ວັນທີ 15 ຕຸລາ 2020 ທີ່ຫ້ອງວ່າການປົກຄອງເມືອງປາກງື່ມ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດບັ້ນລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຢູ່ບັນດາກຸ່ມບ້ານ ຂອງເມືອງປາກງື່ມ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳໝູນ ຕຽງທະລາດ ເລຂາພັກເມືອງ, ເຈົ້າເມືອງປາກງື່ມ ແລະ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ, ມີບັນດານາຍບ້ານ 13 ບ້ານ, ຄະນະຮັບຜິດຊອບຄູ-ອາຈານລົງຕິດແຕ່ລະບ້ານເຂົ້າຮ່ວມ.

            ທ່ານ ປອ ນ. ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນຈັດຕັ້ງການລົງເຄື່ອນໄຫວລົງກໍ່ສ້າງຮາກຖານຕະຫຼອດໄລຍະແຕ່ວັນທີ 15 ຕຸລາ ຫາ 13 ພະຈິກ 2020, ເວລາ 30 ວັນ (ນັບທັງວັນເສົ້າ-ອາທິດ)ວ່າ: ພິທີເປີດບັ້ນລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຢູ່ເມືອງປາກງື່ມ ເປັນການຝຶກຝົນຫຼໍ່ຫຼອມດ້ານການເມືອງ-ແນວຄິດ, ຄຸນສົມບັດ, ທັດສະນະຫຼັກໝັ້ນຊົນຊັ້ນ, ທັດສະນະມະຫາຊົນ ແລະຍົກສູງຄວາມສາມາດ ໃນການປະຕິບັດວຽກງານຕົວຈິງໃນທ້ອງຖິ່ນຂັ້ນບ້ານ. ເປັນການທົດສອບສະຕິຄວາມເປັນເຈົ້າການ, ການປະດິດສ້າງ ແລະຮູ້ໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການປະຕິບັດວຽກງານ, ທັງເປັນການປະເມີນຄວາມຮັບຮູ້, ການປະຕິບັດລະບຽບກົດໝາຍ, ຮີດຄອງປະເພນີ,ການຖະໜອມຖ່ອມຕົວ ແລະເປັນການສ້າງຄວາມໃກ້ຊິດຕິດແທດກັນ ລະຫວ່າງ ປະຊາຊົນຢູ່ທ້ອງຖິ່ນ ກັບຄະນະລົງ ກໍ່ສ້າງຮາກຖານການເມືອງ. ເປັນການສ້າງແນວຄິດເດັດດ່ຽວ, ນ້ຳໃຈອົດທົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ ໃນການປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບ ແລະເກີດດອກອອກຜົນເປັນແຕ່ລະໄລຍະ ຄຽງຄູ່ກັບເນື້ອໃນການເຄື່ອນໄຫວການລົງຝຶກງານຕົວຈິງ ແມ່ນສຸມໃສ່ຈັດຕັ້ງປະຕິບັດເອກະສານ ກ່ຽວກັບເນື້ອໃນ ແລະມາດຖານການສ້າງບ້ານ ແລະກຸ່ມບ້ານພັດທະນາ, ເອກະສານ ກ່ຽວກັບວຽກງານ 3 ສ້າງ ແລະນິຕິກໍາຕ່າງໆ ທີ່ກ່ຽວພັນກັບການປັບປຸງອໍານາດການປົກຄອງຂັ້ນບ້ານ.

            ທ່ານ ຮສ ສະໝຸດທອງ ສົມພານິດ ໄດ້ໃຫ້ການໂອ້ລົມ ແລະ ໃຫ້ທິດເຍື່ອງທາງ ຕໍ່ກັບການລົງກໍ່ສ້າງ ຮາກຖານການເມືອງໄດ້ຊີ້ນຳໃຫ້ ພະນັກງານ, ຄູ-ອາຈານ ທີ່ຕິດຕາມ ແລະ ນັກສຶກສາ ເອົາໃຈໃສ່ຕໍ່ການລົງກໍ່ສ້າງຮາກຖານການເມືອງໃຫ້ຕິດແທດກັບພໍ່ແມ່ນປະຊາຊົນ ເພື່ອປຸກລະດົມຂົນຂວາຍປະຊາຊົນໃຫ້ເຂົ້າໃຈຕໍ່ແນວທາງຂອງພັກ, ເອົາໃຈໃສ່ຊຸກຍູ້ສົ່ງເສີມເສດຖະກິດທ້ອງຖິ່ນ, ເສດຖະກິດຄອບຄົວ, ສົ່ງເສີມສ້າງສີມືແຮງງານໃຫ້ປະຊາຊົນ, ຈັດສັນກຸ່ມຜະລິດຢ່າງເປັນຂະບວນການ, ສ້າງໂຄງການ ແລະ ສົ່ງເສີມການປູກການລ້ຽງໃຫ້ກາຍເປັນສິນຄ້າ ເພື່ອສ້າງເສດຖະກິດຄອບຄົວໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະບ້ານ, ແຕ່ລະຄອບຄົວ ນອກນີ້ຕ້ອງໄດ້ປັບປຸງ ເສີມຂະເສີມ​ຂະຫຍາຍ​ກຳລັງ​ ປກຊ-ປກສ​ ໃຫ້​ເຂັ້ມ​ແຂງ ​ແລະ ລົງ​ເຄື່ອນ​ໄຫວ​ຢ່າງ​ເຂັ້ມ​ງວດ ​ຈຶ່ງ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບປະຊາຊົນ​​​ທຳ​ມາ​ຫາ​ກິນ ​ແລະ ສ້າງສາ​ພັດທະນາ​ໃຫ້​ດີ​ຂຶ້ນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ