ໃນຕອນບ່າຍຂອງວັນທີ 17 ທັນວາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງ ຕາມຫົວຂໍ້ສະເພາະ  ໃຫ້ຜູ້ບໍລິຫານວິສາຫະກິດຂອງລັດ ຂັ້ນສູນກາງ ຊຸດທີ IV, ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ນາງ ໄກສອນ ຈັນສີນາ ກຳມະການຄະນະພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ສະຫຼຸບວ່າ: ຜ່ານການຈັດຕັ້ງປະຕິບັດຝຶກອົບຮົມໃນໄລຍະ 5 ວັນຜ່ານມາ (ແຕ່ວັນທີ 13 ທັນວາ ຫາ 17 ທັນວາ), ສາມາດສັງລວມໄດ້ດ້ານດີຂໍ້ສະດວກຍ້ອນໄດ້ຮັບການຕິດຕາມ ນຳພາ-ຊີ້ນຳຈາກຄະນະພັກ, ຄະນະນໍາ, ຄະນະຈັດຕັ້ງສູນກາງພັກ ໂດຍໄດ້ຮັບການເອົາໃຈໃສ່ນໍາພາ-ຊີ້ນຳຢ່າງໃກ້ຊິດ, ມີການປະສານງານກັນເພື່ອຈັດສົ່ງເປົ້າໝາຍຜູ້ເຂົ້າຝຶກອົບຮົມ, ຄູ-ອາຈານຜູ້ມີປະສົບການສູງເປັນຜູ້ບັນຍາຍເຮັດໃຫ້ມີຜົນສໍາເລັດເປັນຢ່າງດີ. ນອກຈາກການຊີ້ນຳທາງດ້ານເນື້ອໃນແລ້ວ, ຄະນະພັກ-ຄະນະນໍາ ແຕ່ລະພາກສ່ວນໄດ້ຖືສໍາຄັນໃນການຊຸກຍູ້ ແລະ ຕິດຕາມຢ່າງເລິກເຊິ່ງຮອບດ້ານສະແດງອອກການສ້າງເງື່ອນໄຂຈໍາເປັນສຳລັບການຝຶກອົບຮົມ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມຕັ້ງໃຈໃນການຄົ້ນຄວ້າສົນທະນາ ແລະ ຕັ້ງຄຳຖາມຕໍ່ຄູອາຈານ ຢ່າງກົງໄປ-ກົງມາ, ມີບັນຍາກາດອັນດີ ລະຫວ່າງ ຄະນະຮັບຜິດຊອບຊຸດຮຽນ, ຄູ-ອາຈານ ແລະ ຜູ້ເຂົ້າຝຶກອົບຮົມດ້ວຍກັນ; ສັງລວມແລ້ວຜົນໄດ້ຮັບລວມຂອງການຈັດຊຸດຝຶກອົບຮົມໃນຊຸດທີ IV ນີ້ ແມ່ນຢູ່ໃນລະດັບດີຫຼາຍ ເຊິ່ງເຫັນໄດ້ວ່າຜູ້ເຂົ້າຝຶກອົບຮົມທີ່ໄດ້ຜ່ານຄົບ 5 ວັນແມ່ນສາມາດເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດຕໍ່ຫົວໜ່ວຍທຸລະກິດຂອງລັດເພີ່ມສູງຂຶ້ນ, ສະແດງອອກໃນການຍົກໃຫ້ເຫັນບັນຫາທາງດ້ານພຶດຕິກໍາ ທີ່ທຸລະກິດຂອງຕົນປະເຊີນຢູ່ ເພື່ອເຍືອງໃສ່ທິດສະດີ ແລະເພື່ອໃຫ້ໝູ່ຄະນະ ແລະອາຈານເຫັນໄດ້ສະພາບຄວາມເປັນຈິງຂອງການດໍາເນີນທຸລະກິດຂອງລັດ. ພົ້ນເດັ່ນແມ່ນຜູ້ເຂົ້າຮ່ວມກ້າຮັບຜິດຊອບຕໍ່ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ໃນພິທີ ເພື່ອເປັນການຢັ້ງຢືນການຝຶກອົບຮົມ ຕະຫຼອດໄລຍະ 5 ວັນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ມອບໃບຢັ້ງຢືນໃຫ້ຜູ້ສຳເລັດການຝຶກອົບຮົມ ຈຳນວນ 37 ທ່ານ, ຍິງ 7 ທ່ານ. ພ້ອມທັງໂອ້ລົມ ແລະ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ສຳ​ມະ​ນາ​ກອນ ແລະວິທະຍາກອນຝືກ​ທຸກ​ຄົນ​ທີ່​ມີ​ຄວາມ​ຕັດສິນ​ໃຈ​ສູງ​ມີ​ຄວາມ​ອົດທົນ​ຜ່ານ​ຜ່າ ແລະເອົາໃຈໃສ່​ການ​ຮຽນ​-​ການ​ສອນ ​ສຳເລັດ​ຜົນ​ຕາມ​ຄາດ​ໝາຍ ແລະໄດ້​ຮຽກຮ້ອງ​ໃຫ້​ສຳມະນາກອນ​ທີ່​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຄັ້ງ​ນີ້​ນໍາ​ເອົາ​ເນື້ອ​ໃນ​ຈິດໃຈ ແລະບົດຮຽນ​ດັ່ງກ່າວນຳ​ໄປ​ໝູນ​ໃຊ້​ໃນ​ວິສາຫະກິດຂອງ​ຕົນ​ໃຫ້​ເກີດ​ປະໂຫຍດ​ຕໍ່ປະເທດຊາດຢ່າງ​ສູງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ

ຂ່າວອື່ນໆ