ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ໃຫ້ປະກົດຜົນເປັນຈິງ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເຊິ່ງເປັນສະຖາບັນຍຸດທະສາດໃນການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ລະດັບກາງ ແລະລະດັບສູງຂອງພັກ, ໄດ້ຈັດຕັ້ງພິທີປາຖະກະຖາຂຶ້ນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 116 ປີ (8 ມີນາ 1910 – 8 ມີນາ 2026) ຂຶ້ນຢ່າງຄຶກຄື້ນ ແລະ ມີຄວາມໝາຍຄວາມສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ ໃນຕອນເຊົ້າວັນທີ 17 ມີນາ 2026.

ພິທີສະເຫຼີມສະຫຼອງໃນປີນີ້ ຖືກຈັດຂຶ້ນພາຍໃຕ້ຄຳຂວັນທີ່ເຕັມໄປດ້ວຍອຸດົມການອັນໜັກແໜ້ນຄື:“ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດເພື່ອແມ່ຍິງ ແລະເດັກນ້ອຍທຸກຄົນ” ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ແລະໂອ້ລົມໂດຍ: ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມນີ້ ກໍມີບັນດາສະຫາຍໃນຄະນະພັກ, ຄະນະນຳສະຖາບັນ, ຄະນະບໍລິຫານງານສະຫະພັນແມ່ຍິງ, ພະນັກງານ, ຄູ-ອາຈານ ແລະສະມາຊິກສະຫະພັນແມ່ຍິງທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ, ທ່ານ ຮສ ປອ ນ. ລຳພູນ ດວນສຸວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ຫວນຄືນມູນເຊື້ອປະຫວັດສາດແຫ່ງການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ. ການຕໍ່ສູ້ຂອງແມ່ຍິງໃນວັນທີ 8 ມີນາ ບໍ່ແມ່ນພຽງແຕ່ການຮຽກຮ້ອງສິດທິທົ່ວໄປເທົ່ານັ້ນ, ແຕ່ມັນແມ່ນການຕໍ່ສູ້ທາງຊົນຊັ້ນ ຂອງຊົນຊັ້ນກຳມະກອນຍິງ ຕ້ານກັບການກົດຂີ່ຂູດຮີດຂອງລະບອບນາຍທຶນ. ການຕໍ່ສູ້ດັ່ງກ່າວ ໄດ້ກາຍເປັນປະກົດການທີ່ສຳຄັນທີ່ເຊື່ອມໂຍງເຂົ້າກັບຂະບວນການປະຕິວັດຂອງຊົນຊັ້ນກຳມະກອນສາກົນ. ສຳລັບ ຢູ່ ສປປ ລາວ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາ ຊົນປະຕິວັດລາວ, ແມ່ຍິງລາວໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນທຸກສະໜາມຮົບການເມືອງ, ການທະຫານ ແລະ ການຕ່າງປະເທດ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ. ມາຮອດປັດຈຸບັນ, ການປົດປ່ອຍແມ່ຍິງໄດ້ຖືກຜັນຂະຫຍາຍເປັນນະໂຍບາຍຂອງລັດ ເພື່ອຮັບປະກັນຄວາມສະເໝີພາບຍິງ-ຊາຍ ໃນທຸກຂົງເຂດວຽກງານພັກ-ລັດ, ຮັບປະກັນສິດທິ, ຄວາມຍຸຕິທຳ ແລະສົ່ງເສີມໃຫ້ແມ່ຍິງໄດ້ລົງມືປະຕິບັດໜ້າທີ່ການເມືອງຢ່າງເຕັມສ່ວນ.








ເພື່ອເປັນການຢັ້ງຢືນເຖິງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ, ທ່ານ ປທ ນ. ອານົງ ຂັນທະຍົງ ຮອງປະທານສະຫະພັນແມ່ຍິງ ສມປຊ ໄດ້ຂຶ້ນຜ່ານເນື້ອໃນບົດສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ ແລະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” (ພົນລະ ເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີ). ຂໍ້ແຂ່ງຂັນ “3 ດີ” ບໍ່ແມ່ນພຽງແຕ່ຄຳຂວັນທາງສັງຄົມ, ແຕ່ເປັນເຄື່ອງມືທາງດ້ານການເມືອງ-ແນວຄິດ ທີ່ສຳຄັນຂອງອົງການຈັດຕັ້ງມະຫາຊົນ ເພື່ອເຕົ້າໂຮມຄວາມສາມັກຄີ ແລະດັດສ້າງແນວຄິດຂອງພະນັກງານແມ່ຍິງ. ບົດລາຍງານໄດ້ຍົກໃຫ້ເຫັນຕົວເລກທີ່ໜ້າພາກພູມໃຈ ໃນການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານນຳພາເພດຍິງ ຢູ່ ສມປຊ ເຊິ່ງສະ ແດງອອກໃນການດຳລົງຕຳແໜ່ງການນຳພາ-ຄຸ້ມຄອງຂັ້ນຕ່າງໆ ເປັນຕົ້ນແມ່ນ: ຮອງຫົວໜ້າສະຖາບັນ ກວມເອົາເຖິງ 66,66%, ຫົວໜ້າກົມ ຫຼື ທຽບເທົ່າ ກວມ 33,33% ແລະຮອງກົມ ກວມ 41,93%. ຕົວເລກດັ່ງກ່າວເປັນການຢັ້ງຢືນຢ່າງຈະແຈ້ງວ່າ ພັກ-ລັດ ຍາມໃດກໍໄວ້ເນື້ອເຊື່ອໃຈ ແລະມອບໝາຍໜ້າທີ່ການເມືອງອັນໜັກໜ່ວງໃຫ້ແກ່ແມ່ຍິງ, ເຊິ່ງແມ່ຍິງ ສມປຊ ໄດ້ກາຍເປັນກຳລັງແຮງທີ່ສຳຄັນໃນການຄົ້ນຄວ້າ, ປະກອບສ່ວນສ້າງທິດສະດີການເມືອງ ແລະປົກປັກຮັກສາອຸດົມການຂອງພັກ.
ໃນຕອນທ້າຍພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມ ແລະທິດຊີ້ນຳອັນລ້ຳຄ່າ ຈາກ ທ່ານ ປອ ອານຸພາບ ຕຸນາລົມ ເຊິ່ງທ່ານໄດ້ຕີລາຄາສູງ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະສະຫະພັນແມ່ຍິງ ກໍຄືສະມາຊິກແມ່ຍິງທົ່ວ ສມປຊ ຍາດມາໄດ້. ທ່ານໄດ້ເນັ້ນໜັກໃນມູມມອງການເມືອງວ່າ: ທ່າມກາງສະພາບການຂອງໂລກ ແລະພາກພື້ນ ທີ່ພວມຜັນແປໄປຢ່າງສັບສົນ, ການຕໍ່ສູ້ທາງດ້ານການເມືອງ-ແນວຄິດ ຍິ່ງມີຄວາມແຫຼມຄົມກວ່າເວລາໃດໝົດ. ດັ່ງນັ້ນ, ແມ່ຍິງໃນຖານະທີ່ເປັນພະນັກງານການນຳ, ເປັນຄູ-ອາຈາທີ່ຢູ່ນະຄອນຫຼວງ ທາງດ້ານທິດສະດີການເມືອງແຫ່ງນີ້, ກ່ອນອື່ນໝົດຕ້ອງເພີ່ມທະວີການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຮັກສາຫຼັກໝັ້ນຊົນຊັ້ນກຳມະກອນໃຫ້ໜັກແໜ້ນ, ຍົກສູງຄຸນສົມບັດສິນທຳປະຕິວັດ; ຕ້ອງເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຕະຫຼອດຮອດແນວທາງ, ນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ໃຫ້ເລິກເຊິ່ງ ແລະແທດເຖິງ.

ທ່ານປະທານຍັງໄດ້ຊີ້ແຈງຕື່ມວ່າ ການປະຕິບັດຄຳຂວັນ “ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດ…” ຈະປະກົດຜົນເປັນຈິງໄດ້ ກໍຕໍ່ເມື່ອພະນັກງານແມ່ຍິງທຸກສະຫາຍ ເອົາໃຈໃສ່ຫັນເອົາທິດສະດີທີ່ໄດ້ຮຽນຮູ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ເກີດດອກອອກຜົນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະວິທະຍາສາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້. ຄະນະພັກທຸກຂັ້ນ ຕ້ອງສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງພະນັກງານເພດຍິງ, ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການພັດທະນາໃນທຸກດ້ານ ເພື່ອສ້າງບາດກ້າວບຸກທະລຸທາງດ້ານຊັບພະຍາກອນມະນຸດ.
ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຢູ່ ສມປຊ ໃນປີນີ້, ບໍ່ພຽງແຕ່ເປັນການລຳລຶກເຖິງມູນເຊື້ອອັນສະຫງ່າອົງອາດເທົ່ານັ້ນ, ແຕ່ຍັງເປັນບັ້ນດຳເນີນຊີວິດການເມືອງທີ່ສຳຄັນໃນການປຸກລະດົມນ້ຳໃຈຮັກຊາດ, ຮັກລະບອບໃໝ່ ແລະສ້າງຄວາມຕື່ນຕົວທາງດ້ານການເມືອງ ໃຫ້ແກ່ແມ່ຍິງລາວທຸກຄົນ. ພະນັກງານ-ລັດຖະກອນຍິງ ສມປຊ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮັກສາມູນເຊື້ອ “3 ດີ”, ເປັນກຳລັງແຮງອັນແຂງແກ່ນໃຫ້ແກ່ພັກ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານການເມືອງ-ແນວຄິດ, ສ້າງຄອບຄົວໃຫ້ກາຍເປັນຈຸລັງທີ່ເຂັ້ມແຂງຂອງສັງຄົມ ແລະ ປະກອບສ່ວນຢ່າງສຸດຈິດສຸດໃຈເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ພາຍຫຼັງສຳເລັດພິທີ, ໄດ້ມີການຈັດກິດຈະກຳຖາມ-ຕອບວິທະຍາສາດ ເພື່ອເປັນການສ້າງຂະບວນໃນພິທີໃຫ້ຄຶກຄື້ນ.














ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
