ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວພວມແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໜ່ວຍພັກຮາກຖານນັກສຶກສາປະລິນຍາຕີ ຮຸ່ນທີ XXVI ໄດ້ໄຂກອງປະຊຸມໃຫຍ່ຂອງຕົນຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນບ່າຍ ຂອງວັນທີ 17 ມີນາ 2026 ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 64 ສະຫາຍ, ຍິງ 12 ສະ ຫາຍ, ໃນນັ້ນມີຜູ້ແທນສົມບູນ 44 ສະຫາຍ, ຍິງ 6 ສະຫາຍ, ກອງປະຊຸມດັ່ງກ່າວ ມີຄວາມໝາຍສຳຄັນ ເພື່ອຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະວາງທິດທາງແຜນການໃນຕໍ່ໜ້າ, ພ້ອມທັງເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.



ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະກ່າວຊີ້ນໍາກອງປະຊຸມ ໂດຍ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີບັນດາສະຫາຍຕາງໜ້າຈາກຄະນະພັກຂັ້ນເທິງ, ແຂກຖືກເຊີນ ແລະສະມາຊິກພັກສົມບູນພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ. ການຕີລາຄາ ແລະຜົນສຳເລັດໃນການນຳພາ-ຊີ້ນຳ ໃນກອງປະຊຸມ; ສະຫາຍ ວັນທອງ ເລົ່າວັງຢາງ ຕາງໜ້າຄະນະໜ່ວຍພັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນໃນໄລຍະ 3 ເດືອນທ້າຍປີ 2025 ຜ່ານມາ. ພາຍໃຕ້ແສງສະຫວ່າງ ຂອງແນວທາງປ່ຽນແປງໃໝ່ ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໜ່ວຍພັກຮາກຖານນັກສຶກສາ ປະລິນຍາຕີ ຮຸ່ນທີ XXVI ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ຕຸລາ 2025 ປະກອບມີສະມາຊິກພັກທັງໝົດ 54 ສະຫາຍ, ຍິງ 6 ສະຫາຍ, ສະມາຊິກພັກສໍາຮອງ 8 ສະຫາຍ, ຍິງ 0 ສະຫາຍ, ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ. ຜົນສຳເລັດທີ່ພົ້ນເດັ່ນ ແມ່ນຄະນະໜ່ວຍພັກ ສາມາດນຳພາສະມາຊິກພັກ ເຂົ້າຮ່ວມເຊື່ອມຊຶມບັນດາເອກະສານສຳຄັນ, ມະຕິ ແລະຄຳສັ່ງຕ່າງໆຂອງພັກ ໄດ້ເຖິງ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 252 ເທື່ອສະຫາຍ. ດ້ານວິຊາສະເພາະ, ສະມາຊິກພັກທຸກສະຫາຍໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮ່ຳຮຽນ ຢ່າງມີຄວາມຮັບຜິດຊອບສູງ, ສາມາດສຳເລັດການຮຽນ-ການສອນ 4 ວິຊາ, ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນຳອົງການຈັດ ຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ) ໃຫ້ມີຄວາມເຂັ້ມແຂງ ແລະເຄື່ອນໄຫວຕາມພາລະບົດບາດຢ່າງຫ້າວຫັນ, ສ້າງຂະບວນການອອກແຮງງານ, ກິລາ ແລະ ກິດຈະກໍາຕ່າງໆຢ່າງຟົດຟື້ນ. ສຳລັບທິດທາງໜ້າທີ່ ໄດ້ວາງທິດທາງແຜນການສູ້ຊົນສ້າງໜ່ວຍພັກ ໃຫ້ກາຍເປັນ “ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ” ພ້ອມທັງຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ແບ່ງງານ-ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ແລະ ເພີ່ມທະວີວຽກງານກວດກາພັກໃຫ້ເປັນປົກກະຕິ.






ໃນກອງປະຊຸມໄດ້ມີການໃຊ້ສິດປະຊາທິປະໄຕ ເຂົ້າໃນການເລືອກຕັ້ງຄະນະພັກຊຸດໃໝ່ ຊຶ່ງກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານມາດຖານ ແລະເງື່ອນໄຂທີ່ກຳນົດໄວ້, ເພື່ອເປັນແກນນຳໃນການສືບຕໍ່ຊີ້ນຳ-ນຳພາ ໜ່ວຍພັກໃນຕໍ່ໜ້າ. ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາບັນດາສະຫາຍ ທີ່ມີມາດຖານຄົບຖ້ວນເຂົ້າໃນ ຄະນະໜ່ວຍພັກຊຸດໃໝ່ ດັ່ງນີ້:
- ສະຫາຍ ລັດຖະກຸນ ມະນີວັນ ເປັນເລຂາໜ່ວຍພັກ.
- ສະຫາຍ ກຳຈັນ ແກ້ວຄຳແສນ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ.
- ສະຫາຍ ນາງ ພຸດທາ ພົມມະແສງ ເປັນຄະນະໜ່ວຍພັກ.
- ສະຫາຍ ພູມປັນຍາ ໄຊຍະວົງເພັດ ເປັນຄະນະໜ່ວຍພັກ.
- ສະຫາຍ ສອນທະວີ ລໍເບຍຢາວ ເປັນຄະນະໜ່ວຍພັກ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳອັນລ້ຳຄ່າ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກຍາດມາໄດ້ ແລະເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຍົກສູງບົດບາດການນຳພາຂອງພັກໃຫ້ສູງຂຶ້ນ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ສະມາຊິກພັກຢ່າງຕໍ່ເນື່ອງ ແລະຖືເອົາການຄົ້ນຄວ້າຮ່ຳຮຽນທິດສະດີການເມືອງ-ການປົກຄອງ ເປັນໜ້າທີ່ການເມືອງໃຈກາງ; ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໃຫ້ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕ້ານປະກົດການຫຍໍ້ທໍ້ ແລະສ້າງຂະບວນການໃຫ້ຟົດຟື້ນ.
ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານນັກສຶກສາປະລິນຍາຕີ ຮຸ່ນທີ XXVI ໄດ້ອັດລົງດ້ວຍຜົນສຳ ເລັດຢ່າງຈົບງາມ, ເຕັມໄປດ້ວຍຄວາມໝາຍໝັ້ນ ຂອງຄະນະພັກຊຸດໃໝ່ ແລະສະມາຊິກພັກທຸກສະຫາຍ ທີ່ຈະນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນຕົວຈິງ, ປະກອບສ່ວນເຂົ້າໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ປະເທດຊາດຢ່າງຕັ້ງໜ້າ.
ຂ່າວ: ພາສິດ ສີງຫາວົງ
ຮູບພາບ: ວິທູນ ວິລະສັກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
