ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບການອຸປະຖຳ ລະບົບໄຟເຍືອງທາງ (ດອກໄຟໂຊລາເຊວ) ຈຳນວນ 14 ດອກ ພ້ອມດ້ວຍຄ່າແຮງງານຕິດຕັ້ງ ລວມມູນຄ່າທັງໝົດ 28.700.000 ກີບ (ຊາວແປດລ້ານ ເຈັດແສນກີບ) ເຊິ່ງເປັນການປະກອບສ່ວນອັນສຳຄັນຂອງ ນັກສຶກສາປະລິນຍາໂທ ຮຸ່ນທີ 21 ໃນຕອນເຊົ້າວັນທີ 1 ກໍລະກົດ 2026. ໃຫ້ກຽດຕາງໜ້າມອບໃນພິທີຄັ້ງນີ້ໂດຍ ທ່ານ ສົມລິດ ສົມສະຫວັດ ຫົວໜ້າຫ້ອງ ກ ແລະ ທ່ານ ສັນມາລາ ຂຸນພິສິດ ຫົວໜ້າຫ້ອງ ຂ ໂດຍການໃຫ້ກຽດຕາງໜ້າຮັບຂອງ ທ່ານ ປອ ນາງ ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ ສມປຊ, ໂດຍມີບັນດາຄູ-ອາຈານ, ພະນັກງານ ແລະ ຕົວແທນນັກສຶກສາ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ການເລືອກໃຊ້ລະບົບໄຟເຍືອງທາງດ້ວຍພະລັງງານແສງອາທິດ (Solar Cell) ເປັນການຫັນເອົາແນວທາງນະໂຍບາຍ ຂອງພັກ-ລັດ ວ່າດ້ວຍການພັດທະນາແບບຍືນຍົງ, ການຫັນເປັນທັນສະໄໝ, ການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ ມາຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕົວຈິງ. ຜົນງານດັ່ງກ່າວໄດ້ປະກອບ ສ່ວນໂດຍກົງເຂົ້າໃນການປັບປຸງພື້ນຖານໂຄງລ່າງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສ້າງສະພາບແວດລ້ອມທີ່ດີ, ສ້າງຄວາມສະຫວ່າງສະໄຫວ ແລະ ຮັບປະກັນຄວາມປອດໄພ ໃຫ້ແກ່ການເຄື່ອນໄຫວວຽກງານ, ການຮຽນ-ການສອນ ແລະ ການດຳລົງຊີວິດ ຂອງຄູ-ອາຈານ ກໍຄືນັກສຶກສາ ພາຍໃນກົມກອງ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ນາງ ໄກສອນ ຈັນສີນາ ໄດ້ຕາງໜ້າໃຫ້ແກ່ຄະນະບໍລິຫານງານພັກ, ຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ນ້ຳໃຈເສຍສະຫຼະ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງນັກສຶກສາປະລິນຍາໂທ ຮຸ່ນທີ 21 ທັງຫ້ອງ ກ ແລະ ຫ້ອງ ຂ.
ໃນຕອນທ້າຍ, ທ່ານ ຫົວໜ້າຫ້ອງການ ສມປຊ ຍັງໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ນັກສຶກສາປະລິນ ຍາໂທ ຮຸ່ນທີ 21 ທຸກສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຍົກສູງຄຸນສົມບັດສິນທຳປະຕິວັດ ແລະ ຄວາມສາມາດທາງດ້ານວິຊາສະເພາະ ເພື່ອໃຫ້ສຳເລັດການສຶກສາຕາມລະດັບຄາດໝາຍທີ່ວາງໄວ້, ກຽມພ້ອມກັບຄືນໄປພັດທະນາກົມກອງທ້ອງຖິ່ນຂອງຕົນ ໃຫ້ກາຍເປັນພະນັກ ງານການນຳ-ຄຸ້ມຄອງ ທີ່ເປັນກຳລັງແຮງອັນສຳຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ພຸດທະສອນ ນສ ປທ ຮຸ່ນທີ 21 ຫ້ອງ ກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
