ໃນຕອນແລງວັນທີ 6 ສິງຫາ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຈັດຕັ້ງກິດຈະກຳສ້າງຂະບວນການແຂ່ງຂັນກິລາເປຕັງ ພົບປະລະຫວ່າງນັກສຶກສາ ແລະ ຄູ-ອາຈານ. ຂະບວນການຄັ້ງນີ້ ຈັດຂຶ້ນໂດຍ ນັກສຶກສາທິດສະດີການເມືອງຂັ້ນກາງ ລະບົບ 4 ເດືອນ ຊຸດທີ IV ປີ 2026. ເຊິ່ງຖືເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສຳຄັນທາງດ້ານການເມືອງ ແລະ ແນວຄິດ ໃນການຊຸກຍູ້ຂະບວນການຮຽນ-ການສອນ ໃຫ້ມີຄວາມຟົດຟື້ນ, ມີປະສິດທິຜົນ ແລະ ສອດຄ່ອງກັບແນວທາງຂອງພັກ-ລັດ.



ການຈັດຂະບວນການໃນຄັ້ງນີ້ ເພື່ອເຮັດໃຫ້ຮຽນການສອນ ໄດ້ຮັບການຈັດຕັ້ງປະຕິບັດ ຕາມທິດທາງທີ່ສະຖາບັນວາງອອກ ເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ນັກສຶກສາ ກັບ ຄູອາຈານ ຢູ່ພາຍໃນສະຖາບັນການເມືອງການປົກຄອງ ເພື່ອສ້າງບັນຍາກາດແຫ່ງຄວາມຮັກແພງ, ຜູກມິດໄມຕີເຊິ່ງກັນ ແລະ ກັນ, ອັນເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການປະຕິບັດໜ້າທີ່ໃນຕໍ່ໜ້າ ແລະເພື່ອເຮັດໃຫ້ການແຂ່ງຂັນກິລາພົບປະກັບຄູອາຈານຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສຳເລັດດ້ວຍຄວາມຈົບງາມ.
ຈຸດປະທັບໃຈ ແລະ ເປັນກຽດຢ່າງຍິ່ງໃນງານຄັ້ງນີ້ ແມ່ນການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມໃກ້ຊິດຂອງຄະນະພັກ-ຄະນະນຳ ຕໍ່ກັບຂະບວນການຂອງນັກສຶກສາຢ່າງແທ້ຈິງ. ນອກນັ້ນ, ໃນພິທີ ແມ່ນ ທ່ານຮອງຫົວໜ້າສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ກຽດຂຶ້ນມີຄຳເຫັນຕໍ່ຂະບວນການດັ່ງກ່າວ ເຊິ່ງເປັນການໃຫ້ທິດຊີ້ນຳທາງດ້ານການເມືອງ-ແນວຄິດ ອັນລ້ຳຄ່າ ແລະ ເປັນປະໂຫຍດແກ່ນັກສຶກສາທຸກສະຫາຍ.
———————————-
ຂ່າວ ຕາອັອດ ແສນທະວີສຸກ
ພາບ: ນ. ວຽງວິໄລ ທອງມະນີລາ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
