ໃນວັນທີ 21 ມິຖຸນາ 2021 ຢູ່ທີ່ສະໂມສອນເມືອງແປກ ແຂວງຊຽງຂວາງພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ສຳລັບຄະນະພັກບ້ານ, ນາຍບ້ານ ​ໃນ​ທົ່ວ​ເມືອງແປກ ສົກ​ປີ 2021 ພາຍໃຕ້ການເປັນປະທານ ຂອງ ທ່ານ ໜໍບີຫາ ຕົ່ງປາວຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີທ່ານ ປທ ຄຳຜຸຍ ໂນລາກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ທ່ານກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເຈົ້າເມືອງໆແປກ, ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ຮອງຄະນະຈັດຕັ້ງແຂວງ, ແລະບັນດາທ່ານຄູ-ອາຈານ, ນັກຝຶກອົບຮົມເຂົ້່າຮ່ວມທັງໜົດ 113 ສະຫາຍ, ຍິງ 14 ສະຫາຍ.

 ພິທີດັ່ງກ່າວ ທ່ານ ປທ ຄຳຜຸຍ ໂນລາ ໄດ້ຜ່ານແຜນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມສຳລັບຄະນະພັກບ້ານ, ນາຍບ້ານ ເຊິ່ງໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງລະບົບ 10 ວັນ ແມ່ນຂໍ້ກຳນົດຂອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກ່ຽວກັບການ ຈັດຕັ້ງ ແລະ ຄຸ້ມຄອງຫຼັກສູດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ສະບັບເລກທີ 996 ສມປຊ ລົງວັນທີ 25 ຕຸລາ 2017. ເຊິ່ງປະກອບດ້ວຍວິຊາຮຽນ ກຸ່ມວິຊາຮຽນທີ 1: ທິດທາງລວມ ປະກອບມີ 4 ບົດ ແລະ 01 ຫົວຂໍ້ (ລວມ 5 ບົດ).         ກຸ່ມວິຊາຮຽນທີ 2: ວຽກງານພັກ          ປະກອບມີ 7 ບົດ,  ກຸ່ມວິຊາຮຽນທີ 3: ວຽກງານບໍລິຫານ ແລະການປົກຄອງ ປະກອບມີ 8 ບົດ, ລວມວິຊາຮຽນທັງໝົດ ມີ 20 ຫົວຂໍ້ (20 ບົດ).
ໃນຕ້ອນທ້າຍພິທີປະທານໄດ້ ມີຄຳເຫັນໂອ້ລົມຕໍພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກຝືກອົບຮົມ ໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ປະຕິບັດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ສົນທະນາແລກປ່ຽນບົດຮຽນນຳຄູ-ອາຈານ ເພື່ອໃຫ້ເຂົ້້າໃຈເນື້ອໃນ ຂອງບົດຮຽນ ແລະສາມາດນຳໄປຈັດຕັ້ງປະຕິບັດຢູ່ແຕ່ລະບ້ານໃຫ້ປະກົດຜົນເປັນຈິງ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ

ຂ່າວອື່ນໆ