ໃນຕອນແລງຂອງວັນທີ 23 ຕຸລາ 2020 ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ນຳເອົາວັດຖຸປັດໃຈ ທີ່ໄດ້ຈາກການປະກອບສ່ວນຂອງສະມາຊິກຊາວໜຸ່ມທົ່ວ ສມປຊ ມາມອບໃຫ້ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ດ້ວຍມູນຄ່າ 3.400.000 ກີບ ເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ປະສົບໄພນ້ຳຖ້ວມ.

      ໂດຍຕາງໜ້າກ່າວມອບຂອງ ສະຫາຍ ປທ ນ. ຄຳຮູ້ ວິລະທອນ ຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ໃຫ້ກຽດກ່າວຮັບຂອງ ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານໄດ້ກ່າວຂອບໃຈ ຕໍ່ນຳຄະນະບໍລິຫານງານຊາວໜຸ່ມ ສມປຊ ທີ່ໄດ້ນໍາວັດຖຸປັດໃຈມາມອບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເພື່ອບັນເທົາທຸກ ຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

ຂ່າວ: ຕາອັອດ ແສນທະວີສູກ
ຮູບພາບ: ສະມາຊິກຊາວໜຸ່ມ ສມປຊ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ