ໃນຕອນເຊົ້າ ເວລາ 9 ໂມງ 00 ນາທີ ຂອງວັນທີ 3 ມີນາ 2026  ທີມງານລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XXI ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຈຸ 05 ຈຸດບ້ານໂພນແຍງ, ເມືອງເຟືອງ, ແຂວງວຽງຈັນ ໄດ້ສົມທົບອົງການປົກຄອງບ້ານ ນໍາພາພໍ່ແມ່ປະຊາຊົນພາຍໃນບ້ານໂພນແຍງ ສ້າງຂະບວນການອອກແຮງງານລວມ ດ້ວຍການເກັບຂີ້້ເຫຍື້ອ ແລະຖາງຫຍ້າຕາມເສັ້ນທາງຫຼວງ ແລະທາງຮ່ອມ ພາຍໃນບ້ານ. ຈຸດປະສົງຂອງການອອກແຮງງານໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງບ້ານມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ທັງເປັນເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງວັນແມ່ຍິງສາກົນ ວັນທີ 8 ມີນາ 2026 ຄົບຮອບ 116 ປີ ອີກດ້ວຍ. ການອອກແຮງງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 201 ທ່ານ, ຍິງ  115 ທ່ານ; ຂະບວນການອອກແຮງງານດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ສາມັກຄີ ແລະສຳເລັດຕາມຈຸດປະສົງທີ່ຕັ້ງໄວ້ຢ່າງຈົບງາມ.

                           ຂ່າວ/ພາບ: ແອ່ນດູ່ ແກ້ວວິໄລຫົງ, ທີມງານລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນແຍງ

                           ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ