ໃນຕອນແລງວັນທີ 23 ກຸມພາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດຕັ້ງພິທີອັນມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແລະ ການເມືອງຂຶ້ນ ເຊິ່ງລວມມີການປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ແລະ ພິທີສະເຫຼີມ ສະຫຼອງວັນສ້າງຕັ້ງ ສມປຊ ຄົບຮອບ 31 ປີ (27 ກຸມພາ 1995 – 27 ກຸມພາ 2026).

         ພິທີອັນສະຫງ່າລາສີນີ້ ໄດ້ຮັບກຽດປາຖະກະຖາ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ ແລະສະຫາຍ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໂດຍມີບັນດາສະຫາຍຄະນະພັກ, ຄະນະອຳນວຍການ, ພະນັກງານອາວຸໂສບຳນານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທົ່ວສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ.

       ໃນພິທີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ປາຖະກະຖາຫວນຄືນມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ທີ່ໄດ້ຮັບການປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ.

         ກອງທັບປະຊາຊົນລາວ ແມ່ນກອງທັບປະຕິວັດ ທີ່ກຳເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ. ກອງທັບເຮົາຢຶດໝັ້ນລັດທິ ມາກ-ເລນິນ, ມີທາດແທ້ຂອງຊົນຊັ້ນກຳມະກອນ ແລະ ເປັນເຄື່ອງມືອັນແຫຼມຄົມ ຂອງພັກຢ່າງແທ້ຈິງ. ຕະຫຼອດໄລຍະ 77 ປີ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ , ກອງທັບເຮົາໄດ້ສ້າງວິລະກຳອັນລ້ຳເລີດ ໃນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ. ກອງທັບໄດ້ຍາດໄຊຊະນະໃນບັ້ນຮົບປະຫວັດ ສາດຫຼາຍຄັ້ງ ເປັນຕົ້ນແມ່ນ ບັ້ນຮົບປົດປ່ອຍຫຼວງນໍ້າທາ ປີ 1962, ບັ້ນຮົບນໍ້າບາກ ແລະ ບັ້ນຮົບຜາຖີ່ ປີ 1968, ບັ້ນຮົບກູ້ກຽດ ປີ 1969-1971 ແລະ ບັ້ນຮົບລາມເຊີນ 719 ປີ 1971. ເພື່ອເປັນການຢັ້ງຢືນເຖິງຜົນງານອັນໃຫຍ່ຫຼວງດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ຕົກລົງມອບຫຼຽນໄຊຄໍາແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງຊາດລາວ ໃຫ້ແກ່ກອງທັບປະຊາຊົນລາວ ເຖິງ 5 ໜ່ວຍ ໃນໄລຍະຜ່ານມາ. ໃນໄລຍະໃໝ່ ຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກອງທັບຍັງສືບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອທາດແທ້ປະຕິວັດ, ຕັ້ງໜ້າປຸກລະດົມທົ່ວປວງຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເພີ່ມທະວີການນໍາພາຂອງພັກ ເພື່ອສ້າງກອງທັບໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງຮອບດ້ານ.

       ນອກຈາກການຫວນຄືນມູນເຊື້ອກອງທັບແລ້ວ, ສະຫາຍ ປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ ຜ່ານບົດສະຫຼຸບຜົນງານ 31 ປີ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ນັບຕັ້ງແຕ່ໄດ້ມີການປ່ຽນຊື່ມາເປັນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນປີ 1995, ສະຖາບັນໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງກ້າວກະໂດດ ທັງທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອກາຍເປັນສູນກາງແຫ່ງການບຳລຸງ, ກໍ່ສ້າງພະນັກງານ ແລະ ຄົ້ນຄວ້າທິດສະດີ ມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ຂອງພັກ ແລະ ລັດ.

  • ດ້ານການຈັດຕັ້ງ: ກົງຈັກໄດ້ຂະຫຍາຍຕົວຈາກ 4 ໜ່ວຍງານທຽບເທົ່າກົມ ທີ່ມີພະນັກງານ ແລະ ຄູ-ອາຈານພຽງ 87 ຄົນ (ກ່ອນປີ 1995) ມາເປັນ 12 ໜ່ວຍງານທຽບເທົ່າກົມໃນປັດຈຸບັນ (ປີ 2026), ໂດຍມີພະນັກງານ-ລັດຖະກອນ ທັງໝົດ 199 ທ່ານ.
  • ດ້ານການສຶກສາ ແລະ ຫຼັກສູດ: ໄດ້ພັດທະນາຫຼັກສູດຢ່າງຕໍ່ເນື່ອງ ເຊິ່ງລວມມີ ຫຼັກສູດລະບົບບຳລຸງ 5 ຫຼັກສູດ, ລະບົບຝຶກອົບຮົມ 12 ຫຼັກສູດ ແລະ ລະບົບກໍ່ສ້າງ 5 ຫຼັກສູດ (ລວມ 7 ສາຂາ) ທັງໃນລະດັບຂັ້ນຕົ້ນ, ຂັ້ນກາງ, ຂັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ. ພິເສດ, ຍັງໄດ້ສູ້ຊົນສະເໜີຂັ້ນເທິງສ້າງຫຼັກສູດປະລິນຍາເອກ 4 ສາຂາ ແລະ ໄດ້ຮັບການຮັບຮອງແລ້ວ 2 ສາຂາ ຄື: ສາຂາປັດຊະຍາ ແລະ ເສດຖະສາດການເມືອງ.
  • ດ້ານການຄົ້ນຄວ້າວິທະຍາສາດ: ໄດ້ເປັນເຈົ້າການໃນການຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໂດຍສາມາດດໍາເນີນການຄົ້ນຄວ້າແລ້ວ 24 ຂົງເຂດວຽກງານ ແລະ ຈັດພິມສຳເລັດແລ້ວ 8 ຂົງເຂດວຽກງານ. ນອກນີ້, ຍັງໄດ້ຮ່ວມມືກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແປປື້ມນິພົນເລືອກເຟັ້ນ ກ.ມາກ, ຟ.ອັງແກນ, ວ.ອ ເລນິນ ແລະ ໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ.
  • ດ້ານການພົວພັນສາກົນ: ຍົກລະດັບການພົວພັນຮ່ວມມືກັບສະຖາບັນເພື່ອນມິດຍຸດທະສາດ, ໂດຍສະເພາະ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງອາຄານຫ້ອງຮຽນ, ຫໍພັກ ແລະ ເດີ່ນສວນກິລາ, ລວມເຖິງການຮ່ວມມືກັບໂຮງຮຽນພັກຄອມມູນິດຈີນ ໃນການແລກປ່ຽນຄະນະຜູ້ແທນ ແລະ ວິຊາການ.

         ໃນວາລະໂອກາດອັນສະຫງ່າລາສີນີ້, ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສຳເລັດໃນທຸກໆດ້ານ ທີ່ ສມປຊ ຍາດມາໄດ້ຕະຫຼອດ 31 ປີ. ຢ່າງໃດກໍຕາມ, ຍ້ອນສະພາບການໃນໂລກ ແລະ ພາກພື້ນທີ່ພວມຜັນແປຢ່າງໄວວາ ບວກກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສະຫາຍ ໄດ້ເນັ້ນໜັກ 6 ບັນຫາຈຸດສຸມ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ສະຖາບັນໃນຕໍ່ໜ້າ ດັ່ງນີ້:

  1. ຍົກສູງວຽກງານການເມືອງ-ແນວຄິດ: ຮຽກຮ້ອງໃຫ້ທຸກສະຫາຍ ເພີ່ມທະວີວຽກງານການເມືອງ-ແນວຄິດ, ແກ້ໄຂແນວຄິດຮັກສາເດີມ, ບໍ່ກ້າປ່ຽນແປງ ແລະ ຂາດຄວາມຮັບຜິດຊອບ ເພື່ອສ້າງການຫັນປ່ຽນໃໝ່ທີ່ແຂງແຮງໃນການປະຕິບັດໜ້າທີ່.
  2. ເພີ່ມທະວີຄຸນນະພາບການບຳລຸງ-ກໍ່ສ້າງພະນັກງານ: ຕ້ອງກຳແໜ້ນພາລະບົດບາດ ໃນການບຳລຸງ-ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ສາມາດໝູນໃຊ້ທິດສະດີເຂົ້າໃນພຶດຕິກຳຕົວຈິງ. ຕ້ອງສືບຕໍ່ຈັດຕັ້ງປະຕິບັດຫຼັກສູດປະລິນຍາເອກ ເພື່ອສ້າງນັກວິເຄາະ-ວິໄຈ ແລະ ຄູສອນທິດສະດີການເມືອງທີ່ເກັ່ງກ້າ.
  3. ປ່ຽນແປງໃໝ່ວຽກງານຄົ້ນຄວ້າວິທະຍາສາດ: ຕ້ອງສົມທົບແໜ້ນລະຫວ່າງການຄົ້ນຄວ້າທິດສະດີ ກັບການສະຫຼຸບພຶດຕິກຳ. ສຸມໃສ່ເຮັດໃຫ້ທິດສະດີ ມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ມີຄວາມກະຈ່າງແຈ້ງ ເພື່ອບູລະນະແນວທາງການປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.
  4. ຄວາມຮັບຜິດຊອບຂອງນັກສຶກສາ: ນັກສຶກສາຕ້ອງຖືໂອກາດທີ່ໄດ້ມາຮ່ຳຮຽນຢູ່ສະຖາບັນສູງສຸດຂອງພັກ ເພື່ອຍົກລະດັບຄວາມຮູ້, ຝຶກຝົນຫຼໍ່ຫຼອມຫຼັກໝັ້ນການເມືອງ ແລະ ບຳລຸງສ້າງອຸດົມການປະຕິວັດ ເພື່ອນຳພາປະເທດຊາດໄປສູ່ຄວາມມັ່ງຄັ່ງ, ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທຳ.
  5. ການພັດທະນາພື້ນຖານໂຄງລ່າງ ແລະ ງົບປະມານ: ການພັດທະນາຕ້ອງຢືນຢູ່ບົນພື້ນຖານການປະ ຢັດ ໃນເງື່ອນໄຂເສດຖະກິດ-ການເງິນຝືດເຄືອງ, ໂດຍໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຮອດປີ 2030 ແລະ ຍຸດທະສາດຮອດປີ 2035 ຂອງພັກ.
  6. ຂະຫຍາຍການພົວພັນຕ່າງປະເທດ: ຕ້ອງຍົກສູງການພົວພັນຮ່ວມມືກັບສະຖາບັນຂອງຕ່າງປະເທດເພື່ອນມິດຍຸດທະສາດ ເພື່ອແລກປ່ຽນບົດຮຽນ, ຍາດແຍ່ງການຊ່ວຍເຫຼືອດ້ານພາຫະນະ-ເຕັກນິກ ແລະ ຫັນການຮຽນ-ການສອນໄປສູ່ຄວາມທັນສະໄໝ.

         ໃນຕອນທ້າຍຂອງພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ຮຽກຮ້ອງມາຍັງທົ່ວອົງຄະນະພັກ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກສຶກສາ ຈົ່ງພ້ອມໃຈກັນເປັນໜຶ່ງດຽວ ເພື່ອຈັດຕັ້ງຜັນຂະຫຍາຍ 6 ທິດທາງລວມ, 8 ຄາດ ໝາຍສູ້ຊົນ ແລະ 30 ວຽກງານຈຸດສຸມ ທີ່ກຳນົດໄວ້ໃນແຜນພັດທະນາສະຖາບັນ ປີ 2026 ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງສຸດ.

         ພິທີສະເຫຼີມສະຫຼອງທັງສາມວາລະ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມພາກພູມໃຈ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ, ເປັນການປຸກລະດົມນ້ຳໃຈຮັກຊາດ ແລະ ສືບຕໍ່ນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

                                                      ຂ່າວ ປທ ຕາອັອດ ແສນທະວີສຸກ
ຮູບພາບ: ລຳພູນ ຖຸນໄຊຍາ

                                                    ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ