ໃນວັນທີ 8 ຕຸລາ 2020, ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າອວຍພອນ ທ່ານ ລີຢອງໂຊລ ເອກອັກຄະລັດຖະທູດແຫ່ງ ສປປ ເກຼົາຫລີ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກຼົາຫລີ ຄົບຮອບ 75 ປີ (10/10/1945-10/10/2020)

      ການເຂົ້າອວຍພອນຄັ້ງນີ້, ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ນໍາເອົາຄໍາອວຍພອນອັນປະເສີດ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະອາລົມຈິດແຫ່ງການສະໜັບສະໜູນອັນລົ້ນເຫຼືອຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ຕໍ່ພັກແຮງງານເກົາຫລີ ເຊິ່ງຕະຫຼອດໄລຍະ 75 ປີພາຍໃຕ້ການນໍາພາຂອງພັກແຮງງານເກົາຫລີ ເຮັດໃຫ້ ສປປ ເກົາຫລີໄດ້ຮັບການພັດທະນາແລະເຂັ້ມແຂງທຸກດ້ານ, ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນເພື່ອກ້າວຂຶ້ນສູ່ສັງຄົມນິຍົມທີ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ອັນພົ້ນເດັ່ນແມ່ນ ສປປ ສປປ ເກຼົາຫລີ ມີຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງໃຫ້ດີຂຶ້ນນັ້ນ ເຮັດໃຫ້ພວກເຮົາຮູ້ສຶກປື້ມປິຕິເປັນຢ່າງຍິ່ງ ແລະຕ້ອງການເຫັນ ສປປ ເກົາຫລີອ້າຍນ້ອງມີການເຕີບໃຫຍ່, ເຂັ້ມແຂງ ຂຶ້ນໄປເລື່ອຍໆ. ພ້ອມດຽວກັນນີ້ ທ່ານ ລີຢອງໂຊລ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະພັກ, ຮັກສາການຫົວໜ້າ ສມປຊ ທີ່ໄດ້ນໍາເອົາຄໍາອວຍພອນອັນປະເສີດ, ຄວາມສາມັກຄີຮັກແພງ ແລະນໍ້າໃຈສະໜັບສະໜູນຕໍ່ພັກແຮງງານເກົາຫລີ ເຊິ່ງທ່ານກໍໄດ້ຢັ້ງຢືນວ່າຈະສຸມສະຕິປັນຍາ ແລະຄວາມສາມາດຂອງຕົນປະກອບສ່ວນເສີມຂະຫຍາຍການຮ່ວມມືໃນທຸກດ້ານຂອງທັງສອງປະເທດພວກເຮົາໃຫ້ມີຄວາມແໜ້ນແກ່ນຍິ່ງຂຶ້ນ.

      ໃນໂອາກນີ້ກໍໄດ້ຊົມຮູບພາບການເຄື່ອນໄຫວໃນພາລະກິດການນໍາພາຂອງພັກແຮງງານ ຕະຫຼອດໄລຍະ 75 ປີ ທີ່ໄດ້ນໍາພາປະຊາຊົນເຮັດການຕໍ່ສູ້ອັນພິລະອາດຫານ ໃນໄລຍະປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ການສ້າງສາພັດທະນາ ສປປ ເກຼົາຫລີໃຫ້ຈະເລີນເຂັ້ມແຂງໃນປັດຈຸບັນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ