ໃນຕອນເຊົ້າ ວັນທີ 26 ກຸມພາ 2026 ໄດ້ມີພິທີ ພົບປະ ລະຫວ່າງ ນັກສຶກສາປະລິນຍາໂທ ຮຸ່ນທີ XXI ກັບຄະນະບ້ານນາກາງ ທີ່ຫ້ອງການປົກຄອງ ບ້ານນາກາງ, ເມືອງເຟືອງ, ແຂວງວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີພົບປະມີຄະນະພັກ-ຄະນະປົກຄອງບ້ານນາກາງ, ຄູ-ອາຈານ, ນັກສຶກສາ ປະລິນຍາໂທຮຸ່ນທີ XXI (ຫ້ອງ ກ, ໜ່ວຍທີ 3) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 05 ທ່ານ, ໃນພິທີດັ່ງກ່າວ ທ່ານ ບຸນພອນ ໄຊຊະນະ ເລຂາພັກບ້ານ, ນາຍບ້ານໆນາກາງ ໄດ້ກ່າວຕ້ອນຮັບ ແລະລາຍງານສະພາບລວມຂອງບ້ານ ໂດຍຍົກໃຫ້ເຫັນທ່າແຮງທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງ ໃນການຈັດຕັ້ງປະຕິບັດວຽກງານ ໄລຍະ 01 ປີຜ່ານມາ ເຊິ່ງບ້ານໄດ້ເອົາໃຈໃສ່ໃນການ ນໍາພາ-ຊີ້ນໍາວຽກງານ ຕາມ 04 ກຸ່ມວຽກໃຫຍ່ ຄື: ວຽກງານການເມືອງ-ແນວຄິດ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະທ່ານ ປທ ນາງ ສີອາມອນ ວົງຈັນ ຮອງພະແນກສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າຄະນະນັກສຶກສາໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງຄະນະພັກ, ຄະນະນໍາ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ, ຈາກນັ້ນ ທ່ານໄດ້ແຈ້ງຈຸດປະສົງ, ແຜນການເຄື່ອນໄຫວໂດຍຫຍໍ້ຂອງຄະນະ ພ້ອມທັງປຶກສາຫາລື ແລກປ່ຽນບົດຮຽນຕ່າງໆ ຂອງບ້ານ ເພື່ອເຮັດໃຫ້ການເຄື່ອນໄຫວທຸກຂົງເຂດວຽກງານມີຄວາມກົມກຽວ ແລະສອດຄອງກັບສະພາບຕົວຈິງ.







ຜ່ານການເຄື່ອນໄຫວວຽກງານໃນໄລຍະດັ່ງກ່າວ ຄະນະນັກສຶກສາລົງກໍ່ສ້າງຮາກຖານການເມືອງ ໄດ້ ພ້ອມກັນອະນາໄມສະຖານທີ່ແຕ່ງກິນ ແລະ ຫ້ອງກິນເຂົ້າຂອງນ້ອງນ້ອຍນັກຮຽນໂຮງຮຽນປະຖົມບ້ານນາກາງ ພ້ອມທັງຊ່ວຍແຕ່ງອາຫານໃຫ້ນ້ອງນັກຮຽນ 02 ຄັ້ງ, ອະນາໄມຫ້ອງການບ້ານນາກາງຫຼັງເກົ່າ 02 ຄັ້ງ, ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງໃຫ້ຄອບຄົວຂາດເຂີນ 01 ຄອບຄົວ ລວມມູນຄ່າ ຈໍານວນ 500,000 ກີບ, ລົງຢ້ຽມຢາມການຜະລິດກະສິກຳ ການປູກໝາກແຕງ, ໝາກໂມ, ໝາກຖົ່ວ ແລະ ການປູກກະລໍາປີ ແລະ ອື່ນໆ ຂອງປະຊາຊົນບ້ານນາກາງ ຈໍານວນ 02 ຄອບຄົວ.
ຂ່າວ/ພາບ: ປທ ນ. ສີອາມອນ ວົງຈັນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
