ໃນຕອນເຊົ້າຂອງວັນທີ 22 ເມສາ 2026 ຜ່ານມານີ້, ຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີການຈັດພິທີປ້ອງກັນບົດຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂຶ້ນຢ່າງເປັນທາງການ. ຊຸດຮຽນດັ່ງກ່າວ ໄດ້ເລີ່ມດຳເນີນການຮຽນ-ການສອນມາຕັ້ງແຕ່ວັນທີ 12 ມັງກອນ 2026 ເປັນຕົ້ນມາ ເຊິ່ງເປັນບາດກ້າວອັນສຳຄັນໃນການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃຫ້ແກ່ພະນັກງານ-ສະມາຊິກພັກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.



ພິທີປ້ອງກັນບົດໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະ ຊີ້ນຳໂດຍ ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງພະນັກງານ ແລະ ສະຫາຍ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ. ນອກຈາກນັ້ນ, ຍັງມີບັນດາສະຫາຍ ໃນຄະນະກຳມະການປ້ອງກັນບົດຈົບຂັ້ນ, ຄະນະຮັບຜິດຊອບຊຸດຮຽນ ພ້ອມດ້ວຍນັກຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ເຂົ້າຮ່ວມຢ່າງພ້ອມພຽງ. ພາຍໃຕ້ການຊີ້ນຳຂອງຄະນະກຳມະການ, ການປ້ອງກັນບົດໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະ ມີລັກສະນະວິທະຍາສາດສູງ. ຄະນະຮັບຜິດຊອບຊຸດຮຽນ ແລະ ຄະນະກຳມະການປ້ອງກັນບົດຈົບຂັ້ນ ໄດ້ເອົາໃຈໃສ່ຕິດຕາມຮັບຟັງການລາຍງານ, ສັງລວມຫຍໍ້ບັນດາຄຳຄິດເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມຢ່າງມີຈຸດສຸມ. ຈຸດປະສົງຫຼັກຂອງການຕັ້ງຄໍາຖາມເຈາະຈີ້ມ ກໍເພື່ອເປີດໂອກາດໃຫ້ນັກຮຽນໄດ້ສະແດງທັດສະນະ, ທັງເປັນການທົດສອບຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບເນື້ອໃນບົດຄົ້ນຄວ້າຂອງຕົນເອງ.
ຜ່ານການລາຍງານ ແລະ ການປ້ອງກັນຕົວຈິງ ເຫັນໄດ້ຢ່າງຈະແຈ້ງວ່າ ນັກຮຽນທິດສະດີການເມືອງຂັ້ນຕົ້ນແຕ່ລະສະຫາຍ ໄດ້ມີການກະກຽມມາເປັນຢ່າງດີ, ໄດ້ເອົາໃຈໃສ່ສູງໃນການລົງເລິກຄົ້ນຄວ້າ, ຊອກຫາຂໍ້ມູນ ແລະ ຫຼັກຖານອ້າງອີງທີ່ໜັກແໜ້ນ ເພື່ອກະກຽມໃຫ້ແກ່ການປ້ອງກັນບົດ. ຕໍ່ກັບຄຳຖາມເຈາະຈີ້ມຂອງຄະນະກຳມະການ, ນັກຮຽນສາ ມາດອະທິບາຍຊີ້ແຈງ ແລະ ຕອບຄຳຖາມໄດ້ຢ່າງຖືກຕ້ອງ, ລະອຽດຖີ່ຖ້ວນ ແລະ ມີເຫດມີຜົນ ໂດຍອີງໃສ່ຂໍ້ມູນພຶດຕິກຳຕົວຈິງທີ່ຕົນເອງໄດ້ລົງເກັບກຳມາ ເຊິ່ງໄດ້ເຮັດໃຫ້ບົດຈົບຂັ້ນຂອງແຕ່ລະສະຫາຍ ມີຄວາມສົມບູນ, ຄົບຖ້ວນ ແລະ ໄດ້ຮັບການຕີລາຄາສູງຈາກຄະນະກຳມະການ. ການຈັດຕັ້ງປ້ອງກັນບົດຈົບຂັ້ນຄັ້ງນີ້ ເປັນບັ້ນ “ຝົນທັ່ງທົດສອບ” ຄຸນທາດການເມືອງ, ຫຼັກໝັ້ນຊົນຊັ້ນ ແລະ ໂລກກະທັດ ຂອງພະນັກງານ-ສະມາຊິກພັກ. ພັກເຮົາຍາມໃດກໍຢືນຢັນວ່າ “ທິດສະດີທີ່ປາສະຈາກພຶດຕິກຳ ແມ່ນທິດສະດີທີ່ເປັນໝັນ, ສ່ວນພຶດຕິກຳທີ່ປາສະຈາກທິດສະດີຊີ້ນຳ ແມ່ນພຶດຕິກຳທີ່ຕາບອດ”. ດັ່ງນັ້ນ, ບົດຄົ້ນຄວ້າຂອງນັກຮຽນແຕ່ລະສະຫາຍ ຈຶ່ງເປັນການສະທ້ອນໃຫ້ເຫັນເຖິງການກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ການນຳໃຊ້ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເຂົ້າໃນການວິເຄາະວິໄຈບັນຫາຕົວຈິງ.

ໃນຂັ້ນຕໍ່ໄປ, ພາຍຫຼັງທີ່ບົດໄດ້ຮັບການປັບປຸງໃຫ້ສົມບູນຄົບຖ້ວນແລ້ວ, ນັກສຶກສາແຕ່ລະສະຫາຍ ຈະຕ້ອງໄດ້ນຳເອົາຄວາມຮູ້, ຄວາມສາມາດ ແລະ ວິທີສັດຈະວິພາກທີ່ໄດ້ສຶກສາ-ຮ່ຳຮຽນມາຕະຫຼອດໄລຍະ 3 ເດືອນນີ້ ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ຢູ່ພາຍໃນກົມກອງຮາກຖານຂອງຕົນ. ການຫັນເອົາທິດສະດີລົງສູ່ພຶດຕິກຳຕົວຈິງຢ່າງມີປະດິດສ້າງ ຈະຊ່ວຍຍົກສູງປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ, ແກ້ໄຂບັນຫາທີ່ຫຍຸ້ງຍາກສັບສົນຢ່າງຖືກຈຸດ ແລະ ຮັບປະກັນໃຫ້ກົມກອງຂອງຕົນຍາດໄດ້ຜົນສຳເລັດສູງສຸດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ຄະນະໂຄສະນາອົບຮົມສູນກາງພັກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
