ໃນວັນທີ 6 ກໍລະກົດ 2026 ນີ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງໄປເຂົ້າຮ່ວມຝຶກອົບຮົມຖອດຖອນບົດຮຽນ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ ທີ່ມະຫາວິທະຍາໄລມະຫາສາລະຄາມ ໃນຫົວຂໍ້: “ການຝຶກອົບຮົມ ແລະ ແລກປ່ຽນຮຽນຮູ້ດ້ານການບໍລິຫານຫ້ອງສະໝຸດ ແລະ ແລະ ຂໍ້ມູນຂ່າວສານ” ໂດຍການນໍາພາຄະນະໃນຄັ້ງນີ້ ຂອງ ທ່ານ ປທ ນາງ ວະໄລລັກ ອະໄພ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ພ້ອມດ້ວຍສຳມະນາກອນທັງໝົດ 17 ທ່ານ, ຍິງ 10 ທ່ານ; ເຊິ່ງການຝຶກອົບຮົມ ຈະດຳເນີນໄປເປັນເວລາ 3 ວັນ ຄື: ວັນທີ 7-9 ກໍລະກົດ 2026.


ພິທີເປີດການຝຶກອົບຮົມໄດ້ເລີ່ມຂຶ້ນໃນເວລາ 9 ໂມງເຊົ້າ ຂອງວັນທີ 7 ກໍລະກົດ 2026 ໂດຍໃຫ້ກຽດເປັນປະທານເປີດພິທີ ຂອງ ທ່ານ ນາງ ພະການຸດ ເລົາພິເດດ, ຮອງຜູ້ອຳນວຍການ ສໍານັກວິທະຍະບໍລິການ ມະຫາວິທະຍາໄລມະຫາສາລະຄາມ; ມີບັນດາວິທະຍາກອນ ຂອງມະຫາວິທະຍາໄລມະຫາສາລະຄາມ.
ສຳລັບເນື້ອໃນຂອງການຝຶກອົບຮົມ ແມ່ນມີຄວາມອຸດົມສົມບູນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາລະບົບຂໍ້ມູນຂ່າວສານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍກວມເອົາຫຼາຍຫົວຂໍ້ສຳຄັນຄື:

  1. ການບໍລິຫານ ແລະ ຈັດຫາຊັບພະຍາກອນຂໍ້ມູນຂ່າວສານ;
  2. ການກະກຽມ ແລະ ການສົ່ງເສີມຂໍ້ມູນຂ່າວສານ;
  3. ວຽກງານວາລະສານ ແລະ ໜັງສືພິມ;
  4. ການພັດທະນາຄັງປັນຍາສະຖາບັນ ແລະ ລະບົບຫໍສະໝຸດອັດຕະໂນມັດ;
  5. ຄວາມຮູ້ກ່ຽວກັບການດໍາເນີນງານຂອງວຽກງານລະບົບອັດຕະໂນມັດ,
    – ວຽກງານນະວັດຕະກໍາ ແລະ ພັດທະນາລະບົບຂໍ້ມູນຂ່າວສານ,
    – ວຽກງານລະບົບຄອມພິວເຕີ ແລະ ເຄືອຂ່າຍ,
    – ວຽກງານພັດທະນານະວັດຕະກໍາການຮຽນຮູ້;

ພ້ອມນັ້ນ, ຍັງຈະໄດ້ຢ້ຽມຊົມແຫຼ່ງການຮຽນຮູ້ໃນມະຫາວິທະຍາໄລມະຫາສາລະຄາມ. ບັນດາຫົວຂໍ້ເຫຼົ່ານັ້ນ, ລ້ວນແຕ່ເປັນບົດຮຽນທີ່ສຳຄັນ ເພື່ອນໍາມາໝູນໃຊ້ເຂົ້າໃນການບໍລິການຂໍ້ມູນຂ່າວສານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີຄຸນນະພາບສູງຂຶ້ນເປັນກ້າວໆ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
 ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ