ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ ໃຫ້ແກ່ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ IV ຖືວ່າຄົບຕາມກໍານົດເວລາທີ່ໄດ້ກໍານົດໄວ້ 15 ວັນ ທີ່ໄດ້ຈັດຂຶ້ນແຕ່ວັນທີ 22 ພະຈິກ ເປັນຕົ້ນມາ, ຊຸດຝຶກອົບຮົມຄັ້ງນີ້ມີສອງຫຼັກສູດ ຝຶກອົບຮົມທິດສະດີການເມືອງ (ສມປຊ) ແລະການບໍລິຫານຄຸ້ມຄອງລັດ ຈາກສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະຝຶກອົບຮົມ.

ພິທີປິດຊຸດຝຶກອົບຮົມດັ່ງກ່າວ, ໃຫ້ກຽດເປັນປະທານ ທ່ານ ຮສ ພູວົງ ອຸ່ນ​ຄຳ​ແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ­ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພາຍໃນ, ມີຕາງໜ້າຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດພິເສດຂອງຫຼັກ​ສູດຊຸດຝຶກອົບຮົມທິດສະດີການເມືອງ ແລະການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ ໃຫ້ແກ່ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະກໍາມະການພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ IV ແມ່ນນອນຢູ່ໃນໂຄງການຝຶກອົບຮົມ ປະຈໍາປີ 2021 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຂອງກະຊວງພາຍໃນ.

ທ່ານ ປອ ນ. ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມໄດ້ສະຫຼຸບລາຍງານວ່າ: ການຝຶກອົບຮົມເປັນເວລາ 15 ວັນນີ້ເຫັນວ່າ ສຳມະນາກອນ ມີຄວາມເອົາໃຈໃສ່, ມີຄວາມກະຕືລືລົ້ນໃນການຊອກຮູ້ຮ່ໍ່າຮຽນນໍາຄູ-ອາຈານ ເຊິ່ງມັນສະແດງອອກໃນການຕັ້ງຄຳຖາມ, ການປະກອບຄໍາຄິດຄໍາເຫັນເພື່ອແລກປ່ຽນບົດຮຽນຢ່າງຫ້າວຫັນ, ເປັນຂະບວນຟົດຟື້ນ ​ແລະ​ມີ​ເນື້ອ​ໃນ​ທີ່ອຸດົມສົມບູນທີ່​ສຸດ ທາງດ້ານ​ການ​ຈັດ​ຕັ້ງ​ຂອງ​ຫ້ອງໂດຍ​ປະ​ຕິ​ບັດ​ຕາມ​ມະ​ຕິ​ຕົກ​ລົງ​ວ່າ​ດ້ວຍ​ການ​ແຕ່ງ​ຄັ້ງ​ຄະ​ນະ​ຮັບ​ຜິດ​ຊອບ​ຫ້ອງ​ຮຽນ, ບັນ​ດາ​ທ່ານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງມີຄວາມໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ໄດ້​ເປັນຢ່າງດີ ຊຶ່ງສະ​ແດງ​ອອກ​ ຄະນະຫ້ອງໄດ້ມີການປະຊຸມ ແຕ່ງຕັ້ງຄະນະໜ່ວຍ ເພື່ອຕິດຕາມກວດກາຈໍານວນພົນໃນແຕ່ລະມື້, ມີການສະຫຼຸບບົດຮຽນ, ຮັກ​ສາ​ໄດ້​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ຫ້ອງ​ຮຽນ, ມີການປະຊຸມພາຍໃນຫ້ອງ ເພື່ອລາຍງານສະພາບການຮຽນ-ການສອນ ຕໍ່ຄູປະຈໍາຫ້ອງຢ່າງປົກກະຕິ, ມີຄວາມ​ສາ​ມັກ​ຄີ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ​ ກັນ, ມີ​ການ​ແລກ​ປ່ຽນ​ບົດ​ຮຽນ​-ປະ​ສົບ​ການ ຢ່າງ​ມີບັນຍາກາດຄຶກ​ຄື້ນ​ດີ ແລະຜົນ​ໄດ້​ຮັບຈາກການປະເມີນ​ລວມຂອງ​ການຈັດ​ຊຸດ​ຝຶກ​ອົບຮົມ​ໃນ​ຊຸດ​ທີ IV ນີ້ ​​ແມ່ນ​ຢູ່​ໃນ​ລະດັບ​ດີ ຫາ ດີ​ຫຼາຍ, ຕີ​ລາ​ຄາ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ເຂົ້າ​ຝຶກ​ອົບ​ຮົມສະ​ເລ່ຍ 85,13% (ດີເລີດ) ທາງ​ດ້ານ​ເນື້ອ​ໃນໂດຍລວມແລ້ວ, ເຫັນວ່າຜູ້​ເຂົ້າຝຶກ​​ອົບຮົມທີ່ໄດ້​ຜ່ານ​ຄົບ 15 ວັນ ແມ່ນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ສາມາດເຊື່ອມຊຶມກໍາ  ແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ກໍ​ຄື​ການ​ຍາດ​ແຍ່ງ​ເອົາ​ຄວາມ​ຮູ້​ນຳ​ຄູ-ອາຈານ, ເຊື່ອໝັ້ນຕໍ່ກໍາລັງແຮງ ແລະສະຕິປັນຍາຂອງອາຈານ​ສອນ, ກ້າຄິດ, ກ້າຕັ້ງບັນຫາ ແລະກ້າຮັບຜິດຊອບຕໍ່ການ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ ແລະ​ ກັນ.

ຊຶ່ງຜົນງານ ແລະຜົນສຳເລັດຂອງຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ຕາມຫົວຂໍ້ ແມ່ນມີຄຸນນະພາບ ແລະໜ້າເພິ່ງພໍໃຈຕໍ່ຜົນສໍາເລັດດັ່ງກ່າວກໍ່ຍ້ອນມີຄະນະພັກ, ຄະນະນໍາສະຖາບັນການເມືອງ ​ແລະ ການປົກຄອງແຫ່ງຊາດ, ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະຝຶກອົບຮົມ, ກະຊວງພາຍໃນ ​ແລະ ​ຄະນະ​ພັກບັນດາກະຊວງ, ອົງການທຽບເທົ່າ, ອ້ອມຂ້າງສູນກາງ ໄດ້ເອົາໃຈໃສ່ໃຫ້ການນຳພາ-ຊີ້ນຳຢ່າງໃກ້ສິດ, ມີ​ການປະສານສົມທົບກັນຢ່າງຕໍ່ເນື່ອງ​ ເພື່ອຈັດສົ່ງຄູ-ອາຈານ ຜູ້ມີປະສົບການສູງເຂົ້າຮ່ວມເປັນຜູ້ບັນຍາຍ ຈິ່ງເຮັດໃຫ້ມີຜົນສໍາເລັດເປັນຢ່າງດີ. ນອກຈາກ​ການ​ຊີ້​ນຳ​ທາງ​ດ້ານ​ເນື້ອ​ໃນ​ແລ້ວ, ຄະນະ​ພັກ-ຄະນະ​ນຳ​ ແຕ່​ລະ​ແຂວງ​ໄດ້​ຖື​ສຳຄັນ​ໃນ​ການນຳພາ-​ຊີ້ນຳ, ຊຸກ​ຍູ້ ​ແລະ ​ຕິດຕາມ​ຢ່າງ​ເລິກ​ເຊິ່ງຮອບດ້ານສະ​ແດງ​ອອກການ​ສ້າງ​ເງື່ອນ​ໄຂ​ ທີ່ຈໍາເປັນ​ສຳລັບ​ການ​ຝຶກ​ອົບຮົມ, ຊີວິດ​ການ​ເປັນ​ຢູ່, ການ​ໄປມາ​ຂອງ​ຜູ້​ເຂົ້າຮ່ວມ​ຝຶກ​ອົບຮົມ ເພື່ອເປັນການປ້ອງກັນການແຜ່ນລະບາດໂຄວິດ-19 ໄດ້ຮ້ອຍສ່ວນຮ້ອຍ.

ເພື່ອເປັນການຢັ້ງຢືນຜົນສຳເລັດການຝຶກອົບຮົມ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ມອບໃບຢັ້ງຢືນຝຶກອົບຮົມ ທິດສະດີການເມືອງ ແລະ ທ່ານ ປອ ທອງຈັນ ມະນີໄຊ ມອບໃບຢັ້ງຢືນຝຶກອົບຮົມການບໍລິຫານຄຸ້ມຄອງລັດ ຈຳນວນ 45 ທ່ານ, ຍິງ 3 ທ່ານ.

ທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ໃຫ້ທິດເຍືອງທາງ ແລະ ໂອລົມຕໍ່ກັບສຳມະນາກອນ ທີ່ສຳເລັດຝຶກອົບຮົມດ້ວຍໝາກຜົນອັນຈົບງາມ ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ຈຶ່ງໄດ້ຮຽກຮ້ອງມາຍັງບັນດາສະຫາຍທັງໝົດ ຈົ່ງພ້ອມກັນນຳເອົາບົດຮຽນ ແລະພຶດຕິກຳຕົວຈິງຈາກຊຸດຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຂະແໜງການຂອງຕົນໃຫ້ເກີດດອກອອກຜົນ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ໂດຍສະເພາະແມ່ນເອົາໃຈໃສ່ ບາງດ້ານຕື່ມຄື: ໜຶ່ງ: ບັນດາສະຫາຍໃນນາມເປັນຜູ້ບໍລິຫານສູງສຸດ ຂັ້ນເມືອງ-ນະຄອນ ທີ່ມີບົດບາດໃນການນຳພາ-ຊີ້ນຳທຸກດ້ານບັນດາ ສະຫາຍຈະຕ້ອງໄດ້ສຶກສາ, ຄົ້ນຄວ້າບົດຮຽນທີ່ໄດ້ຈາການຝຶກອົບຮົມຄັ້ງນີ້ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນຂອງແຕ່ລະບົດເອົາໄປໝູນໃຊ້ເຂົ້າໃນວຽກງານທີ່ຮັບຜິດຊອບໃຫ້ມີຄວາມເຂັ້ມແຂງ ແລະມີປະສິດທິພາບສູງຂຶ້ນ, ໂດຍສະເພາະການນຳພາແນວຄິດການເມືອງໃນທຸກຂົງເຂດ, ເຕົ້າໂຮມຄວາມສາມັກຄີ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ເຂົ້າສູ່ທ້ອງຖິ່ນຕົວຈິງ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນໃນແຕ່ລະໄລຍະ. ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃນທ້ອງຖິ່ນຕົນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ; ສອງ: ພ້ອມກັນນໍາເອົາບົດຮຽນທີ່ເຫັນວ່າເປັນບົດຮຽນ ແລະແທດ  ເໝາະຄັ້ງນີ້ໄປຖ່າຍທອດ ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນເມືອງ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຖືກຕ້ອງ ແລະ ຮັດກຸມຂຶ້ນທັງເປັນການພັດທະນາພະນັກງານ, ສະມາຊິກພັກ ໃຫ້ມີຄວາມເຂົ້າໃຈ ແລະຮັບຮູ້ ແນວທາງການເມືອງ, ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ; ສາມ: ນໍາເອົາໝາກຜົນສຳເລັດອັນຈົບງາມນີ້ ລາຍງານຕໍ່ຄະນະນຳຂອງພວກສະຫາຍ ເພື່ອຢັ້ງຢືນເຖິງຜົນສໍາເລັດການເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ແລະເງື່ອນໄຂອັນດີໃນຕໍ່ໜ້າ ໃນການພັດທະນາຂີດຄວາມສາມາດໃນການນໍາພາ-ຄຸ້ມຄອງຕໍ່ໄປ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ