
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ໃນໂອກາດການເຂົ້າພົບປະຢ້ຽມຢາມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 18 ສິງຫາ 2026.
ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຢູ່ໜ້າສະໂມສອນ ສມປຊ ຈາກ ສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ ແລະ ຄະນະນຳ ສມປຊ.
ພິທີດັ່ງກ່າວໄດ້ເລີ່ມຕົ້ນຢ່າງເປັນທາງການ ໂດຍການຂຶ້ນສະເໜີຈຸດປະສົງຂອງສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ຫຼັງຈາກນັ້ນ, ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ຂຶ້ນຜ່ານບົດລາຍງານໂດຍຫຍໍ້ ກ່ຽວກັບສະພາບລວມ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.

ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງທາງດ້ານຍຸດທະສາດການກໍ່ສ້າງ-ບໍາລຸງພະນັກງານ ເຊິ່ງເປັນກຳລັງແຮງຫຼັກແຫຼ່ງຂອງພັກ-ລັດ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມ ແລະ ຊີ້ນຳວຽກງານ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ. ການໂອ້ລົມຄັ້ງນີ້ ເປັນການປຸກລະດົມນ້ຳໃຈປະຕິວັດ, ເພີ່ມທະວີຄວາມໜັກແໜ້ນທາງດ້ານທິດສະດີການເມືອງ ແລະ ແນວຄິດ ໃຫ້ແກ່ຖັນແຖວຄູ-ອາຈານ ແລະ ພະນັກງານການນຳ-ຄຸ້ມຄອງ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງ ສອດຄ່ອງກັບມະຕິຂອງພັກໃນໄລຍະໃໝ່.



ຂ່າວ/ພາບ ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
