ເນື່ອງໃນໂອກາດວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ(13.12.1920-13.12.2021) ມາໃນຕອນເຊົ້າວັນທີ 13 ທັນວາ 2021 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ເຊິ່ງນຳພາໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຄະນະພັກ-ຄະນະນຳ, ພ້ອມດ້ວຍການນຳຫຼັກແຫຼ່ງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະຈັດຕັ້ງພິທີໄດ້ກ່າວເຖິງວີລະກຳອັນລ້ຳເລີດ, ຄຸນງາມຄວາມດີ ແລະການນໍາພາອັນປີຊາສາມາດຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຊີວິດຕະຫຼອດໄລຍະທີ່ເພິ່ນຖືກໍາເນີດມາເປັນຄົນ ເຊິ່ງປະທານ ໄກສອນ ພົມວິຫານ ໃນໃວທີ່ຫາກໍບັນລຸນິຕິພາວະ ກໍສໍາພັດໄດ້ເຖິງໂທດກໍາອັນລົ້ນຟ້າ ເຫຼືອແຜ່ນດິນຂອງລະບອບສັກດິນາທີ່ໄດ້ສຸມຫົວກັບພວກຈັກກະພັດລ່າເມືອງຂຶ້ນ ປຸ້ນສະດົມເອົາຊັບພະຍາກອນຂອງຊາດ, ກົດຂີ່ຂູດຮີດ ແລະປາບປາມປະຊາຊົນລາວບັນດາເຜົ່າທີ່ຮຽກຮ້ອງຄວາມເປັນທໍາໃນສັງຄົມ. ຕໍ່ກັບຊາຕະກຳຂອງປະເທດຊາດ ແລະປະຊາຊົນກຳລັງປະເຊີນກັບຄວາມຊົ່ວຮ້າຍຢູ່ນັ້ນ, ເຮັດໃຫ້ປະທານ ໄກສອນ ພົມວິຫານ ທີ່ຢູ່ໃນໃວໜຸ່ມສະກັນ ຕ້ອງໄດ້ປະລະ, ຫັນຫຼັງໃຫ້ກັບການຫຼິ້ນກິນ, ມ່ວນຊື່ນແບບໃວໜຸ່ມທົ່ວໄປ, ປະທານ ໄກສອນ ພົມວິຫານ ໄດ້ຫັນໜ້າສູ່ແສງສະຫວ່າງຂອງລັດທິມາກ-ເລນິນ ທີ່ກຳລັງສ່ອງແສງຊີ້ທິດເຍືອງທາງໃຫ້ກັບຂະບວນຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນ 3 ຊາດອິນດູຈີນ, ປະທານ ໄກສອນ ພົມວິຫານ ໄດ້ກະໂດດເຂົ້າສູ່ກະແສຟອງຂອງຂະບວນການຕໍ່ສູ້ຂອງປະຊາຊົນໂດຍບໍ່ລັງເລ ເປັນແກນນໍາເຕົ້າໂຮມກໍາລັງແຮງຂອງມະຫາຊົນ ນໍາພາສ້າງຕັ້ງກອງທັບປະຕິວັດເພື່ອເຮັດການຕໍ່ສູ້ດ້ວຍກໍາລັງອາວຸດ, ນໍາເອົາແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ແລະກົດເກນວິທະຍາສາດຂອງຍຸກສະໄໝ ມາບູລະນະເປັນແນວທາງການເມືອງຂອງພັກ, ນໍາພາສ້າງຕັ້ງພັກການເມືອງປະຕິວັດໃຫ້ເປັນພັກການເມືອງຂອງປະຊາຊົນຢ່າງແທ້ຈິງ, ວາງແນວທາງການຕ່າງປະເທດແຕ່ລະໄລຍະຖືກຕ້ອງສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນໃນໂລກທີ່ມີແນວຄິດເອກະລາດ ແລະກ້າວໜ້າ ສາມາດຍາດແຍ່ງເອົາການສະໜັບສະໜູນຢ່າງເຕັມສ່ວນໃນເວທີໂລກ ແລະພາກພື້ນ ເຮັດໃຫ້ກໍາລັງປະຕິວັດປົດປ່ອຍຊາດເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ ໂດຍບໍ່ມີສິ່ງໃດສາມາດຂວາງກັ້ນໄດ້ ພັກເຮົາຈຶ່ງໄດ້ກາລະໂອກາດ ພັນປີມີເທື່ອໜຶ່ງ ດ້ວຍການໂໝ່ງ 3 ບາດຄ້ອນຍຸດທະສາດ ໃສ່

ລະບອບສັກດິນາ ແລະລັດທິລ່າເມືອງຂຶ້ນໃຫ້ສິ້ນຊາກ,​ ແລ້ວສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ນໍາພາທົ່ວປວງຊົນປະຕິບັດ 2 ໜ້າທີ່ຍຸດທະສາດໄດ້ຢ່າງໝັ້ນຄົງ, ໃນສະພາບການທີ່ປະເທດຊາດໄດ້ຮັບຜົນກະທົບຢ່າງໜັກໜ່ວງໃນສົງຄາມຮຸກຮານ, ກໍາລັງການຜະລິດປະຖົມປະຖານ, ພື້ນຖານເສດຖະກິດຍັງອີງໃສ່ທຳມະຊາດ ແລະຫຼ້າຫຼັງ. ດັ່ງນັ້ນ, ເພື່ອເຮັດໃຫ້ລະບອບການເມືອງຂອງປະຊາຊົນມີຄວາມໝັ້ນຄົງ ແລະເຮັດລ້ອນໜ້າທີ່ໃນການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ, ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ນໍາພາໝູ່ຄະນະປ່ຽນແປງແນວທາງການເມືອງຂອງພັກທາງດ້ານເສດຖະກິດ ໂດຍນໍາໃຊ້ກົນໄກເສດຖະກິດຕະຫຼາດ ດ້ວຍຄວາມຈໍາໃຈ. ຈາກແນວທາງການເມືອງອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້ານັ້ນ ເຮັດໃຫ້ພັກປະຊາຊົນປະຕິວັດລາວ ໄດ້ນໍາພາທົ່ວປວງຊົນກອບກູ້ເອົາຊາດບ້ານເມືອງໃຫ້ລອດພົ້ນຈາກໄລຍະເວລາທີ່ຕົກຕໍ່າ ລົ້ມຈົມມາດົນນານ ກັບມາຢືນປາກົດໂຕໃນແຜນທີ່ ແລະເວທີໂລກອີກຄັ້ງໜຶ່ງ, ການປາກົດໂຕຂອງ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນການກົດໂຕປະເທດນ້ອຍ ດ້ອຍພັດທະນາ, ເສດຖະກິດທຳມະຊາດຫຼ້າຫຼັງ, ລະດັບການສຶກສາຂອງປະຊາຊົນສ່ວນຫຼາຍແມ່ນຍັງຕໍ່າ. ຍິ່ງໄປກວ່ານັ້ນ, ຊໍ້າພັດຢືນຢູ່ໜ້າດ່ານ ກັບປະເທດທີ່ມີລະບອບການເມືອງທີ່ແຕກຕ່າງກັນ. ສິ່ງເຫຼົ່ານັ້ນ, ກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງສໍາຫຼັບການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮົາ, ແຕ່ຍ້ອນວ່າປະເທດຊາດ ແລະປະຊາຊົນລາວເຮົາໄດ້ມີທຶນຮອນອັນປະເສີດຂອງຊາດໃນຮອບຫຼາຍຮ້ອຍຫຼາຍພັນປີ ນັ້ນຄື ມີຜູ້ນໍາພາທີ່ສະຫຼາດສ່ອງໃສ ປີຊາສາມາດ ແລະມີພັກການເມືອງທີ່ມີແນວທາງການເມືອງຍຶດໝັ້ນໃນຜົນປະໂຫຍດຂອງປະເທດຊາດ ແລະປະຊາຊົນເປັນຫຼັກ, ເດັດຂາດບໍ່ນໍາພາປະເທດຊາດ ແລະປະຊາຊົນເຂົ້າສູ່ພາວະທີ່ສ່ຽງໄພແບບໄຮ້ດຽງສາ. ດັ່ງນັ້ນ, ປະເທດຊາດ ຈາກທີ່ເກືອບບໍ່ມີຊື່ໃນແຜນທີ່ໂລກກາຍເປັນປະເທດທີ່ມີຖານະບົດບາດສໍາຄັນໃນເວທີພາກພື້ນ ແລະໃນເວທີໂລກ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບຍົກລະດັບໃນທຸກດ້ານໃຫ້ສູງຂຶ້ນເປັນກ້າວໆ, ໃນປີ 2021 ເປັນປີທີ່ສະພາບການໃນພາກພື້ນ ແລະໃນໂລກກໍາລັງໄດ້ຮັບຜົນກະທົບກັບການແຜ່ລະບາດພະຍາດໂຄວິດ 19, ມີຄວາມຂັດແຍ່ງທາງດ້ານການເມືອງໃນຫຼາຍປະເທດ, ມີການຂົ່ມຂູ່ກັນທາງດ້ານການທະຫານ ແລະເກີດມີສົງຄາມໃນບາງປະເທດ, ແຕ່ ສປປ ລາວເຮົາ ພັດຢືນຢູ່ໃນສະພາບການທີ່ເອື້ອອໍານວຍໃນການສ້າງສາພັດທະນາ, ມີການພົວພັນແບບປົກກະຕິ ແລະເປັນມິດກັບທຸກປະເທດໃນໂລກ, ອັນທີ່ດັງກ້ອງໄປທົ່ວໂລກ ກໍຄືໄດ້ເປີດການນໍາໃຊ້ລົດໄຟຟ້າຄວາມໄວສູງປະເທດທໍາອິດໃນອາຊຽນ ໃນວັນທີ 3 ທັນວາ ທີ່ຜ່ານມາ, ເຮັດໃຫ້ປະຊາຊົນລາວໄດ້ຮັບຄວາມສະດວກສະບາຍໃນການໄປມາແບບບໍ່ເຕີຍມີມາກ່ອນໃນປະຫວັດສາດຊາດລາວເຮົາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າສໍານຶກໃນບຸນຄຸນປະທານ ໄກສອນ ພົມວິຫານ ທີ່ໄດ້ນໍາພາປັບປຸງແນວທາງຂອງພັກໃຫ້ສອດຄ່ອງກັບກົດເກນພາວະວິໄສຂອງຍຸກສະໄໝແຕ່ລະໄລຍະ ເຮັດໃຫ້ປະເທດຊາດກ້າວເດີນໄປສູ່ຄວາມຈະເລີນກ້າວໜ້າ. ໃນພິທີອັນມີຄວາມໝາຍນີ້ຜູ້ເຂົ້າຮ່ວມໃນພິທີຕ່າງກໍຮູ້ສຶກຕື້ນຕັນໃຈ ແລະອາໄລຫາປະທານ ໄກສອນ ພົມວິຫານ ດ້ວຍການຢືນສະຫງົບນິ້ງເປັນເວລາ 1 ນາທີ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ

ຂ່າວອື່ນໆ