ເພື່ອຮັບປະກັນຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ ແລະຍົກສູງຄຸນນະພາບການສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ , ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນປະເມີນຜົນນັກສຶກສາ ທີ່ສຳເລັດການສຶກສາໄລຍະປີ 2023-2025 ແລະກວດກາຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງທົ່ວປະເທດ. ການເຄື່ອນໄຫວຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງສະບັບເລກທີ 117/ສມປຊ, ລົງວັນທີ 26 ມັງກອນ 2026.

         ໃນການລົງພື້ນທີ່, ທາງຄະນະຮັບຜິດຊອບລົງເກັບກໍາຂໍ້ມູນຈາກ ສມປຊ ໄດ້ຈັດກອງປະຊຸມທາບທາມ ແລະ ເຮັດວຽກໂດຍກົງຮ່ວມກັບ ບັນດາຄະນະຈັດຕັ້ງແຂວງ/ນະຄອນຫຼວງ, ຄະນະອໍານວຍການໂຮງຮຽນການເມືອງ ແລະການປົກຄອງແຂວງ, ຕະຫຼອດຮອດອະດີດນັກສຶກສາທີ່ຈົບໄປແລ້ວ. ຈຸດປະສົງຫຼັກ ບໍ່ພຽງແຕ່ແມ່ນການກວດກາທາງດ້ານບໍລິຫານວິຊາການ ຕາມມາດຖານໂຮງຮຽນ “ສອນດີ-ສອນເກັ່ງ” ເທົ່ານັ້ນ, ແຕ່ຍັງເນັ້ນໃສ່ການປະເມີນ “ສົ້ນອອກ” ຫຼື ຄຸນນະພາບຂອງພະນັກງານພາຍຫຼັງການສຶກສາ ເພື່ອເບິ່ງການຫັນປ່ຽນທາງດ້ານທັດສະນະການເມືອງ, ການໄດ້ຮັບຄວາມໄວ້ວາງໃຈ ແລະການເຕີບໃຫຍ່ໃນໜ້າທີ່ຕຳແໜ່ງ.

         ການເກັບກຳຂໍ້ມູນ ແມ່ນໄດ້ດຳເນີນຜ່ານຊຸດຄຳຖາມເຈາະຈີ້ມຢ່າງເລິກເຊິ່ງ ເຊິ່ງແບ່ງອອກເປັນ 2 ເປົ້າໝາຍຄື:

1). ສຳລັບໂຮງຮຽນການເມືອງ ແລະ ການປົກຄອງແຂວງ (ມີ 16 ຄໍາຖາມ), ສຸມໃສ່ຖາມເຖິງຄວາມສອດຄ່ອງຂອງມາດຖານໂຮງຮຽນສອນດີ-ສອນເກັ່ງ , ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການປະຕິບັດຫຼັກສູດໄລຍະສັ້ນ ແລະ ໄລຍະຍາວ , ມາດຖານການຄັດເລືອກນັກສຶກສາ , ການປະເມີນຜົນໄດ້ຮັບ ແລະການຖືກວິໄນຂອງນັກສຶກສາຫຼັງຮຽນຈົບ , ການຄົ້ນຄວ້າວິທະຍາສາດ ແລະການຄຸ້ມຄອງນຳໃຊ້ງົບປະມານ.

2). ສຳລັບຄະນະຈັດຕັ້ງແຂວງ ແລະນະຄອນຫຼວງ (ມີ 5 ຄໍາຖາມ), ສຸມໃສ່ການນຳພາ-ຊີ້ນຳໂຮງຮຽນການເມືອງແຂວງ, ການຄັດເລືອກ ແລະການປະຕິບັດນະໂຍບາຍຕໍ່ພະນັກງານທີ່ໄປຮຽນ, ລວມເຖິງການຕີລາຄາຄຸນນະພາບ ແລະການບັນຈຸຊັບຊ້ອນໜ້າທີ່ການງານພາຍຫຼັງຮຽນຈົບ.

         ປັດຈຸບັນ ຄະນະຮັບຜິດຊອບກຸ່ມ 1 ເຊິ່ງນຳໂດຍ: ທ່ານ ປທ ນ.ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ ສມປຊ ໄດ້ສຳເລັດການລົງເຄື່ອນໄຫວຢູ່ 5 ແຂວງພາກກາງ (ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ວຽງຈັນ ແລະນະຄອນ ຫຼວງວຽງຈັນ) ເຊິ່ງດຳເນີນມາຕັ້ງແຕ່ວັນທີ 01 ຫາ 13 ມີນາ 2026.

         ສຳລັບການລົງປະເມີນຜົນທົ່ວປະເທດນີ້ ແມ່ນແບ່ງອອກເປັນ 4 ກຸ່ມ ແລະຈະສືບຕໍ່ເຄື່ອນໄຫວໄປຕາມແຕ່ລະພາກຈົນໄປສິ້ນສຸດລົງຢ່າງເປັນທາງການໃນວັນທີ 01ພຶດສະພາ 2026. ການສິ້ນສຸດນີ້ຈະປິດທ້າຍໂດຍການເຄື່ອນໄຫວຂອງ ກຸ່ມທີ 4 ທີ່ຮັບຜິດຊອບບັນດາແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ເຊິ່ງຈະລົງພື້ນທີ່ແຕ່ວັນທີ 19 ເມສາ ຫາ 01 ພຶດສະພາ 2026.
– ສຳລັບດ້ານເວລາການເຄື່ອນໄຫວຂອງກຸ່ມ 2 ວັນທີ 15-25 ມີນາ 2026, ກຸ່ມ 3 ວັນທີ 29 ມີນາ-8 ເມສາ 2026 ແລະ ກຸ່ມ 4 ວັນທີ 19 ເມສາ ຫາ 1​ ພຶດສະພາ 2026

ຂ່າວ:​ ປທ ຕາອັອດ ແສນທະວີສຸກ
ຮູບພາບ: ປອ ນ. ຄຳຮູ້ ວິລະທອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ