ໃນຕອນເຊົ້າ ຂອງວັນທີ 2 ມີນາ 2026 ນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XXI ຮ່ວມກັບອົງການປົກຄອງບ້ານໂພນແຍງ, ເມືອງເຟືອງ, ແຂວງວຽງຈັນ, ໄດ້ຈັດກອງປະຊຸມຜ່ານແຜນລົງກໍ່ສ້າງຮາກຖານການເມືອງຂອງບ້ານ ຢູ່ທີ່ຫ້ອງການບ້ານໂພນແຍງ, ເຂົ້າຮ່ວມກອງປະຊຸມ ປະກອບມີຄະນະພັກ-ອໍານາດການປົກຄອງບ້ານໂພນແຍງ, ນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 5) ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລວມຜູ້ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 2 ທ່ານ.

ໃນກອງປະຊຸມ ທ່ານ ຕຸ້ຍ ແພງບຸນຈັນ ເລຂາພັກບ້ານ, ນາຍບ້ານໂພນແຍງ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຂອງບ້ານ ເຊິ່ງເລີ່ມແຕ່ວັນທີ 25 ກຸມພາ – 16 ມີນາ 2026 ລວມໄລຍະເວລາທັງໝົດ 20 ວັນ; ແຜນດັ່ງກ່າວໄດ້ເນັ້ນໃສ່ບັນດາ 4 ກຸ່ມວຽກ ຄື: ດ້ານການເມືອງ-ແນວຄິດ, ດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແນໃສ່ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວທາງວດ້ານການເມືອງ, ບ້ານມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສະພາບຊີວິດການເປັນຢູ່ ຂອງປະຊາຊົນນັບມື້ໄດ້ຮັບການພັດທະນາດີຂຶ້ນ.

ຫຼັງຈາກນັ້ນ ຕາງໜ້າຄະນະນັກສຶກສາ ໂດຍແມ່ນ ທ່ານ ກິອຸໄທ ພອນມີໄຊ ຫົວໜ້າພະແນກຄົ້ນຄວ້າສັງລວມ ຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນນາມເປັນຫົວໜ້ານໍາພາຄະນະດັ່ງກ່າວ ໄດ້ຂຶ້ນມີຄໍາເຫັນ ຊຶ່ງທ່ານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະການໃຫ້ຄວາມຮ່ວມມືເປັນຢ່າງດີ ຂອງຄະນະນໍາ-ອໍານາດການປົກຄອງບ້ານ ອັນໄດ້ເຮັດໃຫ້ການສ້າງແຜນການເຄື່ອນໄຫວຄັ້ງນີ້ສຳເລັດດ້ວຍດີ, ພ້ອມດຽວກັນນັ້ນ ທ່ານ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງພ້ອມກັນນຳເອົາແຜນການດັ່ງກ່າວໄປຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ມີຜົນສຳເລັດຕາມລະດັບຄາດໝາຍທີ່ຕັ້ງໄວ້.

ໃນໂອກາດດັ່ງກ່າວ, ຄະນະນັກສຶກສາ ໄດ້ມອບເຄື່ອງທີ່ລະນຶກຈຳນວນໜຶ່ງ ໃຫ້ຄະນະພັກ-ອຳນາດການປົກຄອງ ບ້ານ ປະກອບມີປື້ມສັງລວມກົດໝາຍຈໍານວນ 15 ຫົວ, ກົດໝາຍວ່າດ້ວຍການດໍາເນີນຄະນະດີອາຍາ 6 ຫົວ, ປື້ມວາລະສານທິດສະດີການເມືອງ ແລະການປົກຄອງ ຈຳນວນ 60 ຫົວ, ຕູ້ໃສ່ນ້ຳຮ້ອນ-ນ້ຳເຢັນ ຈຳນວນ 1 ໜ່ວຍ, ເສື້ອຍືດໂປໂລ ຈຳນວນ 9 ຜືນ ລວມມູນຄ່າທັງໝົດ 2,780,000 ກີບ (ສອງລ້ານເຈັດແສນແປດສິບພັນກີບ).

                           ຂ່າວ/ພາບ: ແອ່ນດູ່ ແກ້ວວິໄລຫົງ, ທີມງານລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນແຍງ

                           ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ