ຄະນະພັກ-ຄະນະຫ້ອງພ້ອມດ້ວຍນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງກໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອແລະເຜີຍແຜ່-ເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ລັດປະກອບມີ 04 ເອກະສານທີ່ສຳຄັນຄື:  ວັນສະຖາປະນາສປປລາວ (2 ທັນວາ 1975 –2 ທັນວາ 2021)  ຄົບຮອບ 46 ປີ; ວັນຄ້າຍວັນເກີດປະທານໄກສອນພົມວິຫານ (13.12.1920 –13.12.2021)  ຄົບຮອບ 101 ປີ, ວັນສາກົນເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ນ້ອຍແລະເອກະສານຜົນສຳເລັດໃນການສ້າງເສັ້ນທາງລົດໄຟລາວ-ຈີນ. ທີ່ຫ້ອງຮຽນ 105 (ຕຶກຈັດຕັ້ງ)  ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງປະລິນຍາຕີຮຸ່ນທີ XXV ຫ້ອງ ກໍ, ມີຄະນະພັກ, ຄະນະຫ້ອງ ແລະນັກສຶກສາພາຍໃນຫ້ອງ 52 ສະຫາຍ, ຍິງ 19 ສະຫາຍ ເຂົ້າຮ່ວມ.

ການປະຖະກະຖາເລົ່າມູນເຊື້ອ-ເຊື່ອມຊຶມເອກະສານຄັ້ງນີ້ແມ່ນໄດ້ຍົກໃຫ້ເຫັນເຖິງການເປັນຜູ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດໝົດຊີວິດຂອງເພິ່ນຈົນຮອດວິທນາທີສຸດທ້າຍ ເພື່ອປະເທດຊາດ ແລະປະຊາຊົນລາວບັນດາເຜົ່າ ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບໝູ່ຄະນະສ້າງຂະບວນການລາວຕໍ່ຕ້ານລັດທິລ່າເມືອງຂຶ້ນທັງແບບເກົ່າ ແລະໃໝ່, ນໍາພາສ້າງຕັ້ງກອງທັບປະຕິວັດ, ນໍາພາສ້າງຕັ້ງພັກການເມືອງປະຕິວັດທີ່ກ້າວໜ້າ ເພື່ອນໍາພາການຕໍ່ສູ້ກັບສັດຕູຜູ້ຮຸກຮານ ແລະສັກດິນາຜູ້ກົດຂີ່, ຍ້ອນປະທານ ໄກສອນ ພົມວິຫານ ເປັນຜູ້ກຳແໜ້ນທິດສະດີມາກ-ເລນິນ ເຊິ່ງເປັນທິດສະດີວິທະຍາສາດທີ່ກ້າວໜ້າຂອງຍຸກສະໄໝ ເຮັດໃຫ້ພັກການເມືອງທີ່ປະທານ ໄກສອນ ພົມວິຫານເປັນຜູ້ນໍາໜ້ານັ້ນ ໄດ້ວາງແນວທາງການເມືອງທີ່ຖືກຕ້ອງ ສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ, ໂດຍທຸກສິ່ງ ທຸກຢ່າງເພື່ອຄວາມເປັນເອກະລາດຂອງຊາດ ແລະເພື່ອສິດຄວາມເປັນເຈົ້າປະເທດຊາດ ແລະສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ດັ່ງນັ້ນ, ພັກເຮົາຈຶ່ງເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສາມາດຜ່ານຜ່າຄວາມຫຍຸ້ງຍາກຮ້ອຍອັນ ພັນແນວໃນໄລຍະຕໍ່ສູ້ ກໍ່ຄືໄລຍະຮັກສາເອກະລາດຂອງຊາດ ໂດຍປະທານ ໄກສອນ ພົມວິຫານ ເຫັນໄດ້ສິ່ງທ້າທາຍອັນໜັກໜ່ວງໃນໄລຍະນໍາພາປົກປັກຮັກສາ ແລະສ້າງສາປະເທດນັ້ນຄື ຄວາມອາດສາມາດນໍາພາຂອງພັກບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໄດ້ຂອງສັງຄົມ. ດັ່ງນັ້ນ, ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຈໍາໃຈນໍາພາໝູ່ຄະນະປ່ຽນແປງໃໝ່ແນວທາງການເມືອງ ເພື່ອມີການພົວພັນທາງດ້ານເສດຖະກິດກັບທຸກປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງ. ສິ່ງດັ່ງກ່າວນັ້ນ, ແມ່ນໄດ້ເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ຢືນຢູ່ໃນທ່າຂະຫຍາຍຕົວໃນທຸກດ້ານ ບໍ່ວ່າສະພາບການຂອງພາກພື້ນ ແລະໃນໂລກຈະມີຄວາມຂັດແຍ່ງ, ເຄັ່ງຕຶງ ແລະຂາບຂູ່ກັນກໍຕາມ, ອັນທີ່ຢັ້ງຢືນໃຫ້ເຫັນປະຈັກຕາກໍຄື ສປປ ລາວ ເຮົາ ໄດ້ເປີດນໍາໃຊ້ລົດໄຟຟ້າຄວາມໄວສູງ ເປັນຊາດທໍາອິດຂອງອາຊຽນ ໃນວັນທີ 3 ທັນວາ ທີ່ຜ່ານມາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະປະຊາຄົມໂລກ ຍ້ອງຍໍສັນສະເສີນຜົນສໍາເລັດດັ່ງກ່າວດັງກ້ອງໄປທົ່ວໂລກ ອັນໄດ້ນໍາຄວາມພາກພູມໃຈມາສູ່ປະຊາຊົນລາວໂດຍທົ່ວໜ້າ.

ນອກຈາກເນື້ອໃນຂ້າງເທິງນັ້ນ, ຍັງໄດ້ເຊື່ອມຊຶມເອກະສານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ເພື່ອສ້າງຈິດສໍານຶກໃຫ້ສະມາຊິກໃນຫ້ອງຮຽນໄດ້ເຂົ້າໃຈ ສິດເທົ່າທຽມສະເໝີພາບຍິງຊາຍ, ຫຼີກເວັ້ນການຈໍາແນກ ເລືອກປະຕິບັດກັບເພດຍິງ, ຕ້ານທຸກການກະທຳທີ່ເປັນການຢຽບເພດ ແລະໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເພດຍິງ ແລະເດັກນ້ອຍ, ຊຸກຍູ້ສົ່ງເສີມໃຫ້ເພດຍິງ ແລະເດັກນ້ອຍໄດ້ຮັບໂອກາດໃນການພັດທະນາຕົນເອງ ແລະນໍາໃຊ້ສິດທີ່ຊອບທຳຂອງເພດຍິງຢ່າງເຕັມສ່ວນ.

ນໍາພາແບ່ງຄວາມຮັບຜິດຊອບໃຫ້ຄະນະພັກ-ຄະນະຫ້ອງຜັດປ່ຽນກັນຂື້້ນເຜີຍແຜ່.

ພິທີໄດ້ດຳເນີນເປັນເວລາໜຶ່ງຕອນຂອງວັນທີ 07 ທັນວາ 2021

ຂຽນ/ພາບ: ວຽງທອງ ໄຊຍະຄົມ + ກວດແກ້: ໄມວ່າງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ