ໃນຕອນເຊົ້າຂອງວັນທີ 03 ກຸມພາ 2021 ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນປີໃໝ່ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນປີໃໝ່ປະເທດຫວຽດນາມ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ນາງ ຈິງ ທິ ເຕີມ ອຸປະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.

ການເຂົ້າອວຍພອນໃນຄັ້ງນີ້ ແມ່ນສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ. ດັ່ງນັ້ນ, ເນື່ອງໃນໂອກາດປີໃໝ່ຫວຽດນາມ ການນໍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນໍາເອົາມິດຈິດມິດໃຈ ແລະຄວາມສາມັກຄີຮັກແພງ ມາອວຍພອນໃຫ້ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພະນັກງານທຸກທົ່ວໜ້າໃນສະຖານທູດຈົ່ງມີແຕ່ຄວາມຜາສຸກ ແລະມີຜົນສໍາເລັດໃນໜ້າທີ່ວຽກງານ. ພ້ອມນັ້ນ, ກໍຂໍຝາກຄໍາອວຍພອນອັນປະເສີດໄປຍັງການນໍາຂັ້ນສູງຂອງພັກ-ລັດ ແລະປະຊາຊົນຫວຽດນາມທຸກທົ່ວໜ້າ ຈົ່ງມີແຕ່ຄວາມຜາສຸກ ແລະຈະເລີນກ້າວໜ້າຕະຫຼອດໄປ. ໃນໂອກາດນີ້ ທ່ານອຸປະທູດ ທີ່ຕາງໜ້າເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວກໍໄດ້ກ່າວຂອບອົກຂອບໃຈ ຕໍ່ກັບການເຂົ້າອວຍພອນຂອງການນໍາ ສມປຊ ໃນເທື່ອນີ້ ພ້ອມທັງຢືນຢັນວ່າຈະສຸມສະຕິປັນຍາ ແລະຄວາມຮູ້ຄວາມສາມາດໃນການເສີມສ້າງສາຍພົວພັນ ແລະຮ່ວມມືຮອບດ້ານໃຫ້ແໜ້ນແຟ້ນລະຫວ່າງ ຫວຽດນາມ-ລາວໃຫ້ສູງຍິ່ງໆຂຶ້ນເພື່ອຜົນປະໂຫຍດທັງສອງຊາດພວກເຮົາ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ