ໃນວັນທີ 22 ມັງກອນ 2021 ນີ້, 3 ອົງການຈັດຕັ້ງມະຫາຊົນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເຂົ້າອວຍພອນ ແລະ ມອບກະຕ່າດອກໄມ້ທີ່ສູນພັດທະນາຜູ້ເສຍອົງຄະ 489 ຢູ່ບ້ານຂຸດສາມບາດ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949 – 20 ມັງກອນ 2021) ໂດຍການນໍາພາຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ທ່ານ ປອ ຄຳມອນ ຈັນທະຈິດ ຮັກສາການຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ຄະນະສະຫະພັນກຳມະບານ ສມປຊ, ທ່ານ ປທ ນ. ສຸດໃຈ ວົງພະຈັນ ຄະນະສະຫະພັນແມ່ຍິງ ສມປຊ ພ້ອມດ້ວຍສະມາຊິກ 3 ອົງການຈັດຕັ້ງມະຫາຊົນ.

      ໃນພິທີອັນສະຫງ່າລາສີ ໃຫ້ກຽດຕ້ອນຮັບຂອງ ທ່ານ ສອນຈິດ ຄຳດີ ຄະນະພັກ, ຄະນະສູນພັດທະນາຜູ້ເສຍອົງຄະ 489 ພ້ອມດ້ວຍຄະນະ ແລະພະນັກງານຢ່າງພ້ອມພຽງ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ໄດ້ມອບກະຕ່າຂອງຂວັນ ແລະເງິນສົດຈຳນວນ 300.000 ກີບ, ການເຂົ້າອວຍພອນໃນຄັ້ງນີ້ແມ່ນເພື່ອເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະເອົາໃຈ ໃສ່ຂອງຄະນະພັກບໍລິຫານງານພັກ ສມປຊ ແລະອົງການຈັດຕັ້ງມະຫາຊົນ ໃນ ສມປຊ ທີ່ມີຕໍ່ພະນັກງານການປະຕິວັດອາວຸໂສ, ພະນັກງານເສຍອົງຄະ ເຊິ່ງທີ່ໄດ້ອຸທິດຕົນແບບບໍ່ມີຂອບເຂດໃນພາລະກິດ ປະຕິວັດຊາດຕໍ່ສູ້ປົດປ່ອຍຊາດ ແລະປົກປັກຮັກສາປະທດຊາດ.

ພະນັກງານ, ຄູ-ອາຈານ ສມປຊ ຖ່າຍຮູບຮ່ວມກັບ ພະນັກງານການປະຕິວັດອາວຸໂສ

      ເຊິ່ງທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ນໍາເອົາອາລົມຈິດແຫ່ງຄວາມສໍານຶກຮູ້ບຸນຄຸນ ແລະຄວາມເປັນຫ່ວງເປັນໄຍຂອງຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ ທົ່ວ ສມປຊ ຕໍ່ຊີວິດການເປັນຢູ່ຂອງຜູ້ອຸທິດຕົນຕໍ່ຜົນປະໂຫຍດລວມຂອງຊາດ ເຊິ່ງໄດ້ທ່ານໄດ້ໂອ້ລົມ ແລະສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ແລະອວຍພອນມາຍັງບັນດາພະນັກງານປະຕິວັດອາວຸໂສບຳນານ, ຜູ້ເສຍອົງຄະ ຈົ່ງມີສຸຂະພາບຈິດໃຈທີ່ເຂັ້ມແຂງ ສຸຂະພາບຮ່າງກາຍແຂງແຮງ ມີຄວາມຜາສຸກຕະຫຼອດໄປ. ພ້ອມທັງຢືນຢັນວ່າ ພະນັກງານງານຮຸ່ນລູກຫຼານຈະສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ ທີ່ພະນັກງານຮຸ່ນກ່ອນໄດ້ຕໍ່ສູ້ຍາດມາໄດ້ໃຫ້ຍືນຍົງຕະຫຼອດໄປ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ