ນັກສຶກສາ ລະບົບຊັ້ນສູງເລັ່ງລັດ 5 ເດືອນຮຸ່ນທີ XXVIII ທີ່ຜ່ານມາໄດ້ເລີ່ມຮັບລົງທະບຽນຮຽນ ລະຫວ່າງວັນທີ 24-25 ກຸມກາ 2021; ໄດ້ຈັດຕັ້ງການຮຽນປະຖົມນິເທດໃນວັນທີ 26 ກຸມພາ 2021 ທີ່ຜ່ານມາ ເຊິ່ງໃນນັ້ນ, ມີ 4 ພາກສ່ວນຂອງ ສມປຊ ເຂົ້າຮ່ວມເປັນວິທະນາກອນໃນການ ອະທິບາຍ ມີລະບຽບກ່ຽວກັບວຽກພັກ-ພະນັກງານ, ລະບຽບຫໍພັກ, ລະບຽບວ່າດ້ວນນັກສຶກສາ, ການນຳໃຊ້ຫ້ອງສະໝຸດ, ແລະແຜນການຮຽນ -ການສອນ, ຊຸດຮຽນຮຸ່ນ XXVIII ນີ້ໄດ້ເລີ່ມຮຽນຕາມ ຫຼັກສູດມາແຕ່ວັນທີ 1 ມີນາ 2001 ເປັນຕົ້ນມາ ແລະຈະໄປສິ້ນສຸດໃນວັນທີ 23 ກໍລະກົດ 2021. ດັ່ງນັ້ນ, ມາໃນວັນທີ 9 ມີນາ ສະຖາບັນການເມືອງ ແລະ ການປົກຄອແຫ່ງຊາດ ເປີດຊຸດຮຽນດັ່ງກ່າວຂຶ້ນຢ່າງເປັນທາງການ ໂດຍການເປັນປະທານກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຜູ້ຕາງໜ້າຄະນະຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານານເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນພົມວິຫານ. ຊຶ່ງສະເພາະຫຼັກສູດນີ້ ຈະມີການຈັດຕັ້ງການຮຽນທັງໝົດ 17 ວິຊາ, ລວມທັງໝົດ 42 ໜ່ວຍກິດ.

          ນອກນັ້ນ, ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ເນັ້ນໜັກບາງເນື້ອໃນຂອງການຮຽນ-ການສອນວ່າ:

ໜຶ່ງ: ສໍາລັບພະນັກງານ, ຄູ-ອາຈານທີ່ໄດ້ຮັບມອບໝາຍຂຶ້ນຫ້ອງ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ຖ່າຍທອດຄວາມຮູ້, ຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ກໍານົດເປັນເນື້ອໃນການຮຽນ-ການສອນໃຫ້ຈະແຈ້ງ, ເລິກເຊິ່ງ, ຕີແຕກບັນຫາທີ່ຕັ້ງຂຶ້ນໃນພຶດຕິກໍາ, ນໍາເອົາບົດຮຽນທີ່ສະຫຼຸບຈາກພຶດຕິກໍາມາຖ່າຍທອດໃຫ້ດີທີ່ສຸດ ເພື່ອນັກສຳມະນາກອນຈະເອົາໄປເປັນບົດຮຽນ, ໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ.

ສອງ: ສໍາລັບນັກສຶກສາ ຂໍໃຫ້ຕັ້ງໃຈຕິດຕາມ, ຈົດກ່າຍ, ສົນທະນາ, ຮູ້ສົມທຽບ ລະຫວ່າງ ທິດສະດີ ທີ່ໄດ້ຮັບຈາກຄູ-ອາຈານ ສົມທົບກັບບົດຮຽນພຶດຕິກໍາຕົວຈິງ ໃນການຊີ້ນໍາອົງການປົກຄອງນະຄອນ-ເມືອງ, ແລກປ່ຽນຄວາມຄິດເຫັນນໍາກັນ ຢ່າງກົງໄປກົງມາ, ເປີດເຜີຍ, ຈິງໃຈ ເພື່ອຊອກໃຫ້ເຫັນບັນຫາຕົວຈິງ ໃນການຊີ້ນໍາອົງການປົກຄອງນະຄອນ-ເມືອງ ເພື່ອນໍາເອົາບັນຫາຕົວຈິງດັ່ງກ່າວ ໄປສະເໜີຕໍ່ການນໍາພັກ-ລັດ ເພື່ອຊອກທາງອອກ, ວິທີແກ້ໄຂຮ່ວມກັນ, ເວົ້າແນວນີ້ ເພື່ອຊອກຫາຄວາມເປັນຈິງໃນການເຮັດໜ້າທີ່ເປັນຕົວແທນ ແລະ ຮັບຜິດຊອບຕ່ອົງການປົກຄອງແຂວງ, ນະຄອນຫຼວງ, ຊີ້ນໍາອົງການປົກຄອງນະຄອນ-ເມືອງ. ຜ່ານມາພວກເຮົາຮັບຟັງຈາກຜູ້ຄຸ້ມຄອງມະຫາພາກ, ແຕ່ບໍ່ຮັບຮູ້ຄວາມເປັນຈິງຂອງຈຸລະພາກ

 ປະທານໃນພິທີຍັງໄດ້ເນັ້ນໜັກໃຫ້ນັກສຶກສາທີ່ໃຊ້ເວລາຮຽນໃນໄລຍະ 05 ເດືອນນີ້ ຈົ່ງເຊີດຊູຄວາມຮັບຜິດຊອບ ໃຫ້ສູງຂຶ້ນ, ເສີມຂະຫຍາຍເນື້ອໃນບົດຮຽນທີ່ໄດ້ຮຽນມາໃຫ້ໄດ້ຢ່າງແຂງແຮງ, ສຸມຈິດ, ສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຄົ້ນຄວ້າ, ຄິດຫງໍາ ແລະ ປະກອບຄໍາເຫັນຢ່າງມີຄຸນນະພາບສູງ ເຮັດໃຫ້ຊຸດຮຽນຄັ້ງນີ້ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍຢ່າງສະຫງ່າງາມ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ