ໃນຕອນເຊົ້າ ວັນທີ 14 ທັນວາ 2021 ທີ່ ສະໂມສອນໃຫຍ່ ສະຖາບັນການເມືອງ ແລະການປົກຄອງ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງໄລຍະສັ້ນ 45 ວັນ ໃຫ້ພະນັກງານອົງການໄອຍະການປະຊາຊົນ ຊຸດທີ XI ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງຫົວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າຈາກກົມຄຸ້ມຄອງການຮຽນ-ການສອນ ສມປຊແລະນັກສໍາມະນາກອນຈາກອົງການໄອຍະການປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ການຮຽນທິດສະດີການເມືອງ ໃຫ້ພະນັກງານຫຼັກແຫຼ່ງ ຂອງອົງການໄອຍະການປະຊາຊົນ ໃນຄັ້ງນີ້ແມ່ນເພື່ອ ເພີ່ມຄວາມຮູ້ທາງດ້ານທິດສະດີ ເຮັດໃຫ້ກໍາໄດ້ແນວທາງປ່ຽນແປງໃໝ່ຂອງພັກເຮົາໃນແຕ່ລະໄລຍະ, ກໍາແໜ້ນແນວທາງຂອງພັກ, ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.

            ໃນພິທີທ່ານ ນ. ພອນເພັດ ອຸ່ນແກ້ວ ຫົວໜ້າສະຖາບັນຄົ້ນຄວ້າ ແລະຝຶກອົບຮົມໄອຍະການ ໄດ້ຂຶ້ນຜ່ານແຜນຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ຊຸດທີ XI ເຊິ່ງມີຜູ້ເຂົ້າຮັບການເຝິກອົບຮົມທັງໝົດ 60 ສະຫາຍ, ຍິງ 30 ສະຫາຍ, ການຝຶກອົບຮົມຄັ້ງນີ້ແມ່ນຈະເລີ່ມແຕ່ວັນທີ 14 ທັນວາ 2021 ຫາ 10 ກຸມພາ 2022 ຈຶ່ງຈະປິດລົງ, ເຊິ່ງຈະໄດ້ຂຶ້ນຫ້ອງຮຽນທັງໝົດ 275 ຊົ່ວໂມງ, ໃນ 5 ສາຂາວິຊາຄື: ປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະກໍ່ສ້າງພັກ. ເຊິ່ງອາຈານ ສມປຊ ຈະເປັນວິທະຍາກອນ ເຊິ່ງຄາດວ່າຜ່ານການເຂົ້າຮ່ວມຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງຕື່ມອີກ ເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ເຊິ່ງແມ່ນບົດຮຽນທີ່ສຳຄັນ; ເປັນການສ້າງ ແລະເພີ່ມທະວີຫຼັກໝັ້ນການເມືອງຂອງສະມາຊິກພັກ-ພະນັກງານໃຫ້ສູງກວ່າເກົ່າ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍຄືອຸດົມການຈຸດໝາຍປາຍທາງກ້າວສູ່ສັງຄົມນິຍົມ, ເປັນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງ, ສ້າງແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີສະຕິລະວັງຕົວສູງຕໍ່ທຸກເລ່ຫຼ່ຽມ ແລະກົນອຸບາຍຂອງສັດຕູ ເພື່ອກຽມພ້ອມຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ແລະປະຕິບັດ 2​ ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງສ້າງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ

ຂ່າວອື່ນໆ