ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດພິທີປາຖະກະຖາ ເຊື່ອມຊຶມ 4 ເອກະສານສຳຄັນ ເພື່ອຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນເນື້ອໃນຈິດໃຈໃນການເຕົ້າໂຮມຄວາມສາມັກຄີ.

ພິທີປາຖະກະຖາດັ່ງກ່າວ ໃຫ້ກຽດບັນລະຍາຍ ຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ເລຂາໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຊຶ່ງສະຫາຍໄດ້ເຜີຍແຜ່  4 ເອກະສານປະກອບມີ: 1). ວັນຊາດທີ 02 ທັນວາ ຄົບຮອບ 46 ປີ, 2). ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, 3). ຜົນສຳເລັດ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ 4). ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນປີ 2022. ທັງນີ້ເພື່ອຮັບປະກັນໃຫ້ສະມາຊິກພັກ, ພະນັກງານ, ຄູ-ອາຈານຂອງ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ເຂັ້ມງວດ, ໃຫ້ມີທັດສະນະຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊີວິດທີ່ຖືກຕ້ອງປອດໃສ ແລະໜັກແໜ້ນ ພ້ອມທັງເພີ່ມທະວີສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ, ຄູ-ອາຈານ ໄດ້ເຊື່ອມຊຶມກໍາແໜ້ນເອົາເນື້ອໃນຈິດໃຈ ແລະຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຮ່ອງຮອຍປະຫວັດສາດຂອງຜູ້ນຳ ແລະຜົນສຳເລັດຂອງການກໍ່ສ້າງທາງລົດໄຟ ແລະຍັງເປັນການຊຸກຍູ້ລະບອບແບບແຜນວິທີເຮັດວຽກຂອງສະມາຊິກພັກ, ພະນັກງານ. ພ້ອມທັງເສີມຂະຫຍາຍດ້ານດີ ແລະປັບປຸງແກ້ໄຂດ້ານອ່ອນ ແລະຂໍ້ຄົງຄ້າງໃຫ້ແທດເຖິງກັບການດຳລົງຊີວິດຕົວຈິງ.

ພິທີປາຖະກະຖາຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ໃນວັນທີ 30 ທັນວາ 2021 ເວລາ 8:30, ຜູ້ເຂົ້າຮ່ວມມີພະນັກງານ, ຄູ-ອາຈານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ