ໃນຕອນເຊົ້າ ວັນທີ 9 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 4 ຕຶກສູນຝຶກອົບຮົມລັດວິສາຫະກິດໄຟຟ້າລາວ ໄດ້ເປີດຊຸດຝຶກອົບຮົມໄລຍະສັ້ນ 45 ວັນ ຊຸດທີ XIII ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ຄໍາມະນີ ອິນທິລາດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລງງານ ແລະບໍ່ແຮ່, ສະຫາຍ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ສະຫາຍ ຈັນທະບູນ ສຸກອາລຸນ ເລຂາຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວ, ມີຜູ້ຕາງໜ້າຈາກກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະພັກຮາກຖານ ແລະນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

      ສະຫາຍ ຟອງປະສິດ ເພັດສີສຸກ ຮອງເລຂາຄະນະພັກຮາກຖານ ໄດ້ຂຶ້ນຜ່ານແຜນຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ຊຸດທີ XIII ເຊິ່ງມີຜູ້ເຂົ້າຮັບການເຝິກອົບຮົມທັງໝົດ 62 ສະຫາຍ, ຍິງ 18 ສະຫາຍ ການຝຶກອົບຮົມຄັ້ງນີ້ແມ່ນຈະເລີ່ມແຕ່ວັນທີ 9 ຕຸລາ – 11 ທັນວາ 2020 ຈຶ່ງຈະປິດລົງ, ເຊິ່ງຈະໄດ້ຂຶ້ນຫ້ອງຮຽນທັງໝົດ 275 ຊົ່ວໂມງ, ໃນ 5 ພາກວິຊາຄື: 1. ພາກວິຊາປັດຊະຍາ; 2. ພາກວິຊາເສດຖະສາດການເມືອງ; 3. ພາກວິຊາລັດທິສັງຄົມນິຍົມວິທະຍາສາດ; 4. ພາກວິຊາບໍລິຫານສາດ; 5. ພາກວິຊາກໍ່ສ້າງພັກ ແລະປະຫວັດສາດພັກ.

      ໃນຕອນທ້າຍພິທີໄດ້ຮັບຟັງຄໍາໂອ້ລົມຈາກ ສະຫາຍ ປອ ຄໍາມະນີ ອິນທິລາດ ປະທານໃນພິທີ ເຊິ່ງສະຫາຍໄດ້ມີຄໍາເຫັນຊີ້ແນະ ໃຫ້ຜູ້ທີ່ໄດ້ເຂົ້າຝຶກອົບຮົມໃນຄັ້ງນີ້ຕັ້ງໃຈສຶກສາຄົ້ນຄວ້າ, ບັນທຶກຈົດຈ່າຍ ຕັ້ງຄໍາຖາມເຈາະຈີ້ມໃນສິ່ງທີ່ຕົນເອງບໍ່ເຂົ້າໃຈ ເພື່ອໃຫ້ຄູ-ອາຈານໄດ້ອະທິບາຍໃຫ້ຈະແຈ້ງໃຫ້ມີຄວາມເຂົ້າໃຈທີ່ເລິກເຊິ່ງ ເພື່ອໃຫ້ກໍາໄດ້ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ແນວຄິດໄກສອນ ພົມວິຫານ ແລະລະບຽບກົດໝາຍຂອງລັດ ເພື່ອໃຫ້ນໍາໄປໃຊ້ໃນໜ້າທີ່ວຽກງານຕົວຈິງໃຫ້ຖືກທິດທາງ ແລະມີຜົນສໍາເລັດໃນໜ້າທີ່ວຽກງານດີຂຶ້ນໄປເລື່ອຍໆ.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ