ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025, ຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະສະຫະພັນແມ່ຍິງ ສມປຊ ຕ້ອນຮັບການເຂົ້າອວຍພອນ ຂອງສະຫະພັນແມ່ຍິງກອງທັບ, ກະຊວງປ້ອງກັນປະເທດ ນຳໂດຍ: ທ່ານ ພົຈວ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະເຂົ້າອວຍພອນເນື່ອງໃນໂອກາດວັນຄູແຫ່ງຊາດ.


ໃນພິທີ ໄດ້ໃຫ້ກຽດຕ້ອນຮັບຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ ພ້ອມດ້ວຍ ທ່ານ ຮສ ປອ ນ. ລຳພູນ ດວນສຸວັນ ຄະນະບໍລິຫານງານພັກ ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ພົຈວ ນາງ ໄພວອນ ອິນທະບຸດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ຫ້ອງການສະຫະພັນແມ່ຍິງກອງທັບ ສະແດງຄວາມຊົມເຊີຍ ແລະ ຄຳອວຍພອນ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນຄູແຫ່ງຊາດ ແລະ ອະດີດເປັນນັກສຶກສາ ທີ່ ສມປຊ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການນຳພາ ແລະ ການປະກອບສ່ວນເຂົ້າໃນວຽກງານສຶກສາທີ່ຜ່ານມາ. ການເຂົ້າພົບໃນວັນສຳຄັນເຊັ່ນນີ້ ເປັນການຢືນຢັນຄືນວ່າຜົນງານຂອງຄູ-ອາຈານບໍ່ໄດ້ຖືກຫຼົງລືມ ແລະ ບໍ່ພຽງແຕ່ເປັນພິທີການເທົ່ານັ້ນ ແຕ່ເປັນການສ້າງຂວັນກຳລັງໃຈ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ນັກສຶກສາກັບ ອາຈານ, ມັນເປັນການຢືນຢັນເຖິງຄຸນຄ່າ ຂອງອາຊີບຄູໃນສັງຄົມລາວເຮົາ. ນອກນັ້ນ,ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ພ້ອມດ້ວຍຄະນະໄດ້ສະແດງຄວາມຊົມເຊີຍ ແລະ ມີຄວາມມິຕິຊົມຊື່ນຕໍ່ກັບການມາອວຍ ພອນຄັ້ງນີ້.



ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
