ໃນວັນທີ 4 ມີນາ 2026 ຢູ່ທີ່ຫ້ອງການບ້ານໂພນທອນ ເມືອງເຟືອງ ແຂວງ ວຽງຈັນ ໄດ້ດຳເນີນຊີວິດການເມືອງພາຍໃນໜ່ວຍພັກບ້ານໂພນທອນ ໂດຍການເປັນປະທານ ຂອງສະຫາຍ ບຸນຊູ ອິນທະວົງ ເລຂາໜ່ວຍພັກຮາກຖານບ້ານໂພນທອນ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ກຸ່ຍບ່າ ອິນຊານ ຮອງເລຂາຄະນະພັກກຸ່ມໂພນທອນ, ມີສະຫາຍ ມີສະຫາຍ ປທ ນ ນຸດສີດາ ພິມມະຈັນ ຮອງຫົວໜ້າພາກວິຊາຂົນຂວາຍ ແລະ ກໍ່ສ້າງຮາກຖານ, ຫົວໜ້າທີມງານໜ່ວຍ 2 ບ້ານໂພນທອນ, ມີທີມງານນັກສຶກສາທີ່ລົງກໍ່ສ້າງຮາກຖານ ແລະ ສະມາຊິກພັກສົມບູນ, ສໍາຮອງ ຂອງບ້ານເຂົ້າຮ່ວມຈຳນວນ 34 ສະຫາຍ, ຍິງ 8 ສະຫາຍ.



ກອງປະຊຸມດຳເນີນຊີວິດການເມືອງພາຍໃນໜ່ວຍພັກໃນຄັ້ງນີ້ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກພັກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ໄດ້ທົດລອງຕີລາຄາປະເມີນການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກຕາມ 5 ເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຂ່າວ/ພາບ: ສົມໄຊ ຫຼ້າດວງມະນີ, ທີມງານລົງກໍ່ສ້າງຮາກຖານການເມືອງ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
