ໃນ ລະຫວ່າງ ວັນທີ 25-27 ກຸມພາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້“ວຽກງານພິທີການ ແລະ ພົວພັນຕ່າງປະເທດ” ໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ຂອງສະຖາບັນ ເຊິ່ງພິທີໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ແລະ ປິດໂດຍ: ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ, ມີບັນດາພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມເພຽງ.

         ຊຸດຝຶກອົບຮົມໃນຄັ້ງນີ້ ມີສໍາມະນາກອນເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 17 ທ່ານ ເຊິ່ງປະກອບມີຄະນະນໍາ ສມປຊ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການ. ເປັນເວລາ 3 ວັນເຕັມ, ນັກສໍາມະນາກອນໄດ້ຮຽນຮູ້ເນື້ອໃນທີ່ສຳຄັນໃນ 5 ຫົວຂໍ້ຫຼັກ ຄື: ຄວາມຮູ້ພື້ນຖານກ່ຽວກັບວຽກງານພິທີການທູດ, ການທູດ, ການຕ້ອນຮັບແຂກຕ່າງປະເທດ, ການຈັດງານລ້ຽງຮັບຮອງ, ມາລະຍາດສັງຄົມລາວ, ສາກົນ, ການພົວພັນສາກົນ ແລະ ນະໂຍບາຍການຕ່າງປະເທດ ພ້ອມທັງບົດຮຽນຕົວຈິງຂອງ ສມປຊ.

         ໃນຕອນທ້າຍຂອງຊຸດຝຶກອົບຮົມ, ທ່ານ ປອ ພູວອນ ສີທົນທອງດຳ ຫົວໜ້າພະແນກພົວພັນຕ່າງປະເທດ, ສມປຊ ໄດ້ຜ່ານບົດສະຫຼຸບການຝຶກອົບຮົມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນຫຼາຍດ້ານ. ໂດຍສະເພາະແມ່ນການຕີລາຄາດ້ານດີ ທີ່ເຫັນວ່າສໍາມະນາກອນມີຄວາມເປັນເຈົ້າການ, ສາມາດຮັບຮູ້ ແລະ ໄຈ້ແຍກບັນຫາດ້ານພິທີການໄດ້ຢ່າງຈະແຈ້ງ. ວິທະຍາກອນຈາກ ສມປຊ ແລະ ກົມພິທີການທູດ ກະຊວງການຕ່າງປະເທດ ທີ່ໄດ້ຖ່າຍທອດຄວາມຮູ້ ແລະ ປະສົບການຕົວຈິງຢ່າງເລິກເຊິ່ງ, ເຮັດໃຫ້ບັນຍາກາດການຮຽນ-ການສອນມີຄວາມຟົດຟື້ນ ແລະ ມີວິທະຍາສາດ. ເຖິງຢ່າງໃດກໍຕາມ, ບົດສະຫຼຸບຍັງໄດ້ຊີ້ໃຫ້ເຫັນດ້ານອ່ອນ ທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ ເປັນຕົ້ນແມ່ນຂໍ້ຈຳກັດດ້ານເວລາໃນການສົນທະນາແລກປ່ຽນ.

         ການຝຶກອົບຮົມຄັ້ງນີ້ຖືເປັນບາດກ້າວສຳຄັນໃນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີຄວາມສາມາດໃນການເຊື່ອມໂຍງກັບສາກົນ. ການກຳແໜ້ນແນວທາງການຕ່າງປະເທດຂອງພັກ ແລະລັດ, ບວກກັບມາລະຍາດທາງສັງຄົມທີ່ຖືກຕ້ອງ ຈະຊ່ວຍຍົກສູງບົດບາດ ແລະ ອິດທິພົນຂອງ ສມປຊ ໃນເວທີສາກົນ. ດັ່ງທີ່ມີການຖອດຖອນບົດຮຽນວ່າ“ວຽກງານພິທີການ ແລະ ພົວພັນຕ່າງປະເທດ ບໍ່ແມ່ນການເຮັດໃຫ້ຕົນເອງເດັ່ນ, ແຕ່ແມ່ນການເຮັດໃຫ້ແຂກຂອງເຮົາຮູ້ສຶກມີກຽດ ແລະ ສະບາຍໃຈທີ່ສຸດ”.

         ໃນພິທີປິດ, ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ ໄດ້ກ່າວເນັ້ນໜັກໃຫ້ບັນດານັກສໍາມະນາກອນທຸກທ່ານ ຈົ່ງນຳເອົາບົດຮຽນ ແລະປະສົບການທີ່ໄດ້ຮັບໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ມີປະສິດທິຜົນສູງ. ພ້ອມທັງຊຸກຍູ້ໃຫ້ມີການຝຶກອົບຮົມໃນລັກສະນະນີ້ຢ່າງຕໍ່ເນື່ອງ ເພື່ອຍົກສູງຂີດຄວາມສາມາດ ຂອງພະນັກງານ-ຄູອາຈານ ໃຫ້ທັນກັບສະພາບການຜັນແປຂອງໂລກໃນປັດຈຸບັນ.

ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ລຳພູນ ຖຸນໄຊຍາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ