ໃນຕອນເຊົ້າ ຂອງວັນທີ 28 ກຸ່ມພາ 2026 ເວລາ 7:00 ນາທີ ທີມງານລົງກໍ່ສ້າງຮາກຖານການເມືອງ ນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XXI ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈຸ 1 ຈຸ ບ້ານນາພຶງ ເມືອງເຟືອງ ແຂວງວຽງຈັນ ໄດ້ນໍາພາອົງກຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນພາຍໃນບ້ານນາພຶງໄດ້ສ້າງຂະບວນການອອກແຮງງານລວມ ອະນາໄມ້ເກັບຂີ້້ເຫຍື້ອຕາມເສັ້ນທາງຫຼວງ ໃນຂອບເຂດບ້ານຮັບຜິດຊອບ, ຕາມເສັ້ນທາງສອຍເຂົ້າພາຍໃນບ້ານ ເພື່ອເຮັດໃຫ້ບໍລິເວນດັ່ງກ່າວມີຄວາມລະບຽບ ຮຽບຮ້ອຍ, ສວຍສົດງົດງາມສະອາດ ແລະຈົບງາມພາຍໃນ ຂອບເຂດບ້ານ ຢ່າງມີຄວາມຫາວຫັນ ແລະ ເປັນຂະບວນການຟົດຝືນເພື່ອເປັນການຂໍ່ານັບຮັບຕອນວັນສ້າງຕັ້ງແມ່ຍິງສາກົນ ວັນທີ 8 ມີນາ 2026 ຄົບຮອບ 116 ປີ ແລະການຈັດງານບຸນປະເພນີ(ບຸນບ້ານ) ທີ່ຈະມາເຖິງນີ້ ໃນການອອກແຮງງານຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດແມ່ນ 118 ທ່ານ, ຍິງ 93 ທ່ານ ໃນການອອກແຮງງານຄັ້ງນີ້ ໄດ້ສ້າງຄວາມສາ ມັກຄີພາຍໃນບ້ານຈຶ່ງເຮັດໃຫ້ມີຄວາມສໍາເລັດໃນການອອກແຮງງານລວມຄັ້ງນີ້ໄປໂດຍດີ.





ຂ່າວໂດຍ: ຄໍາຈັນ ສີປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
