ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຫຼັກສູດບຳລຸງຍົກລະດັບ, ຄວາມຮູ້ຄວາມສາມາດ ແລະທັກສະນະດ້ານຕ່າງໆ ໃຫ້ພະນັກງານຫຼັກແຫຼ່ງຂອງພັກ-ລັດໃນການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງ ສະບັບເລກທີ 072/ກມສພ, ລົງວັນທີ 14 ພຶດສະພາ 2019 ແລະມະຕິວ່າດ້ວຍການ ສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ, ສະບັບເລກທີ 073/ ກມສພ, ລົງວັນທີ 14 ພຶດສະພາ 2019;

ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ກ່າວຈຸດປະສົງ ແລະແຜນການຝຶກອົບຮົມວ່າ: ການເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ໃຫ້ແກ່ຜູ້ບໍລິຫານວິສາຫະກິດຂອງລັດຂັ້ນສູນກາງຄັ້ງນີ້ ແມ່ນເພື່ອສ້າງໃຫ້ຄະນະຜູ້ບໍລິຫານງານວິສາຫະກິດຂອງລັດ ເຊື່ອມຊຶມກ່ຽວກັບພື້ນຖານທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທິດສະດີການເມືອງ ແລະ ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ແລະເປັນການຍົກລະດັບຄວາມຮູ້ຄວາມສາມາດ ຂອງຄະນະບໍລິຫານງານວິສາຫະກິດຂອລັດ ໃຫ້ມີຄວາມໜັກແໜ້ນ ພ້ອມທັງເພີ່ມທະວີແບບແຜນ ແລະຄວາມສາມາດໃນການນຳພາ-ຊີ້ນຳ, ຍຶດໝັ້ນອຸດົມການຂອງພັກ ແລະປະຕິບັດຢ່າງເຂັ້ມງວດບັນດາຫຼັກການພື້ນຖານຂອງພັກ, ສາມາດປຸກລະດົມແນວຄວາມຄິດ ຂອງພະນັກງານໃນຫົວໜ່ວຍທຸລະກິດຂອງຕົນ ໃຫ້ມີຄວາມສາມັກຄີ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ-ລັດ ແລະພ້ອມນຳເອົາທິດສະດີໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນຢ່າງມີຫົວຄິດປະດິດສ້າງ ເຮັດໃຫ້ການພັດທະນາປະເທດຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ເວົ້າລວມ ເວົ້າສະເພາະກໍ່ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດຂອງລັດ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕື່ມອີກ.

ນອກນັ້ນ, ທ່ານຍັງໄດ້ກ່າວຕື່ມວ່າ: ຈຸດພິເສດການສ້າງເນື້ອໃນຫຼັກສູດຄັ້ງນີ້ປະກອບມີ 7 ຫົວຂໍ້ສະເພາະ ແລະໄດ້ຮັບການກຳນົດຢ່າງເປັນລະບົບ, ຜ່ານການລົງເກັບກຳຂໍ້ມູນຄວາມສອດຄ່ອງ ຂອງຫົວຂໍ້ໃນແຕ່ລະວິສາຫະກິດພາຍໃນປະເທດ ແລະໃນສະຖາບັນຕ່າງປະເທດ ໂດຍສະເພາະແມ່ນໃນສະຖາບັນການເມືອງ ແລະ ສະຖາບັນການປົກຄອງ ຈາກ ສສ ຫຽດນາມ ແລະ ສປ ຈີນ, ແຕ່ລະຫົວຂໍ້ໄດ້ມີການແຕ່ງຕັ້ງ ອາຈານຜູ້ຊ່ຽວຊານຮັບຜິດຊອບເນື້ອໃນ ແລະບັນນາທິການຕາມຂັ້ນຕອນ ແລະໄດ້ເປີດຊຸດຝຶກອົບຮົມຊຸດປະຖົມມະເລີກຂຶ້ນ ຢ່າງເປັນທາງການໃນເດືອນ ພະຈິກ ປີ 2019, ຫຼັງຈາກນັ້ນ ເນື້ອໃນຫຼັກສູດໄດ້ຮັບການປະເມີນຄືນ ແລະພັດທະນາຕື່ມອີກບາດກ້າວ.

ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ໃຫ້ທິດຊີ້ນຳ ແລະໂອ້ລົມຕໍ່ກັບສຳມະນາກອນ ແລະວິທະຍາກອນວ່າ:

ສຳລັບພະນັກງານ, ຄູ-ອາຈານ ທີ່ໄດ້ຮັບມອບໝາຍຂຶ້ນຫ້ອງ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ຖ່າຍເທຄວາມຮູ້, ຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ກຳນົດເປັນເນື້ອໃນການຮຽນ-ການສອນ ໃຫ້ມັນຈະແຈ້ງ, ເລິກເຊິ່ງຫັດກູມ, ຕີແຕກບັນຫາທີ່ຕັ້ງຂຶ້ນໃນພຶດຕິກໍາຕົວຈິງ, ນໍາເອົາບົດຮຽນທີ່ສະຫຼຸບຈາກ ພຶດຕິກຳມາຖ່າຍທອດໃຫ້ດີທີ່ສຸດ ເພື່ອໃຫ້ນັກສຶກສາຈະເອົາໄປເປັນບົດຮຽນ, ໝູນໃຊ້ເຂົ້າໃນພຶດຕິກຳ. ຄູ-ອາຈານ ຕ້ອງຕິດຕາມຢ່າງໃກ້ຊິດຊຸດຝຶກອົບຮົມ ເພື່ອຊອກຮູ້ບົດຮຽນຕົວຈິງຈາກນັກຝຶກອົບຮົມ, ພວກເພິ່ນມີຄວາມຮູ້, ຄວາມສາມາດໃນການບໍລິຫານທຸລະກິດຕົວຈິງ.

ສຳລັບນັກຝຶກອົບຮົມ ຂໍໃຫ້ຕັ້ງໃຈຕິດຕາມ, ຈົດກ່າຍ, ສົນທະນາຮູ້ສົມທຽບ ລະຫວ່າງ ທິດສະດີ ທີ່ໄດ້ຮັບຈາກຄູ-ອາຈານ ສົມທົບກັບບົດຮຽນພຶດຕິກໍາຕົວຈິງ ໃນການດຳເນີນທຸລະກິດ, ແລກປ່ຽນຄວາມຄິດເຫັນນຳກັນຢ່າງກົງໄປກົງມາຢ່າງເປີດເຜີຍ, ຈິງໃຈ ເພື່ອຊອກໃຫ້ເຫັນບັນຫາຕົວຈິງ ໃນການດໍາເນີນທຸລະກິດຂອງລັດ ເພື່ອນຳເອົາບັນຫາຕົວຈິງດັ່ງກ່າວໄປສະເໜີຕໍ່ການນຳພັກ-ລັດ ເພື່ອຊອກທາງອອກ, ວິທີແກ້ໄຂຮ່ວມກັນ, ເວົ້າແນວນີ້ ເພື່ອຊອກຫາຄວາມເປັນຈິງຂອງທຸລະກິດ, ຜ່ານມາພວກເຮົາຮັບຟັງຈາກຜູ້ຄຸ້ມຄອງມະຫາພາກ, ແຕ່ບໍ່ຮັບຮູ້ຄວາມເປັນຈິງຂອງຈຸລະພາກ.

ພິທີເປີດຊຸດຝຶກອົບຮົມດັ່ງກ່າວຈະດຳເນີນເປັນເວລາ 5 ວັນ (ວັນທີ 13-17 ທັນວາ 2021), ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ສູນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ