ໃນວັນທີ 27 ມັງກອນ 2021, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເຜີຍແຜ່ ເອກະສານກ່ຽວກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II, ພາກເຊົ້າພາຍໃຕ້ການເປັນປະທານ ແລະເຜີຍແຜ່ເອກະສານໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ແລະພາກບ່າຍພາຍໃຕ້ການເປັນປະທານ ແລະເຜີຍແຜ່ເອກະສານໂດຍທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານປະທານໃນພິທີໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍສໍາຄັນ ຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາ ຊົນຂັ້ນແຂວງ ແມ່ນຂະບວນການປະຕິບັດ ໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນໃນການປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ. ເຊິ່ງການເລືອກຕັ້ງໃນຄັ້ງນີ້ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງເພາະວ່າ ເປັນການສືບຕໍ່ສ້າງ ແລະບູລະນະລະບອບປະຊາທິປະໄຕ ປະຊາຊົນ ໂດຍສະເພາະ ແມ່ນການປັບປຸງບູລະນະສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການອໍານາດລັດໜຶ່ງ ໃນລະບົບການເມືອງຂອງ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງ. 

          ສະນັ້ນ, ການຄັດເລືອກເອົາຜູ້ແທນໃນການປົກປ້ອງສິດ ແລະຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າເຂົ້າໃນສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງແມ່ນໜ້າທີ່ ແລະຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ. ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະສະພາປະຊາ ຊົນຂັ້ນແຂວງ ໃນຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງເອົາໄວ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ. ນ ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ