ໃນຕອນເຊົ້າ ວັນທີ 12 ພະຈິກ 2020 ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ​ໄດ້​ຈັດການ​ສອບ​ເສັງ​ປາກ​ເປົ່າ ລະດັບ​ສະຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ວິຊາ​ຂົນຂວາຍ​ມະຫາ​ຊົນ ​​ເປັນ​ປະທານ​ເປີດ​ການ​ສອບ​ເສັງ ທ່ານ ປທ ຄຳ​ແສງ​ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ  ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກຄອງ​ແຂວງ​ບໍ່​ແກ້ວ, ມີ​ບັນ​ທ່ານ​ຄະນະ​ຫົວໜ້າ​ໂຮງຮຽນ, ກຳມະການ, ນັກ​ສຶກສາ​ຮຸ່ນ​ທີ IX ​ເຂົ້າ​ຮ່ວມ
ການ​ສອບ​ເສ​ັງປາກ​ເປົ່າ​ແມ່ນ​ເພື່ອ​ວັດຄວາມ​ຮູ້ ຄວາມ​ເຂົ້າໃຈ​ ຂອງ​ນັກ​ສຶກສາ​ທີ່​ໄດ້​ຜ່ານ​ການ​ຮຽນ​ຕາມຫຼັກສູດ​ຂອງ​ການ​ຮຽນ​ວິຊາ​ຂົນຂວາຍ​ມະຫາຊົນຮາກ​ຖານ​ການ​ເມືອງ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂົນ​ຂວາ​ຍ​ໂຄສະນາ​ປຸກລະດົມ ຂະ​ບວນການ​ມະຫາຊົນ​ໃຫ້​ມີ​ນ້ຳ​ໃຈ​ສາມັກຄີເປັນປຶກແຜ່ນແໜ້ນໜາ ເພື່ອໃຫ້ມະຫາຊົນເປັນກໍາລັງແຮງໃນທົ່ວສັງຄົມພາຍໃຕ້ການນໍາພາຂອງພັກ ສາມາດເຮັດສໍາເລັດໜ້ທີ່ໃນການຮັກສາ​ຄວາມ​ເປັນ​ເອກະລາດ,​ ການ​ປົກ​ປັກ​ຮັກສາ ​ແລະ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ​ເຂັ້ມ​ແຂງ​ຮອບດ້ານ.​ ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ການ​ຮຽນ-​ການ​ສອນ ຂອງ​ຄູ​ອາຈານ​ໃນ​ການ​ທ່າ​ຍທອດ​ຄວາມ​ຮູ້ຄວາມເຂົ້າໃຈ​ໃຫ້​ແກ່​ນັກ​ສຶກສາ ​ໃນ​ແຕ່​ລະວິ​ຊາ​ຮຽນ ​ໂດຍ​ສະ​ເພາະ​ວິຊາ ຂົນຂວາຍ​ມະຫາຊົນ ​ເຊິ່ງມີ​ນັກ​ສຶກສາ​ຮຸ່ນ​ທີ 9 ຈຳ​ນວນ 49 ສະຫາຍ, ຍິງ  13 ສະຫາຍ, ​ໄດ້​ມາ​ສຶກສາ​ຮ່ຳຮຽນ​ ຢູ່​ໂຮງຮຽນ​ແຫ່ງ​ນີ້​, ການ​ສອບ​ເສັງ​ປາກ​ເປົ່າແມ່ນ​ໄດ້​ແບ່ງ​ເປັນ​ ສາມ​ຫ້ອງ, ແຕ່ລະຫ້ອງມີ ​​16 ຄົນ, ​ແຕ່​ລະ​ຄົນ​ແມ່ນ​ຈະ​ໄດ້​ຈົກ​ເອົາ​ຄ​ຳຖາມ ​ແລະ​ຕອບ, ​ໂດຍ​ອາ​ໃສ​ທິດ​ສະ​ດີ​ທີ່​ຮຽນ ​ແລະ​ຖາ​ມຄວາມ​ຮູ້​ຕ່າງໆ​ ຜ່ານ​ມາ​ສົມ​ທຽບ​ກັບ​ພຶດຕິ​ກຳ​ຕົວ​ຈິງ ນີ້​ກໍ່​ເພື່ອ​ເປັນ​ການ​ວັດ ​ແລະ​ປະ​ເມີນ​ຜົນ ຄວາມ​ຮູ້​ຄວາມ​ເຂົ້າໃຈ​ ຂອງ​ນັກ​ສຶກສາທີ່​ໄດ້​ຜ່ານການ​ຮຽນ​ທິດ​ສະ​ດີ​ສາມາດ​ກຳ​ໄດ້​ບົດຮຽນ, ປະສົບ​ການ ສາມາດ​ນ​ຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ ຢູ່​ໃນ​ພະ​ແນ​ກການ, ກົມ​ກອງ​ຂອງ​ຕົນ, ທອ້ງຖິ່ນ​​ໃຫ້​ຖືກ​ຕ້ອງ​ສອດຄ່ອງ ​ແລະ​ມີ​ປະສິດທິພາບ​ດີ​ຂຶ້ນ.

ຂ່າວ: ທ່ານ ນາງ ສາຍປະເສີດ ທອງມະນະໄຊ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ