ໃນວັນທີ​ 29​ ກໍລະກົດ ​2021​ ນີ້​ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ​ ແລະ​ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ​ຄັ້ງທີ​ XI​ ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ​ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍເລຂາ,​ ຮອງເລຂາ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການພ້ອມດ້ວຍຄະນະ, ຫົວໜ້າກົມພ້ອມດ້ວຍຄະນະ, ຫົວໜ້າຄະນະຕ່າງໆ ພ້ອມດ້ວຍຄະນະ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງພ້ອມດ້ວຍຄະນະ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນພົມວິຫານພ້ອມດ້ວຍຄະນະ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມກັນຢ່າງພ້ອມພຽງ.

          ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວງປວງຊົນລາວ ທັງຊາດພວມອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຜູ້ແທນ​ທົ່ວປະເທດ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງຂະແໜງການຕົນຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຄັ້ງທີ IX. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂຶ້ນ ຈຸດປະສົງແມ່ນ ເຊື່ອມຊຶມຜັນຂະຫຍາຍມະຕິເຮັດໃຫ້ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຢ່າງເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍ;

          ໃນ​ກອງປະຊຸມ,​ ສະຫາຍ​ ຮສ ພູວົງ ອຸ່ນຄຳແສນ ໄດ້ເຜີຍແຜ່ເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ ຄັ້ງທີ XI ຂອງພັກ ຊຶ່ງເນື້ອໃນໄດ້ສ່ອງແສງເຖິງ ການເຄື່ອນໄຫວຂອງອຳນາດລັດໃຫ້ເຂັ້ມແຂງ ແລະ​ ມີປະສິດທິຜົນ; ຈັດຕັ້ງຜັນຂະຫຍາຍມະຕິຜູ້ແທນ​ທົ່ວປະເທດ ຄັ້ງທີ XI​ ຂອງພັກ​ ເຂົ້າສູ່ວຽກງານວິຊາສະເພາະຂອງ ສມປຊ ໃຫ້ເຊື່ອ​ມໂຍງ ແລ​ະ ເຊື່ອມຈອດກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກສະຖາບັນເຮົາ. ໃນນັ້ນພວກເຮົາຕ້ອງກຳແໜ້ນ 02 ບັນຫາ, 6 ທິດທາງ, 08 ຄາດໝາຍສູ້ຊົນ ແລະ 07 ໜ້າທີ່ຕົ້ນຕໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ​ ແລະ​ ສ້າງຄວາມຮັບຮູ້ໃໝ່, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຕັດສິນໃຈສູງ ແລະ ຍົກສູງຄວາມຮັບຜິດຊອບຂອງໜ່ວຍພັກຮາກຖານ ກໍ່ຄືພະນັກງານ, ຄູ-ອາຈານ, ສະມາຊິກພັກ ແລະບັນດາຊັ້ນຄົນໃນທົ່ວສັງຄົມ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ ຄັ້ງທີ XI ຂອງພັກໃຫ້ໄດ້ຮັບຜົນດີ.

          ໃນໂອກາດດັ່ງກ່າວ ສະຫາຍ​ ຮສ ພູວົງ ອຸ່ນຄຳແສນ ໄດ້ໂອ້ລົມຕໍ່ກອງປະຊຸມ ຕໍ່ກັບການເຊື່ອມຊຶມເນື້ອໃນເອກະສານໃນກອງປະຊຸມໃນຄັ້ງນີ້ ແມ່ນເຕັມໄປດ້ວຍເນື້ອໃນທີ່ມີຄວາມສຳຄັນ ໃນການກໍານົດບາດກ້າວເດີນທີ່ເປັນບາດລ້ຽວສຳຄັນ ແຫ່ງການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ເພື່ອນໍາພາທົ່ວພັກ-ລັດ, ທົ່ວປວງຊົນລາວທັງຊາດ ຮັບຮູ້ບັນດາເຫດການປະຫວັດສາດໃນເງື່ອນໄຂໃໝ່ຂອງການປະຕິວັດ ພັກເຮົາໄດ້ນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມປະເທດດ້ອຍພັດທະນາເທື່ອລະກ້າວ. ມາຮອດມື້ນີ້ການຄົ້ນຄວ້າເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ ຄັ້ງທີ XI ຂອງພັກ ແມ່ນໄດ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ວາງເອົາໄວ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ