ໃນວັນທີ 13 ສິງຫາ 2026 ທີ່ຜ່ານມາ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຈັດພິທີປ້ອງກັນຫົວຂໍ້ບົດວິທະຍານິພົນ ລະດັບປະລິນຍາເອກ ຮຸ່ນທີ I ສາຂາປັດຊະຍາ. ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ປອ ສາຍຄຳ ມູນມະນີວົງ, ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ເຊິ່ງໄດ້ຮັບການແຕ່ງຕັ້ງເປັນປະທານສະພາວິທະຍາສາດປ້ອງກັນຫົວຂໍ້ບົດ. ພ້ອມດຽວກັນນັ້ນ, ຍັງມີ ທ່ານ ປອ ສີສົມພອນ ວົງພະຈັນ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຄົ້ນວ້າວິທະຍາສາດ ເປັນຮອງປະທານ, ພ້ອມດ້ວຍຄະນະກຳມະການຜູ້ຊົງຄຸນວຸດທິອີກຫຼາຍທ່ານ ເຂົ້າຮ່ວມຕີລາຄາຢ່າງເຂັ້ມງວດ.

         ນັກສຶກສາປະລິນຍາເອກ ຮຸ່ນທີ 1 ຈຳນວນ 3 ທ່ານ, ຍິງ 1 ທ່ານ ທີ່ຂຶ້ນປ້ອງກັນຫົວຂໍ້ໃນຄັ້ງນີ້ ລ້ວນແຕ່ແມ່ນພະນັກງານນຳພາ-ຄຸ້ມຄອງ ທີ່ມາຈາກຫຼາຍພາກສ່ວນສຳຄັນ. ບັນດາຫົວຂໍ້ທີ່ນຳມາຄົ້ນຄວ້າ ແມ່ນຕິດພັນຢ່າງສະໜິດແໜ້ນກັບພຶດຕິກຳຕົວຈິງທາງດ້ານການເມືອງ ແລະ ການປົກຄອງ ຂອງປະເທດ ເຊິ່ງປະກອບມີ:

  • ທ່ານ ນາງ ປະທຸມພອນ ເພັດວັນຄຳ (ມາຈາກພາກສ່ວນ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ) ປ້ອງກັນຫົວຂໍ້: “ໝູນໃຊ້ວິທີສັດຈະວິພາກວັດຖຸນິຍົມ ເຂົ້າໃນການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ ຢູ່ ສປປ ລາວ”.
  • ທ່ານ ເພັດລາສີ ສຸຂະຜົນ (ມາຈາກພາກສ່ວນ ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ) ປ້ອງກັນຫົວຂໍ້: “ຍົກສູງບົດບາດຂອງໂຮງຮຽນການເມືອງ ແລະ ການປົກຄອງ ໃນການບຳລຸງພະນັກງານ ຢູ່ບັນດາແຂວງພາກເໜືອ ຂອງ ສປປ ລາວ”.
  • ທ່ານ ວັນທອງ ດວງມະນີ (ມາຈາກພາກສ່ວນ ວິທະຍາຄານ ປກສ) ປ້ອງກັນຫົວຂໍ້: “ໝູນໃຊ້ວິທີສັດຈະວິພາກວັດຖຸນິຍົມ ເຂົ້າໃນການຝຶກຝົນຫຼໍ່ຫຼອມ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ໃຫ້ ແກ່ນາຍ ແລະ ພົນຕຳຫຼວດ ຢູ່ ສປປ ລາວ”.
    ———————————————–

    ຂ່າວ ຕາອັອດ ແສນທະວີສຸກ
    ຮູບພາບ ປະທຸມພອນ ເພັດວັນຄຳ
    ບັນນາທິການ: ວຽງສະຫວັນ ຈັນທະວິໄຊ