ກອງປະຊຸມໄດ້ລາຍງານສະພາບການເຄື່ອນໄຫວຂອງບັນດາ 3 ອົງການຈັດຕັ້ງມະຫາຊົນ ໄດ້ເປີດກອງປະຊຸມສະ ຫຼຸບການເຄື່ອນໄຫວວຽກງານປະຈຳໄຕມາດທີ II (4-5-6) ແລະຜ່ານທິດທາງແຜນການເຄື່ອນໄຫວປະຈຳໄຕມາດທີ III ປີ 2021; ຊຶ່ງມີຜູ້ເຂົ້້າຮ່ວມຄະນະບໍລິຫານງານສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ສມປຊ,ຄະນະບໍລິຫານງານສະຫະພັນແມ່ຍິງ ສມປຊ ແລະຄະນະກິລາ-ສິລະປະວັນນະຄະດີ, ຕາງໜ້າກົມຈັດຕັ້ງ-ພະນັກງານ, ພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ.

ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບ ແລະລາຍງານສະພາບການຈັດຕັ້ງການເຄື່ອນໄຫວຂອງບັນດາ 3 ອົງການຈັດຕັ້ງມະຫາຊົນ ທົ່ວ ສມປຊ ໃນແຕ່ລະເດືອນ (ປະຈຳໄຕມາດ II ປີ 2021), ສະພາບວຽກງານຕິດຕາມ ແລະກວດກາການປະຕິບັດວຽກງານກໍ່ສ້າງພັກ ແລະຂະຫຍາຍພັກ-ປ້ອງກັນພັກ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການປະຕິບັດລະບຽບການຕ່າງໆ ຂອງສະມາຊິກອົງການຈັດຕັ້ງມະຫາຊົນ ກໍຄືຂັ້ນເທິງໄດ້ວາງອອກຢ່າງເຂັ້ມງວດ ແລະວຽກງານຄຸ້ມຄອງການປະຕິບັດລະບຽບກອງທຶນກຳມະບານ, ການເສຍເງິນສະຕິ ໃຫ້ເປັນປົກກະຕິ ພ້ອມທັງແກ້ໄຂບັນຫາຄົງຄ້າງ (ຮັບ-ສົ່ງ) ເງິນຂອງກອງທຶນ.

ໃນກອງປະຊຸມດັ່ງກ່າວມີຊາວໜຸ່ມ, ສະຫະພັນກໍາມະບານ ແລະສະຫະພັນແມ່ຍິງ ໄດ້ຜ່ານບົດສະຫຼຸບລາຍງານການເຄື່ອນໄຫວ ນຳພາ-ຊີ້ນຳ ສະມາຊິກຂັ້້ນຂອງຕົນຢ່າງເປັນປົກກະຕິ ແລະຕໍ່ເນື່ອງຕິດພັນກັບທຸກຂະບວນການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານຕ່າງໆ ຂອງຕົນ, ເຮັດໃຫ້ແນວຄິດຖັນແຖວສະມາຊິກອົງການຈັດຕັ້ງມະຫາຊົນມີແນວຄິດອຸ່ນອຽງ, ທຸ່ນທ່ຽງ, ເຊື່ອໝັ້້ນຕໍ່ແນວທາງຂອງພັກ, ແຜນນະໂຍບາຍຂອງພັກ-ລັດ. ເວົ້າລວມ, ເວົ້າສະເພາະແມ່ນລະ ບຽບການຕ່າງໆ ຂອງອົງການຈັດຕັ້ງມະຫາຊົນ ທີ່ໄດ້ວາງອອກໃນແຕ່ລະໄລຍະ.

ນອກນັ້ນ, ກອງປະຊຸມຍັງໃຫ້ຮູ້ວ່າ: ສະມາຊິກຂອງບັນດາ 3 ອົງການຈັດຕັ້ງມະຫາຊົນ ຜູ້ທີ່ເປັນ ຄູ-ອາຈານ ກໍໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຄົ້ນຄວ້າແຕ່ງບົດສອນ, ເປັນກຳມະການສອບເສັງ, ເປັນຜູ້ແນະນໍາບົດ ແລະເປັນກຳມະການສອບເສັງ, ເປັນກຳມະການປ້ອງກັນວິທະຍານິພົນ ຕາມໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະໄດ້ປະກອບສ່ວນປັບປຸງເນື້້ອໃນຫຼັກສູດການຮຽນ-ການສອນຂອງແຕ່ລະວິຊາ, ສະມາຊິກຜູ້ເຮັດວຽກບໍລິຫານກໍຕັ້ງໜ້າປະຕິບັດໜ້າທີ່ຂອງຕົນດ້ວຍຜົນສຳເລັດເປັນຢ່າງດີ ແລະສະມາຊິກທີ່ເປັນນັກສຶກສາກໍໄດ້ຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນຕາມພາລະບົດບາດ ແລະໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ຫຼັງຈາກທີ່ໄດ້ຮັບຟັງບົດສະຫຼຸບລາຍງານປະຈຳໄຕມາດ 2 ບັນດາຕາງໜ້າ ຊາວໜຸ່ມ, ກໍາມະບານ ແລະແມ່ຍິງ ຂອງ ສມປຊ ໄດ້ຕັ້ງຄຳຖາມແລກປ່ຽນໃນທີ່ປະຊຸມ ແລະສະເໜີແລກປ່ຽນເນື້ອໃນກົງໄປກົງມາ ເພື່ອໃຫ້ຮັດກຸມ ແລະສອດຄ່ອງກັບຜົນສຳເລັດທີ່ຜ່ານມາ. ຄຽງຄູ່ກັບທິດທາງວຽກງານຈຸດສຸມຈັດຕັ້ງປະຕິບັດ ປະຈຳໄຕມາດ III (7-8-9) ປີ 2021 ອີກດ້ວຍ.

ກອງປະຊຸມໃດັ່ງກ່າວຈັດຂຶ້ນໃນວັນທີ 28 ກໍລະກົດ 2021 ທີ່ຫ້ອງປະຊຸມ ຕຶກ ຫ້ອງການ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສາຍຄຳ ມູນມະນີວົງ ກຳມະການຄະນະພັກ, ຮອງຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ຈອນນີ້ ໄຊຍະຈັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ