ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍ​າ​ສາດສາ​ກົນ 4 ສະ​ຖາ​ບັນພາຍ​ໃຕ້​ຫົວ​ຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດ ຕໍ່ກັບພາລະກິດປ່ຽນແປງໃໝ່ ແລະການພັດທະນາ ຢູ່ລາວ ແລະຫວຽດນາມ”ໄດ້ຈັດຕັ້ງຂຶ້ນຕາມຮູບແບບກອງປະຊູມທາງໄກ ໃນວັນທີ 27 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ທີ່ເຕັມໄປ​ດ້ວຍບັນຍາ​ກາດ​ອັນຄືກຄື່ນ, ບົນຈິດໃຈແລກປ່ຽນວິທະຍາສາດ, ກົງໄປກົງມາ ແລະມີຄວາມຮັບຜິດຊອບສູງນັ້ນ. ເຊິ່ງມັນໄດ້ສ່ອງ​​ແສງ​ໃຫ້ເຫັນ​​ເຖິງ​ບັນຫາຕ່າງໆ ເປັນຕົ້ນແມ່ນ: ທາງດ້ານທິດສະດີ ແລະພຶດຕິກຳ ທີ່ກ່ຽວ​ກັບ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ ແລະຄົນ (ມະ​ນຸດ) ທີ່​ມີ​ຕໍ່​​ການ​ພັດ​ທະ​ນາ ແລະພາ​ລະ​ກິດ​ປ່ຽນ​ແປງໃໝ່​ ຂອງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ. ໂດຍພາຍໃຕ້ການເປັນ ປະທານ ຮ່ວມຝ່າຍລາວ ແມ່ນ ທ່ານ ສອນທະນູ ທໍາມະວົງ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ, ຮອງປະທານ, ຜູ້ປະຈໍາການ ສະພາທິດສະດີສູນກາງພັກ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ຄໍາພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາທິດສະດີສູນກາງພັກ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ຝ່າຍ ຫວຽດນາມມີ ທ່ານ ບຸຍ ເຍີດກວາງ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ແລະໂດຍການເຂົ້າຮ່ວມຂອງ ທ່ານ ຫງຽວນ ຊັວນຖັງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາທິດສະດີສູນກາງພັກ ກອມມູນິດຫວຽດນາມ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮຈິມິ່ນ, ໂດຍມີພາກສ່ວນກ່ຽວທີ່ຂ້ອງເຂົ້າຮ່ວມ.

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ ຄັ້ງ​ນີ້ໄດ້​ຮັບ​ຟັງ​ບົດ​ປະ​ກອບ​ຄຳ​ເຫັນ​​ຈ​າກນັກ​ຄົ້ນ​ຄວ້າຂອງ 4 ສະ​ຖາ​ບັນ​ຂອງ​ພວກ​ເຮົາຈຳ​ນວນ 16 ບົດ. ນອກ​ຈາກນັ້ນບັນ​ດາ​ນັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ຍັງ​ສຸມ​ສະ​ຕິ​ປັນ​ຍາພ້ອມ​ກັນປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ​ສົນ​ທະ​ນາກັນ​, ແລກ​ປ່ຽນບົດ​ຮຽນໃນ​ແຕ່​ລະ​ບັນຫາ ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະກົງ​ໄປກົງ​ມາເຊິ່ງສ້າງຄວາມ​ກະຈ່າງ​​ແຈ້ງ​ທັງ​ໃນ​ແງ່​ທິດ​ສະ​ດີ​ວິທະຍາສາດ ​ແລະພຶດຕິ​ກຳ​​ອັນ​ເລິກ​ເຊິ່ງ, ມີ​ຄວາມ​ໝາຍ​ສໍາຄັນ ​ແລະສອດຄ່ອງ​ກັບ​ສະພາບ​ການຕົວ​ຈິງໃນ​ປັດ​ຈຸ​ບັນ.

ກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບກັນຢັ້ງ​ຢືນ​ຕື່ມ ​ທາງ​ດ້ານທິດສະດີ ກໍ​ຄືພຶດຕິກຳ​ຕົວ​ຈິງ ຕໍ່​ບົດ​ບາດ​ຄວາມ​ສຳ​ຄ​ັນ​ຂອງວັດ​ທະ​ນະ​ທຳ ແລະມະ​ນຸດຕໍ່​ພາ​ລະ​ກິດ​ປ່ຽນ​ແປ​ງໃໝ່ ແລະການ​ພັດ​ທະ​ນາ​ ຂອງ​ແຕ່​ລະ​ປະ​ເທດ, ຢັ້ງ​ຢືນ​ວ່າ: ວັດ​ທະ​ນະ​ທຳ ແລະມະ​ນຸດ ຍາມ​ໃດ​ກໍ​ເປັນ​ປັດ​ໄຈ​ສຳ​ຄັນຕັດ​ສິນ​ສະ​ຕາ​ກຳ​ ແລະເສັ້ນ​ທາງ​ກ້າວ​ເດີນຂອງ​ປະ​ເທດ ເຊິ່ງ​ສະ​ແດງ​ອອກ 4 ຈຸດຄື:

         ໜຶ່ງ, ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ ຕໍ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ບົດ​ຄົ້ນ​ຄວ້າ​ໃຫ້ເຫັນ​​​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງວັດ​ທະ​ນະ​ທຳ​ໃນ​ກາ​ນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຮອບ​ດ້ານ,  ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ສາ​ມາດ, ມີ​ລະ​ດັບ, ມີ​ສະ​ຕິ ແລະມີ​ຄວາມ​ຮັບ​ຜິດ​ຊອບສູງຕໍ່​ຕົນ​ເອງ, ຄອບ​ຄົວ, ສັງ​ຄົມ ແລະປະ​ເທດ​ຊາດ;

         ສອງ, ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ ແລະມະ​ນຸດ ຕໍ່ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ ດ້ານ​ເສດ​ຖະ​ກິດ: ບົດ​ຄົ້ນ​ຄວ້​າ​ໄດ້ຍົກໃຫ້​ເຫັນ​ເຖິງ ບົດ​ບາດ​ຂອງວັດ​ທະ​ນ​ະ​ທຳ ແລະຄົນ ເປັນ​ປັດ​ໄຈ​ສຳ​ຄັນ ແລະຫຼັກ ແຫຼ່ງ ​ໃນ​ການ​ພັດ​ທະ​ນາ​ເວົ້າ​ລວມ ເພາະ​ວັດ​ທະ​ນ​ະ​ທຳ​ ແລະມະ​ນຸດ ​ເປັນ​ກຳ​ແຮງ​ພາຍ​ໃນ, ເປັນ​ກຳ​ລັງ​ແຮງ​ຂອງ​ການ​ພັດ​ທະ​ນາເສດ​ຖະ​ກິດ;

         ສາມ, ບົດ​ບາດ​ຂອງວັດ​ທະ​ນະ​ທຳ ແລະມະ​ນຸດ ຕໍ່​ການ​ປົກ​ປັກ​ກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ໃນ​ບົດ​ຄົ້ນ​ຄວ້າ​ແມ່ນໃຫ້​ເຫັນເຖິງ ​ລະ​ບອບ​ລະ​ບຽບ​ການ ແລະ ວິ​ທີ​ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເຮັດ​ໃຫ້​ປະ​ຊາ​ຊົນ ແລະທົ່ວສັງ​ຄົມ ​ໃຫ້ມີ​ຄວາມຮັບ​ຮູ້ ແລະ​ຄວາມເຂົ້າ​ໃຈ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ​ກ່ຽວ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ ແລະຜົນ​ກະ​ທົບ​ຂອງ​ມັນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​, ຕໍ່ສັງ​ຄົມ​, ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ;

        

ສີ່, ບົດ​ບາດ​ຂອງວັດ​ທະ​ນະ​ທຳ ແລະມະ​ນຸດ ຕໍ່​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ​ຄົມ: ​ບົດ​ຄົ້ນ​ຄວ້າ​ໄດ້ຍົກໃຫ້​ເຫັນເຖິງບົດບາດວັດທະນາທໍາ, ​ຖ້າ​ຕ້ອງ​ການ​ໃຫ້​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ​ຄົມ ໄດ້​ດີ ກ່ອນ​ອື່ນ​ແມ່ນ​ຕ້ອງ​ກໍ່ສ້າງ​ຄົນ ໝາຍ​ຄວາມ​ວ່າ ຍາມ​ໃດ​ຄົນ​ກໍ​ແມ່ນ​ສູນ​ກາງ, ເປັນ​ກົກ​ເຄົ້າ​ຂອງ​ທຸກວຽກ​ງານ. ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ວິທະຍາສາດ​ໃນ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງນອກຈາກເປັນ​ການ​​ແລກປ່ຽນ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະພຶດຕິ​ກຳທີ່​ມີ​ຊີວິດ​ຊີວາ​ ແລ້ວຍັງ​ຈະ​ປະກອບ​ສ່ວນ​ເຂົ້າ​ໃນ​ການສ້າງ​ຄັງ​ສາງ​ດ້ານ​ທິດ​ສະ​ດີ​ໃຫ້​ແກ່​ສອງ​ພັກ, ສອງ​ລັດ ແລະຖັນ​ແຖວ​ນັກ​ຄົ້​ນ​ຄວ້າ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ. ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ ຄັ້ງ​ນີ້ຍັງ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ຂອງ​ສອງ​ພັກ, ສອງ​ລັດ ແລະສ​ະ​ຖາ​ບັນ​ຄົ້ນ​ຄວ້າ​ ຂອງ​ສອງ​ປະ​ເທດບົນ​ຈິດ​ໃຈ​ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອ​ງ​ຊາດ​ພວກ​ເຮົາ.

ຂ່າວ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ