ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍທີມງານຕິດຕາມການລົງກໍ່ສ້າງຮາກຖານການເມືອງເດີນທາງຢ້ຽມຢາມ ແລະ ເຮັດວຽກນຳທີມງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນທອນ, ເມືອງເຟືອງ,ແຂວງວຽງຈັນ ໃນລະຫວ່າງວັນທີ 6 ມີນາ 2026 ຈຸດປະສົງເພື່ອຕິດຕາມການເຄື່ອນໄຫວວຽກກໍ່ສ້າງຮາກຖານການເມືອງຂອງນັກສຶກສາ, ໂດຍມີສະຫາຍ ທອງດຳ ສີວິໄລລັກ ຮອງເລຄະນະບໍລິຫານງານພັກເມືອງ, ປະທານອົງການປົກຄອງເມືອງເຟືອງ ພ້ອມດ້ວຍຄະນະ, ຄະນະບ້ານ, ນັກຄົ້ນຄວ້າ ເຂົ້າຮ່ວມ 18 ສະຫາຍ, ຍິງ 4 ສະຫາຍ; ຈາກນັ້ນ ສະຫາຍ ຈັນສະໝອນ ບຸດທະສະວົງ ຫົວໜ້າຄະນະນັກສຶກສາ ໄດ້ລາຍງານການການຈັດຕັ້ງເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ 21 ຢູ່ບ້ານໂພນທອນ ເມືອງເຟືອງ ແຂວງວຽງຈັນ.

ໃນໂອກາດການເຄື່ອນໄຫວເຮັດວຽກຄັ້ງນີ້ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຄຳເຫັນໂອລົມ ຕໍ່ທິມງານກໍ່ສ້າງຮາກຖານການເມືອງ ຊຶ່ງກ່ອນອື່ນສະຫາຍ ໄດ້ຄວາມຍ້ອງຍໍຊົມເຊີຍຕໍ່ທີມງານລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນ ທອນ, ເມືອງເຟືອງ, ແຂວງວຽງຈັນ ໃຫ້ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືການພັດທະນາບ້ານຂອງຕົນໃຫ້ນັບມື້ມີບາດກ້າວຂະຫຍາຍຕົວສູ່ໂສມໜ້າ ໃໝ່; ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ທິມງານ ຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານວຽກກໍ່ສ້າງຮາກຖານການເມືອງ ແລະ ວຽກງານປັບປຸງກົງຈັກຈັກການຈັດຕັ້ງຂັ້ນບ້ານໃຫ້ເຂັ້ມແຂງ, ໜັກແໜ້ນ; ໂດຍສະເພາະແມ່ນ ວຽກງານການເມືອງ-ແນວຄິດ, ວຽກງານເສດຖະກິດ, ວຽກງານວັດທະນະ ທຳ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານວັດທະນະທຳ-ສັງຄົມ, ປັບປຸງແບບແຜນວິທີເຮັດວຽກຂອງທີມງານ, ແບບແຜນວິທີນຳພາ ແລະ ແບບແຜນການດຳລົງຊີວິດໃຫ່້ສອດຄ່ອງ, ສ້າງຄວາມມີລະບຽບວິ ໄນ, ຈຸດໃດທີ່ຍັງອ່ອນ ແລະ ຄົງຄ້າງຕ້ອງໄປແກ້ຢ່າງເດັດດ່ຽວ; ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງບ້ານ, ຕີຖອຍການສ້າງກະແສຄວາມແຕກແຍກຄວາມສາມັກຄີພາຍໃນສັງຄົມ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃຫ້ກ້າວໄປສູ່ຄວາມຢູ່ດີກິນດີ ແລະມີຄວາມຜາສຸກ.

ບັນດາສະຫາຍທີ່ໄດ້ຮັບຜິດຊອບວຽກງານແຕ່ລະໜ່ວຍງານຂອງບ້ານ ຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດໜ້າທີ່ ເປັນຕົ້ນແມ່ນຕ້ອງເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ, ຕ້ອງເປັນຜູ້ທີ່ມີຄວາມອົດທົນ, ດຸໝັ່ນຄົ້ນຄວ້າບັນດານິຕິກຳຕ່າງໆ ໂດຍສະເພາະ ກຳແໜ້ນນິຕິກຳໃນການວຽກງານກໍ່ສ້າງສ້າງຮາກຖານການເມືອງເປັນຕົ້ນມະຕິ, ຄຳສັ່ງ, ຄຳແນະນຳ, ແຈ້ງການຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຜັນຂະຫຍາຍອອກເປັນນິຕິກຳຂອງບ້ານ ຕາມຄວາມເໝາະສົມ; ຕ້ອງກຳປະຫວັດຕົ້ນກຳເນີດ, ປະຫວັດການເຄື່ອນໄຫວ, ສະພາບຈຸດພິເສດ ແລະ ຜົນງານຂອງພໍ່, ແມ່, ປະຊາຊົນ, ສະມາຊິກພັກ-ພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງບ້ານເປັນແຕ່ລະໄລຍະ, ຕ້ອງເອົາໃຈໃສ່ປະຕິບັດລະບອບຊຸກຍູ້, ຕິດຕາມກວດກາການປະຕິບັດສິດ, ໜ້າທີ່ຂອງຄະນະພັກ, ຄະນະບ້ານ ໂດຍສົມທົບກັບຄະນະພາກສ່ວນກ່ຽວຂ້ອງ ເພື່ອຕິຕາມກວດກາໃຫ້ເປັນປົກກະຕິ.
ຂ່າວ/ພາບ: ສົມໄຊ ຫຼ້າດວງມະນີ, ທີມງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນທອນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
