ພິທີປ້ອງກັນບົດຈົບຊັ້ນທິດສະດີຂັ້ນກາງຮຸ່ນທີ 4 ໄດ້ຈັດຂື້ນໃນ ຕອນເຊົ້າຂອງວັນທີ 15 ກັນຍາ 2025 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ສຸປານີ ສິລິປຸ່ນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ. ມີທ່ານ ສົມສັກ ເສົາວະລັດ ຫົວໜ້າໂຮງຮຽນການ ເມືອງ ແລະ ການປົກຄອງແຂວງຈຳປາສັກ, ມີຄູ-ອາຈານ ແລະນັກສືກສາທີ່ປ້ອງກັນບົດເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 10 ທ່ານ.

         ໃນພິທີຄັ້ງນີ້ ທ່ານ ສົມສັກ ເສົາວະລັດ ຫົວໜ້າໂຮງຮຽນ ການເມືອງ ແລະ ການປົກຄອງແຂວງຈຳປາສັກ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດການປ້ອງກັນບົດຈົບຂັ້ນທິດສະດີການເມືອງຂັ້ນກາງ ຮຸ່ນທີ 4 ປີ 2025 ເຊີ່ງໄດ້ຍົກໃຫ້ເຫັນຜົນສຳເລັດການຮຽນ-ການສອນຂອງຄູ-ອາຈານ ແລະ ນັກສືກສາເຊິ່ງໂຄງການຫຼັກສູດການຮຽນ-ການສອນ ຊຸດຮຽນລະບົບຂັ້ນກາງໄດ້ແບ່ງອອກເປັນ: 6 ພາກວິຊາຄື: ວິຊາປັດຊະຍາມາກ-ເລນິນ, ວິຊາເສດຖະສາດການເມືອງ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາການປົກຄອງ, ວິຊາແນວຄິດ ໄກສອນ ພົມວິຫານ ແລະວິຊາກໍ່ສ້າງພັກ ເຊິ່ງໃຊ້ເວລາໃນການຮຽນ-ການສອນເປັນເວລາ 6 ເດືອນ. ມາຮອດວັນທີ 15-16 ກັນຍາ 2025 ຈຶ່ງໄດ້ຈັດພິທີປ້ອງກັນບົດເພື່ອເປັນການທົບທວນຄືນຄວາມຮູ້, ຄວາມສາມາດຂອງນັກສືກທີ່ໄດ້ຮໍ່າຮຽນໃນໄລຍະທີ່ຜ່ານມາ ເພື່ອນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ ແລະ ຈັດຕັ້ງປະຕິບັດໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີຜົນສຳເລັດສູງ ໃນໂອກາດນີ້ ທ່ານ ສຸປານີ ສິລິປຸ່ນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ກໍ່ໄດ້ມີຄຳເຫັນໂອລົມຕໍ່ຄູ-ອາຈານ ແລະນັກສືກສາ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານ, ຄູ-ອາຈານ, ຄະນະຮັບຜິດຊອບຊຸດຮຽນ ແລະນັກສຶກສາ ທີ່ໄດ້ພ້ອມກັນສໍາເລັດໃນການຮໍ່າຮຽນ, ມີຄວາມຮັບຜິດຊອບສູງ, ຕັ້ງໃຈສິດສອນ ແລະຂຶ້ນຫ້ອງສິດສອນ ນໍາເອົາຄວາມຮູ້, ຄວາມສາມາດ ເພື່ອນໍາໃຊ້ເຂົ້າໃນການຂຽນບົດເກັບກ່ຽວຈົບຂັ້ນ ໂດຍສະເພາະແມ່ນຮູ້ນໍາໃຊ້ວິທີວິທະຍາ, ວິທີວັດຖຸນິຍົມສັດຈະວິພາກ ຂອງທິດສະດີມາກ-ເລນິນ ແລະວິທີການສະຫຼຸບສັງລວມ

ຂ່າວ/ພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ

ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ