ວັນທີ 21-22 ຕຸລາ 2020 ທີ່ຫ້ອງການບ້ານໝາກນາວດົງ ນັກສຶກສາປະລິນຍາຕີ ຮຸ່ນທີ XXIV ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງທີ່ປະຈຳບ້ານໝາກນາວດົງ ໄດ້ຊີ້ນຳ-ນໍາພາອົງການຈັດຕັ້ງມະຫາຊົນພາຍໃນບ້ານ ຈັດພິທີເຊື່ອມຊຶມບັນດານິຕິກຳ ໂດຍແມ່ນນັກສຶກສາທີ່ລົງກໍ່ສ້າງຮາກຖານໃນດັ່ງກ່າວເປັນຜູ້ສະໜອງເອກະສານສໍາຄັນຕ່າງໆ, ພ້ອມທັງແນະນໍາວິທີການ ແລະຂັ້ນຕອນໃນການເຜີຍແຜ່ເອກະສານ.

ຂຶ້ນເຜີຍແຜ່ເອກະສານສໍາຄັນຕ່າງໆນັ້ນໂດຍແມ່ນ ສະຫາຍ ໄຊພອນ ບົວພາວົງ ເລຂາໜ່ວຍຮາກຖານຊາວໜຸ່ມບ້ານ, ທ່ານ ນາງ ຈັນລອນ ພາວັນນາ ປະທານໜ່ວຍຮາກຖານສະຫະພັນແມ່ຍິງບ້ານ ເຊິ່ງບັນດາເອກະສານທີ່ນໍາເຜີຍແຜ່ເຊື່ອມຊຶມຂອງ 2 ວຽກງານດັ່ງກ່າວ (ວຽກຊາວໜຸ່ມ, ວຽກແມ່ຍິງ) ແລະກົດໝາຍທີ່ກ່ຽວຂ້ອງ, ເຊິ່ງການເຜີຍແຜ່ເຊື່ອມຊຶມຄັ້ງນີ້ແມ່ນເພື່ອໃຫ້ອົງການຈັດຕັ້ງມະຫາຊົນໃນຮາກຖານບ້ານກໍາໄດ້ທິດສະດີແນວທາງ ແລະພາລະບົດບາດຂອງອົງການຈັດຕັ້ງມະຫາຊົນຢູ່ຂັ້ນຮາກຖານ ແລະສາມາດປະຕິບັດພາລະບົດບາດຂອງຕົນຕາມ 4 ເນື້ອໃນ, 4 ຄາດໝາຍ ແລະເປັນກໍາລັງແຮງຊ່ວຍໜຸນໃຫ້ແກ່ກໍານາດການປົກຄອງຂັ້ນບ້ານໃນວຽກງານຕ່າງໆໃຫ້ບັນລຸຜົນ.

ຕອນຂອງພິທີ ທ່ານ ຄໍາຟອງ ສີຫາປັນຍາ ເລຂາພັກບ້ານ ນາຍບ້ານໝາກນາວດົງກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນໝົດແມ່ນໄດ້ຍ້ອງຍໍສັນລະສເສີນ ແລະຂອບອົກຂອບໃຈຕໍ່ນັກສຶກສາຈາກ ສມປຊ ທີ່ໄດ້ເປັນເຈົ້າການຊີ້ນໍາ-ນໍາພາເຮັດຕົວຈິງ.  ພ້ອມນັ້ນ, ໃຫ້ໜ່ວຍຮາກຖານຊາວໜຸ່ມບ້ານ ແລະ ໜ່ວຍຮາກຖານສະຫະພັນແມ່ຍິງບ້ານ ເກັບກໍາເອົາວິທີການ, ຮູບແບບ ແລະເນື້ອໃນທີ່ນັກສຶກສາຈາກ ສມປຊ ໄດ້ຖ່າຍທອດໃຫ້ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຄັ້ງຕໍ່ໄປ ເພື່ອໃຫ້ອົງການຈັດຕັ້ງມະຫາຊົນພາຍໃນບ້ານເຕີບໃຫຍ່ ເຂັ້ມແຂງຂຶ້ນເລື່ອຍໆ.

ຂ່າວພາບ: ນ. ສຸໄພລິນ ອິນພູວຽງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ