ໂດຍປະຕິບັດຕາມຄໍາແນະນໍາ ຂອງອົງຄະນະພັກແຂວງ ສະບັບເລກທີ 17/ຄປພຂ, ຊຽງຂວາງ, ລົງວັນທີ 8 ຕຸລາ 2025 ເລື່ອງ: ການໂຄສະນາ-ປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະແຈ້ງການ ຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 96/ຄຈຂ, ຊຽງຂວາງ, ວັນທີ 5 ກັນຍາ 2025 ເລື່ອງ: ການປະຕິບັດຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນຕອນເຊົ້າວັນທີ 15 ຕຸລາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານການໂຄສະນາ-ປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945- 12 ຕຸລາ 2025), ຄໍາແນະນໍາ ກ່ຽວການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະເອກະສານ 3 ອົງການຈັດຕັ້ງມະຫາຊົນ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສີວອນ ບຸດດາຈັນ ເລຂາ ໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂັ້ນກາງ ຮຸ່ນ IV ແລະຜູ້ເຂົ້າຮ່ວມທັງໝົດ 81 ສະຫາຍ, ຍິງ 28 ສະຫາຍ. ໃນພິທີດັ່ງກ່າວຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານຕາມຄໍາແນະນໍາ ຂອງອົງຄະນະພັກແຂວງ ສະບັບເລກທີ 17/ຄປພຂ, ຊຽງຂວາງ, ລົງວັນທີ 8 ຕຸລາ 2025 ເລື່ອງ: ການໂຄສະນາ-ປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະແຈ້ງການ ຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 96/ຄຈຂ, ຊຽງຂວາງ, ວັນທີ 5 ກັນຍາ 2025 ເລື່ອງ: ການປະຕິບັດຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ດັ່ງນັ້ນ ທ່ານ ສີວອນ ບຸດດາຈັນ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກໍໄດ້ຜ່ານເອກະສານໂຄສະນາ-ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ເຊິ່ງໄດ້ໃຫ້ຮູ້ບັນດາປັດໃຈສໍາຄັນທີ່ສ້າງເງື່ອນໄຂ ໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945; ຄວາມໝາຍສໍາຄັນ ວັນປະກາດເອກະລາດ 12 ຕຸລາ 1945; ເສີມຂະຫຍາຍມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ ເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ແລະຜ່ານຄໍາແນະນໍາ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ເຊິ່ງໄດ້ໃຫ້ຮູ້ຈຸດປະສົງ ຄາດໝາຍ; ເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄະນະຮັບຜິດຊອບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ບາດ ກ້າວ, ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະມາດຖານການຈັດຕັ້ງປະຕິບັດ. ພ້ອມນັ້ນ, ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກໍໄດ້ຂຶ້ນຜ່ານເອກະສານໂຄສະນາ-ປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945- 12 ຕຸລາ 2025), ເຊິ່ງໄດ້ໃຫ້ຮູ້ປະຫວັດຄວາມເປັນມາຂອງການທູດລາວ, ຜົນສໍາເລັດ ໃນການເປີດກວ້າງການພົວພັນສາກົນ ຂອງ ສປປ ລາວ, ບາງຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ຈາກການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ແລະຕາງໜ້າຄະນະອົງການຈັດຕັ້ງມະຫາຊົນ ຂອງໂຮງຮຽນ ໄດ້ຂຶ້ນຜ່ານເອກະສານຂໍ້ແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ.




ໃນຕອນທ້າຍພິທີ ທ່ານປະທານ ໄດ້ມີຄໍາເຫັນໂອລົມ ຊຶ່ງໄດ້ເນັ້ນໜັກໃຫ້ພະນັກງານຄູ-ອາຈານ ແລະນັກສຶກສາຕ້ອງກໍາໃຫ້ໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ ແລະເປັນແບບແຜນວິທີທີ່ຈັດຕັ້ງປະຕິບັດໃນກົມກອງ, ພະແນກການ ແລະທ້ອງ ຖິ່ນ ຂອງຕົນໃຫ້ມີປະສິດທິພາບສູງໃນຕໍ່ໜ້າ ເພື່ອໃຫ້ມີຄວາມໝາຍເລິກເຊິ່ງ ແລະກວ້າງຂວາງ ແລະບັນລຸຕາມຄາດໝາຍ.
ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ (ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
