາສາດ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີບັນດາຄະນະພັກ, ຄະນະອຳນວຍການ; ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະວິຊາ, ຮອງຄະນະວິຊາ ແລະພ້ອມດ້ວຍບັນດານັກວິທະຍາສາດ ແລະພະນັກງານ, ຄູ-ອາຈານ ຈຳນວນ 50 ກວ່າທ່ານ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງໄດ້ຈັດແບບຢູ່ຫ້ອງປະຊຸມ ແລະແບບອອນລາຍ.

ເຊິ່ງເນື້ອໃນບົດປະກອບຄຳເຫັນຂອງນັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນທີ່ສຳຄັນຄື: ຜ່ານພຶດຕິກຳໃນການຈັດຕັ້ງປະຕິບັດ 9 ປະຖົມປັດໄຈ ທີ່ສາມາດປະເມີນໄດ້ຜົນສໍາເລັດຄື: ພັກປະຕິບັດບົດບາດເປັນແກ່ນນຳໃນລະບົບການເມືອງ ແລະໄດ້ຮັບການປັບປຸງຕົນເອງທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະແບບແຜນວິທີນຳພາ.

ສຳເລັດໃນການປະຕິບັດບົດບາດ ພັກນຳພາ, ລັດຄຸ້ມຄອງ ແລະປະຊາຊົນເປັນເຈົ້າ. ການສ້າງອຳນາດລັດປະຕິວັດທີ່ເຂັ້ມແຂງໃນໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ປັບປຸງບູລະນະລັດ ປະຊາທິປະໄຕ ປະຊາຊົນໃຫ້ມີຄວາມເຂັ້ມແຂງເພື່ອແນໃສ່ເສີມຂະຫຍາຍທາດແທ້ ລັດປະຊາຊົນ ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ດ້ານເສດຖະກິດ ໄດ້ຢຶດໝັ້ນຖືເອົາການພັດທະນາເສດຖະກິດເປັນໃຈກາງ ຕິດພັນກັບການພັດທະນາສັງຄົມ ແລະການປົກປັກຮັກສາສິ່ງແວດລ້ອມໄປຕາມທິດພັດທະນາແບບຍືນຍົງ, ດຳເນີນນະໂຍບາຍສົ່ງເສີມຢ່າງແຂງແຮງກຳລັງແຮງຂອງທຸກພາກສ່ວນເສດຖະກິດທັງພາຍໃນ ແລະຕ່າງປະເທດ, ສ້າງເງື່ອນໄຂທີ່ຈຳເປັນເພື່ອກະຕຸ້ນການຂະຫຍາຍຕົວຂອງທຸລະກິດຂະໜາດນ້ອຍ, ຂະໜາດກາງແລະຂະໜາດໃຫຍ່ໄປພ້ອມໆກັນ ແລະປະຕິບັດນະໂຍບາຍອື່ນໆ.

ການສ້າງລະບົບລັດ ທີ່ມີຄວາມສັກສິດແມ່ນໄດ້ຮັບການບູລະນະຕະຫຼອດມາເຊິ່ງສ່ອງແສງໃຫ້ເຫັນແຈ້ງວ່າ ປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ຄ່ອຍໆ ຫັນເຂົ້າສູ່ລະບົບ, ຄວາມສັກສິດໄດ້ຮັບການຢັ້ງຢືນໃນພຶດຕິກຳຢ່າງຈະແຈ້ງ.

ການພັດທະນາຊັບພະຍາກອນມະນຸດໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າ, ໂດຍສະເພາະການສົ່ງເສີມໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານການສຶກສາຂັ້ນພື້ນຖານ. ການສຶກສາໄດ້ຮັບການພັດທະນາເປັນກ້າວໆ ນັບທັງດ້ານປະລິມານ ແລະຄຸນນະພາບ. ແນວທາງ ປກຊ-ປກສ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນກວ້າງຂວາງ ແລະຕໍ່ເນື່ອງໃນຂອບເຂດທົ່ວປະເທດ; ການເຄື່ອນໄຫວ ແລະປັບປຸງ-ກໍ່ສ້າງກຳລັງ ປກຊ-ປກສ ໄດ້ຮັບການຊີ້ນໍາບັນຊາຢ່າງແທດເຖິງ, ມີການສົມທົບແໜ້ນ ລະຫວ່າງ ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ການສ້າງບ້ານ-ກຸ່ມບ້ານພັດທະນາສູ້ຮົບຕິດລຽນ; ການພົວພັນກັບຕ່າງປະເທດເພີ່ມຂຶ້ນ, ສະແດງອອກແຈ້ງການພົວພັນຫຼາຍຝ່າຍ, ຫຼາຍລະດັບ, ການພົວພັນການທູດກັບຕ່າງປະເທດ ແລະການພົວພັນດ້ານພັກ ກັບພັກການເມືອງໃນໂລກ ແມ່ນໄດ້ເປີດກວ້າງອອກ ແລະອື່ນໆ. ປັດຈຸບັນ ສາມາດຢັ້ງຢືນໄດ້ວ່າການສ້າງປະຖົມປັດໄຈກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ແມ່ນການເລືອກເສັ້ນທາງເດີນທີ່ຖືກຕ້ອງ ແລະໄດ້ຮັບໝາກຜົນເປັນຮູບປະທຳໃນຕົວຈິງ.          ຜ່ານກອງປະຊຸມສຳມະນາໃນຄັ້ງນີ້ ນອກຈາກຈະເປັນການຄົ້ນຄວ້າ ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາ ທີ່ມີຊີວິດຊີວາແລ້ວ ຍັງຈະປະກອບສ່ວນເຂົ້າໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ, ກໍຄືການສ້າງບັນດາປະຖົມປັດໄຈທີ່ຄົບຖ້ວນ ເປັນພື້ນຖານໃຫ້ແກ່ການສ້າງພື້ນຖານ​ໂຄງ​ລ່າງທີ່ສົມບູນຍິ່ງຂຶ້ນ, ສາມາດຮັບປະກັນການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມທີ່ມີຄຸນນະພາບ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ