​ໃນຕອນແລງວັນທີ 14 ສິງຫາ 2026, ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມປະເມີນຜົນວິຊາການ ເພື່ອພິຈາລະນາຮັບຮອງຕຳແໜ່ງວິຊາການຄູ ຂຶ້ນຢ່າງເປັນທາງການ.
ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ແລະ ຮອງຫົວໜ້າ ສມປຊ. ພ້ອມນີ້ ຍັງມີການເຂົ້າຮ່ວມຂອງຄະນະກຳມະການປະເມີນຜົນ, ບັນດາສະມາຊິກສະພາວິທະຍາສາດ ສມປຊ, ຕະຫຼອດຮອດພະນັກງານ ແລະ ຄູອາຈານ ທີ່ກ່ຽວຂ້ອງຢ່າງພ້ອມພຽງ.


​ກອງປະຊຸມດັ່ງກ່າວ ເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ກ້າວສູ່ຄວາມທັນສະໄໝ ຢ່າງເປັນລະບົບ. ການປະເມີນຄັ້ງນີ້ ໄດ້ພິຈາລະນາຮັບຮອງຜົນງານຂອງພະນັກງານ-ຄູອາຈານ ຈຳນວນ 5 ທ່ານ ທີ່ໄດ້ຍື່ນສະເໜີຂໍຕຳແໜ່ງວິຊາການຄູ ເຊິ່ງປະກອບມີ: ຜູ້ສະເໜີຂໍຕຳແໜ່ງ ຮອງສາດສະດາຈານ 2 ທ່ານ, ອາຈານ 2 ທ່ານ ແລະ ຜູ້ຊ່ວຍອາຈານ 1 ທ່ານ ໃນຂົງເຂດສາຂາ ບໍລິຫານທຸລະກິດ, ເສດຖະສາດການເມືອງ ແລະ ເສດຖະສາດ.


​ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ຮສ.ປອ ດາວສະຫວັນ ເຄືອມີໄຊ ໄດ້ເນັ້ນໜັກຢ່າງເລິກເຊິ່ງວ່າ: ການຍົກລະດັບ ແລະ ຢັ້ງຢືນຄວາມຮູ້-ຄວາມສາມາດຂອງຄູ-ອາຈານ ແມ່ນມາດຕະການອັນຈຳເປັນ ແລະ ຂາດບໍ່ໄດ້ ເພື່ອຮັບປະກັນຄຸນນະພາບມາດຕະຖານການສຶກສາ ແລະ ການຄົ້ນຄວ້າວິທະຍາສາດທາງດ້ານທິດສະດີການເມືອງ. ດັ່ງນັ້ນ, ຄະນະກຳມະການປະເມີນທຸກທ່ານ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ດຳເນີນການປະເມີນດ້ວຍຄວາມໂປ່ງໃສ, ພາວະວິໄສ ແລະ ເຂັ້ມງວດທີ່ສຸດ ໂດຍອີງໃສ່ຜົນງານຕົວຈິງຂອງຜູ້ສະເໜີ ເພື່ອຮັບປະກັນຄວາມຖືກຕ້ອງຕາມລະບຽບຫຼັກການ ກ່ອນຈະລົງມະຕິ ແລະ ສະເໜີຕໍ່ສະພາວິທະຍາສາດຂັ້ນສະຖາບັນ ພິຈາລະນາໃນຂັ້ນຕໍ່ໄປ.

ຜົນສຳເລັດຂອງການດຳເນີນກອງປະຊຸມໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສມປຊ, ຮັບປະກັນໃຫ້ສະຖາບັນຍັງຄົງເປັນສູນກາງການຄົ້ນຄວ້າ ແລະ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ທີ່ສາມາດຕອບສະໜອງໄດ້ທຸກຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນຍຸກສະໄໝໃໝ່ ຢ່າງແທ້ຈິງ.

ຂ່າວ.ພາບ ຕາອັອດ ແສນທະວີສຸກ
ບັນນາທິການ ວຽງສະຫວັນ ຈັນທະວິໄຊ