ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງການສັກວັກຊິນປ້ອງກັນໂຄວິດ 19 ສຳລັບພະນັກງານ, ຄູ-ອາຈານຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພະນັກງານບຳນານ, ຍາດຕິພີ້ນ້ອງຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ, ທັງນີ້ເພື່ອສ້າງເລັ່ງສ້າງພູມຄຸ້ມກັນ, ທັງຮັບປະກັນໃຫ້ແກ່ການຮຽນ-ການສອນປີສຸດທ້າຍ ແລະການເຮັດວຽກຂອງພະນັກງານໄດ້ຢ່າງສະບາຍໃຈ, ດັ່ງນັ້ນ, ໃນວັນທີ 23 ມິຖຸນາ 2021 ສມປຊ ໄດ້ປະສານສົມທົບກັບ ກະຊວງສາທາລະນະສຸກ ໄດ້ສົ່ງທີມແພດນຳພາໂດຍ ທ່ານ ນ. ສີວັນ ສີບຸນເຮືອງ ຮອງຫົວໜ້າພະແນກພະຍາບານ ໂຮງໝໍມິດຕະພາບ ພ້ອມດ້ວຍຄະນະ 7 ທ່ານ ໄດ້ຕັ້ງຈຸດສັກວັກຊິນກັນພະຍາດໂຄວິດ 19 ເຂັມທີ 1 ຢູ່ ສະໂມສອນ ສມປຊ ເພື່ອດໍາເນີນການສັກວັກຊີນໃຫ້ ພະນັກງານ, ຄູ-ອາຈານຂອງ ສມປຊ, ພະນັກງານບຳນານ, ຍາດຕິພີ້ນ້ອງຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ.

          ໃນລະຫວ່າງການສັກວັກຊິນ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະພັກ, ຫົວໜ້າສູນແນວຄິດ ໄກສອນ ພົມວິຫານ, ກໍາມະການສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ຫົວໜ້າຄະນະສະເພາະ​ກິດ ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ 19 ໄດ້ເປີດພິທີ ແລະ ພ້ອມທັງນໍາເອົາກໍາລັງແຮງສະມາຊິກຊາວໜຸ່ມ ສມປຊ ປະກອບສ່ວນຊ່ວຍທີມແພດ ໃນການບັນທຶກຂໍ້ມູນ ແລະກວດວັດແທກອຸນນະພູມ,ຈັດສັນສະຖານທີ່ຈອດລົດ ແລະໃຫ້ຟອມຂໍ້ມູນ, ຂັ້ນຕອນຕ່າງໆ ທັງນີ້ເພື່ອຮັບປະກັນຄວາມເປັນລະບຽບ, ຕິດຕາມມາດຕະການຕໍ່ຜູ້ທີ່ມາໃຊ້ຮັບວັກຊີນນັ້ນຕ້ອງໃສ່ຜ້າປິດປາກ ແລະຢືນລຽນແຖວລໍຖ້າຕາມການອາ່ນລາຍຊື່ທີ່ໄດ້ລົງທະບຽນກ່ອນໜ້ານີ້.

          ທ່ານຍັງໃຫ້ຮູ້ອີກວ່າ ຈຳນວນທີ່ໄດ້ຮັບການສັກວັກຊິນທັງໝົດມີ 303 ທ່ານ, ໃນນັ້ນ ໄຟເຊິ 123 ທ່ານ, ຊີໂນຝາມ 180 ທ່ານ ຊຶ່ງໃນຈຳນວນດັ່ງກ່າວນີ້ສະແດງໃຫ້ເຫັນພະນັກງານ, ຄູ-ອາຈານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພະນັກງານບຳນານ, ຍາດຕິພີ້ນ້ອງຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາມີຄວາມຕື່ນຕົວຕໍ່ກັບການຕ້ານສະກັດກັ້ນພະຍາດໂຄວິດ 19 ເປັນຢ່າງສູງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ