ໃນວັນທີ 29 ກໍລະກົດ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີບັນດາ ທ່ານຮອງເລຂາພັກເມືອງຜູ້ຊີ້ນຳວຽກງານພັກ-ພະນັກງານ 7 ຕົວເມືອງ, ມີບັນດາພະແນກການຂອງແຂວງ ແລະມີບັນດາພະນັກງານ, ຄູ-ອາຈານ ເຂົ້າຮ່ວມໃນພິທີດັ່ງກ່າວ. ທ່ານ ປທ ຄຳຜຸຍ ໂນລາ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນສົກປີ 2020-2021 ແລະທິດທາງແຜນການ 2021-2022.

ໃນໄລຍະ 1 ປີຜ່ານມາ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຢ່າງເປັນປົກກະຕິ ແລະຕໍ່ເນື່ອງ ຈົນສາມາດເຮັດສຳເລັດໜ້າທີ່ໂດຍສະເພາະກໍແມ່ນການກໍ່ສ້າງ ແລະບໍາລຸງສ້າງພະນັກງານ ຂອງພັກ-ລັດ ພາຍໃນແຂວງຄື: ສຳເລັດຫຼັກສູດການຮຽນ-ການສອນລະບົບກໍ່ສ້າງຊັ້ນກາງ 2 ຊຸດ ຄື: ໄດ້ສຳເລັດຫຼັກສູດການຮຽນ-ການສອນ ລະບົບຊັ້ນກາງຮຸ່ນທີ 15 ຊຶ່ງສໍາເລັດໃນເດືອນ 1 ປີ 2020 ແລະ ຮຸ່ນທີ 16 ສໍາເລັດໃນເດືອນ 1 ປີ 2021. ມີນັກສຶກສາທີ່ຮຽນຈົບທັງໝົດ 129 ຄົນ, ຍິງ 29 ຄົນ ແລະປັດຈຸບັນ ພວມກໍາລັງດໍາເນີນການຮຽນ-ການສອນ ລະບົບຊັ້ນກາງຮຸ່ນທີ 17 ພາກຮຽນທີ 2 ມີນັກສຶກສາທັງໝົດ 65 ຄົນ, ຍິງ 16 ຄົນ; ສໍາລັບໂຄງການຫຼັກສູດລະບົບກໍ່ສ້າງຊັ້ນຕົ້ນໄດ້ 3 ຊຸດ ສາມາດຈັດຕັ້ງປະຕິບັດໄດ້ 1 ຊຸດຮຽນ, ມີນັກສຶກສາທັງໝົດ 65 ຄົນ, ຍິງ 25 ຄົນ. ໂຄງການຫຼັກສູດ 10 ວັນໄດ້ສຳເລັດ 1 ຊຸດ, ມີນັກສຶກສາທັງໝົດ 111 ຄົນ, ຍິງ 16 ຄົນ ທີ່ມາຈາກ 103 ບ້ານ.

ກອງປະຊຸມຍັງໄດ້ຕີລາຄາຄືນດ້ານດີ-ດ້ານອ່ອນໃນການຈັດຕັ້ງປະຕິບັດຫຼັກສູດໃນໄລຍະຜ່ານມາ ແລະພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະທິດທາງແຜນການໃນຕໍ່ໜ້າ ເຮັດໃຫ້ການຮຽນ-ການສອນຢູ່ໂຮງຮຽນໃຫ້ມີຄຸນນະພາບເທື່ອລະກ້າວ.

ໃນຕອນທ້າຍພິທີ ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນ 1 ປີຜ່ານມາ ພ້ອມທັງເນັ້ນໃຫ້ ຄະນະພັກ, ຄະນະໂຮງຮຽນຕ້ອງໄດ້ເອົາໃຈໃສ່ ເພີ່ມທະວີຄວາມເປັນເອກະພາບ ມີແບບແຜນເຮັດວຽກທີ່ມີວິທະຍາສາດ, ພ້ອມນັ້ນກໍ່ຕ້ອງໄດ້ຍົກສູງບົດບາດຂອງຄູໃຫ້ສູງຂຶ້ນ ແລະທ່ານຍັງໄດ້ເນັ້ນໜັກໃຫ້ບັນດາເມືອງ ແລະບັນດາພະແນກການ ໃຫ້ເອົາໃຈໃສ່ການຄັດເລືອກເອົາພະນັກງານເຂົ້້າມາຮຽນຕ້ອງເລືອກໃຫ້ຖືກເປົ້າໝາຍ ທີ່ຈະກໍ່ສ້າງເປັນພະນັກງານນຳພາ ແລະຄຸ້ມຄອງໃນຕໍ່ໜ້າ.

ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ອາຈານ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ