ໃນວັນທີ 9 ຕຸລາ 2025 ກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະຈຳສົກຮຽນ 2024-2025 ແລະ ທິດທາງແຜນການສົກຮຽນ 2025-2026 ຂຶ້ນຢູ່ທີ່ສະໂມສອນໃຫຍ່ ສ ມປຊ ເຊິ່ງກອງປະຊຸມດັ່ງກ່າວດໍາເນີນເປັນເວລາ 1 ວັນ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນຳ, ຫ້ອງການ, ບັນດາກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນ ຄວ້າແນວຄິດ ໄກສອນ ພົມວິຫານ ຕະຫຼອດຮອດພະນັກງານ, ຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.




ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຢູ່ສະຖາບັນໃນໄລຍະ 1 ປີຜ່ານມາຢ່າງພາວະວິໄສໃນແຕ່ລະດ້ານ, ຖອດໄດ້ບັນຫາທີ່ຍັງຄົງຄ້າງ, ສາເຫດ ແລະ ບົດຮຽນໃນການນຳພາ-ຊີ້ນຳ; ກອງປະຊຸມໄດ້ພ້ອມກັນກຳນົດທິດທາງ, ຄາດໝາຍວຽກງານຈຸດສຸມທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນປີຕໍ່ໜ້າ.

ໃນກອງປະຊຸມ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ຂຶ້ນຜ່ານບົດສະຫຼຸບລາຍງານສະພາບລວມ ຂອງ ສມປຊ ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານການເມືອງ-ແນວຄິດ, ທາງຄະນະພັກ, ຄະນະນໍາແຕ່ລະຂັ້ນຂອງສະຖາບັນແມ່ນໄດ້ຖືສໍາຄັນຕໍ່ວຽກງານການເມືອງ-ແນວຄິດ ແລະ ໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທົ່ວສະຖາບັນໂດຍການເຊື່ອມຊຶມນິຕິກໍາຕ່າງໆ ເຮັດໃຫ້ພະນັກງານ, ຄູ-ອາ ຈານ ແລະ ນັກສຶກສາມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ການເມືອງຂອງຕົນສໍາເລັດຕາມແຜນການທີ່ວາງໄວ້.
- ດ້ານການສ້າງຫຼັກສູດຝຶກອົບຮົມໄລຍະ 10ວັນ ເຊັ່ນ: ຫຼັກສູດສື່ມວນຊົນ, ຫຼັກສູດຝຶກອົບຮົມເລຂາການນໍາ, ຫຼັກສູດສໍາລັບພະນັກງານນຳພາ-ຄຸ້ມຄອງຂັ້ນສູງ (15 ວັນ) ເພື່ອກຽມໃສ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຫຼັກສູດລະ ບົບກໍ່ສ້າງໄດ້ສໍາເລັດການສ້າງຫຼັກສູດປະລິນຍາເອກ 4 ສາຂາ (ສາຂາເສດຖະສາດການເມືອງ, ປັດຊະຍາ, ກໍ່ສ້າງພັກ ແລະ ການປົກຄອງ) ແລະໄດ້ນໍາສະເໜີໄປຫາກະຊວງສຶກສາເພື່ອຂໍຮັບການອະນຸມັດຈາກກະຊວງສຶກສາອີກ 2 ສາຂາ ຄື: ສາຂາ ເສດຖະສາດການເມືອງ ແລະ ສາຂາປັດຊະຍາ, ສຳເລັດປັບປຸງຫຼັກສູດປະລິນຍາຕີ 4 ປີ ຈຳນວນ 4 ສາຂາ ຄື: ສາຂາວຽກງານກວດກາ, ສາຂາວຽກງານຈັດຕັ້ງ, ສາຂາວຽກງານໂຄສະນາອົບຮົມ ແລະ ສາຂາວຽກງານອົງການຈັດຕັ້ງມະຫາຊົນ.

– ດ້ານປື້ມຕຳລາຮັບໃຊ້ການຮຽນ-ການສອນ ທີ່ຜ່ານມາໄດ້ຈັດພິມປື້ມກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ VI ຂອງສະຖບັນການເມືອງ ແລະ ການປົກຄອງແຫ່ຊາດ, ບົດສຳມະນາວິທະຍາສາດ ຫົວຂໍ້: ພັດທະນາເສດຖະກິດກະສິກຳ ຢູ່ ສປປລາວ ແລະ ຫົວຂໍ້ເສີມຂະຫຍາຍບົດບາດຂອງສະຫະພັັນແມ່ຍິງ ຢູ່ ສມປຊ. ປື້ມຮັບໃຊ້ການຝຶກອົບຮົມທິດສະດີການ ເມືອງຂັ້ນສູງທັງໝົດ 2 ຊຸດ ຈຳນວນ 180 ຫົວ ແລະໄດ້ຈັດພິມຕາມການສັ່ງຈອງຈາກພາກສ່ວນຕ່າງໆ ລວມທັງໝົດ 18,951 ຫົວ.
– ດ້ານການປະຕິບັດຊົ່ວໂມງການຂຶ້ນຫ້ອງສອນ, ສໍາມະນາ, ແກ້ຂໍ້ຂ້ອງໃຈ ແລະສອບເສັງຢູ່ພາຍໃນສະຖາບັນໄດ້ທັງໝົດ 27.166 ຊົ່ວໂມງ, ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນ 1.975 ຊົ່ວໂມງ ເທົ່າກັບ 7,27% ແລະ ຄູປະຈໍາຊັ້ນ, ປະຈໍາຫ້ອງມີທັງໝົດ 32 ຄົນ, ຍິງ 10 ຄົນ. ການຈັດຕັ້ງເຄື່ອນໄຫວຂອງຄູປະຈໍາຫ້ອງແມ່ນເຮັດໜ້າທີ່ ເປັນເສນາທິການຊ່ວຍວຽກງານການຮຽນ-ການສອນ, ເປັນໃຈກາງປະສານງານ, ຕິດຕາມ, ກວດກາການເຄື່ອນໄຫວຂອງນັກສຶກສາຮອບດ້ານ.
– ດ້ານການຄຸ້ມຄອງຫຼັກສູດ ຢູ່ບັນດາກະຊວງ, ອົງການ ແລະບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ນະຄອນຫຼວງ. ຂັ້ນສູນກາງແມ່ນຄຸ້ມຄອງຫຼັກສູດຫຼັກສູດທິດສະດີຂັ້ນຕົ້ນ (3 ເດືອນ) ໄດ້ທັງໝົດ 08 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 297 ຄົນ, ຍິງ127 ຄົນ. ຂັ້ນທ້ອງຖິ່ນແມ່ນ ຄຸ້ມຄອງຫຼັກສູດຂັ້ນຕົ້ນ, ຂັ້ນກາງໄດ້ທັງໝົດ 68 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 3.464 ຄົນ, ຍິງ 903 ຄົນ. ນອກຈາກນັ້ນ, ໄດ້ຝຶກອົບຮົມຄູການເມືອງພາຍໃນໄດ້ 1ຊຸດ ຈຳນວນ 13 ຄົນຍິງ 7 ຄົນ, ໄປຝຶກອົບຮົມຢູ່ຫວຽດນາມ ໄດ້ 2 ຊຸດ ຈຳນວນ 7 ຄົນ, ຍິງ 2 ຄົນ. ມາຮອດປັດຈຸບັນຄູ-ອາຈານ (ທີ່ກິນເງິນ ເດືອນຄູຕາມດໍາລັດ 202/ລບ) ມີຈໍານວນທັງໝົດ 71 ຄົນ, ຍິງ 27 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2 ຄົນ.
ນອກນັ້ນ, ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ ຜ່ານຮ່າງລະບຽບນັກສຶກສາ ໃນທີ່ປະຊຸມ ເພື່ອເປັນການປັບປຸງເນື້ອໃນໃຫ້ສອດຄ່ອງກັບປັດຈຸບັນ.
ສຳລັບໃນທິດທາງແຜນການສືບຕໍ່ສົກຮຽນ 2025-2026 ກອງປະຊຸມໄດ້ວາງທິດທາງ ແລະເໜັ້ນໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຈຸດສຸມດັ່ງນີ້:
- ປັບປຸງວຽກງານວິຊາການ, ກົມຄຸ້ມຄອງການຮຽນ-ການສອນ, ສືບຕໍ່ປັບປຸງການຈັດຕັ້ງຄຸ້ມຄອງຫຼັກສູດທຸກລະ ບົບໂດຍສະເພາະແມ່ນວຽກງານການອອກຕາຕະລາງ ແລະ ການສົ່ງຄະແນນໃຫ້ມີປະສິດທິຜົນສູງຂຶ້ນເລື້ອຍໆ.
2. ເລັ່ງລັດສ້າງສື່ການສອນ, ບັນດາກົມ, ຄະນະ ແລະ ສູນສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບ ຜິດຊອບສູງ; ເລັ່ງລັດການຂຽນ ແລະ ປັບປຸງປຶ້ມຕຳລາທີ່ຍັງຄົງຄ້າງໃຫ້ສຳເລັດໃຫ້ທັນເວລາ.
3.ເພີ່ມທະວີຄວາມຮັບຜິດຊອບໃນການກວດກາ, ປະສານສົມທົບ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານປິ່ນອ້ອມຫຼັກສູດ ແລະ ນິຕິກຳຕ່າງໆຢ່າງເຂັ້ມງວດ.












ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນບັນດາພະນັກງານ, ຄູ-ອາຈານ ທົ່ວ ສມປຊ ໄດ້ປະ ກອບຄຳຄິດ-ຄຳເຫັນ, ປືກສາຫາລືສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນໄລຍະ 1ປີທີ່ຜ່ານມາ ແລະ ຕອບຄໍາຖາມເຈາະຈີ້ມຢ່າງກົງໄປກົງມາເພື່ອເຮັດໃຫ້ ການຖອດຖອນບົດຮຽນໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນ ແລະ ເກີດຜົນປະໂຫຍດສູງສຸດໃຫ້ແກ່ ສມປຊ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນຕໍ່ໜ້າໃຫ້ມີຜົນສຳເລັດ, ມີຄຸນນະພາບ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດເທື່ອລະກ້າວ.
ໃນວາລະທ້າຍກອງປະຊຸມ ທ່ານ ປະທານກອງປະຊຸມໄດ້ໃຫ້ທິດຊີ້ນຳວ່າ ການສະຫຼຸບຖອດຖອນບົດຮຽນໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນທີ່ສຸດ. ມັນບໍ່ພຽງແຕ່ເປັນການຕີລາຄາຜົນງານຂອງສະຖາບັນເຮົາເທົ່ານັ້ນ, ແຕ່ເປັນການກຳ ນົດທິດທາງເພື່ອສືບຕໍ່ຍົກລະດັບຂີດຄວາມສາມາດ ຂອງ ສມປຊ ໃຫ້ກາຍເປັນສູນກາງບຳລຸງ ແລະ ກໍ່ສ້າງພະນັກງານນຳ ພາຄຸ້ມຄອງທີ່ມີຄຸນນະພາບແທ້ຈິງ. ພະນັກງານ, ຄູ-ອາຈານ ທຸກຄົນແມ່ນກຳລັງຫຼັກທີ່ສຳຄັນໃນການສ້າງສາຍພົວພັນລະ ຫວ່າງ ທິດສະດີກັບພຶດຕິກຳ, ການປັບປຸງຫຼັກສູດ, ການຂຽນປື້ມຕຳລາ ແລະ ການຄຸ້ມຄອງການສອນຂອງພວກເຮົາຈະເປັນການປະກອບສ່ວນໂດຍກົງ ຕໍ່ການສ້າງພະນັກງານຫຼັກແຫຼ່ງທີ່ໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ມີຄຸນສົມ ບັດສິນທຳປະຕິວັດ ແລະ ມີຄວາມຮູ້, ຄວາມສາມາດສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຍຸກໃໝ່.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
