ໃນຕອນເຊົ້າວັນທີ 3 ກໍລະກົດ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃນຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າ ສມປຊ. ກອງປະຊຸມອັນມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ໂດຍມີຄະນະພັກ, ຄະ ນະນຳ, ພະນັກງານ, ຄູ-ອາຈານ ຂັ້ນຮອງພະແນກຂຶ້ນໄປ ເຂົ້າຮ່ວມຢ່າງພ້ອມພຽງ.

         ວາລະກອງປະຊຸມໄດ້ເລີ່ມຕົ້ນຂຶ້ນດ້ວຍການກ່າວຈຸດປະສົງ ໂດຍ ທ່ານ ປອ ນ. ຈັນທະໜອມ ບັນດາວົງ, ຮອງຫົວໜ້າກົມຈັດຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຈາກນັ້ນ, ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ (ຄະນະຈັດຕັ້ງສູນກາງພັກ) ໄດ້ຂຶ້ນຜ່ານມາດຖານພະນັກງານນໍາພາ-ຄຸ້ມຄອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມທັງແນະນຳວິທີການຢາຍບັດ, ການປ່ອນບັດທາບທາມ ຢ່າງລະອຽດຈະແຈ້ງ ເພື່ອໃຫ້ຜູ້ເຂົ້າຮ່ວມທຸກທ່ານໄດ້ກຳແໜ້ນຫຼັກການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບການຂອງພັກ.

         ໃນໂອກາດດັ່ງກ່າວ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຢ່າງຈະແຈ້ງຕໍ່ກອງປະຊຸມ ໃນມຸມມອງການເມືອງ ແລະ ການຈັດຕັ້ງວ່າ: ການທາບທາມບຸກຄະລາກອນໃນຄັ້ງນີ້ ແມ່ນຂະບວນການທີ່ມີຄວາມສຳຄັນຍິ່ງ ໃນການປັບປຸງບູລະນະກົນໄກການນຳພາ-ຄຸ້ມຄອງ ຂອງສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີວິທະຍາສາດ ທັງຮັບປະກັນລັກສະນະສືບທອດປ່ຽນແທນໃນສະເພາະໜ້າ ແລະ ຍາວນານ. ທ່ານປະທານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກໆທ່ານ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ນຳໃຊ້ສິດປະຊາທິປະໄຕຂອງຕົນຢ່າງທ່ຽງທຳ, ພາວະວິໄສ ແລະ ມີຄວາມສັດຊື່ບໍລິສຸດ ບົນພື້ນຖານແນວທາງນະໂຍບາຍຂອງພັກ; ໂດຍເນັ້ນໃສ່ການຄັດເລືອກ ແລະ ປ່ອນບັດທາບທາມເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ໂດຍສະເພາະແມ່ນ ຕ້ອງເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງທີ່ໝັ້ນຄົງ, ມີຄວາມຈົງຮັກພັກດີ, ມີຄວາມຮູ້ຄວາມສາມາດ ແລະ ມີຜົນງານຕົວຈິງ ທີ່ສາມາດແບກຫາບພາລະກິດອັນໜັກໜ່ວງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

         ພາຍຫຼັງການຮັບຟັງທິດຊີ້ນຳຈາກປະທານ, ກອງປະຊຸມໄດ້ດຳເນີນການທາບທາມຮອບທີ 1 ຢ່າງເປັນຂະ ບວນການ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍຜູ້ເຂົ້າຮ່ວມຂັ້ນຮອງພະແນກຂຶ້ນໄປ ໄດ້ຮ່ວມກັນໃຊ້ສິດປ່ອນບັດທາບທາມ ຕາມຫຼັກການປະຊາທິປະໄຕລວມສູນຢ່າງເຄັ່ງຄັດ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ດຳເນີນການນັບຄະແນນຢ່າງໂປ່ງໃສ ເພື່ອເປັນບ່ອນອີງໃນການດຳເນີນການທາບທາມໃນຮອບຕໍ່ໆໄປ (ຮອບທີ 2 ສໍາລັບຂັ້ນຮອງຫົວໜ້າກົມຂຶ້ນໄປ ແລະ ຮອບທີ 3 ສຳລັບຄະນະພັກ ສມປຊ) ໃຫ້ສໍາເລັດຕາມແຜນການ ແລະ ວາລະທີ່ກຳນົດໄວ້.

         ກອງປະຊຸມທາບທາມບຸກຄະລາກອນໃນຄັ້ງນີ້ ຖືເປັນບາດກ້າວອັນສໍາຄັນໃນການຈັດຕັ້ງປະຕິບັດ ມະຕິຂອງຄະນະບໍລິຫານງານງານພັກ ສມປຊ ກໍຄືມະຕິຂອງສູນກາງພັກ ວ່າດ້ວຍການກໍ່ສ້າງ ແລະ ປັບປຸງຖັນແຖວພະ ນັກງານນຳພາ-ຄຸ້ມຄອງ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສືບຕໍ່ເຮັດໜ້າທີ່ເປັນເສນາທິການ ແລະ ເປັນສູນກາງແຫ່ງການກໍ່ສ້າງ, ບຳລຸງພະນັກງານນຳພາ-ຄຸ້ມຄອງ, ພະນັກງານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ທົ່ວພັກ ແລະ ທົ່ວລັດ ຢ່າງມີຄຸນນະພາບ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ໃນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ