ໃນຕອນເຊົ້າຂອງວັນທີ 5 ກັນຍາ ປີ 2025 ນັກສຶກສາທິດສະດີການເມືອງລະບົບຂັ້ນຕົ້ນ ຮຸ່ນທີ II ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງເຄື່ອນໄຫວທັດສະນະສຶກສາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈໍານວນ 30 ທ່ານ, ຍິງ 9 ທ່ານ. ໂດຍການນຳພາ ຂອງ ທ່ານ ບົວຂາວ ຂຸນພຣະຍາ ຮອງຫົວໜ້າສະຖາບັນ ໂຍທາທິການ ແລະ ຂົນສົ່ງ.

ຕໍ່ກັບການລົງເຄື່ອນໄຫວຂອງຄະນະນັກສຶກສາໃນຄັ້ງນີ້ ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍພະນັກງານ, ຄູ-ອາຈານພາກສ່ວນທີ່ກ່ຽວຂ້ອງໄດ້ໃຫ້ການຕ້ອນຮັບ ພ້ອມທັງນຳສະເໜີພາລະບົດບາດ ແລະໜ້າທີ່ຂອງ ສມປຊ ແມ່ນອົງການວິຊາການທີ່ຂຶ້ນກັບຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ; ຢູ່ໃຕ້ການນຳພາ-ຊີ້ນຳໂດຍກົງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ມີຖານະທຽບເທົ່າກັບບັນດາຄະນະຕ່າງໆ ຂອງພັກຂັ້ນສູນກາງ ແລະ ກະຊວງອົງການຕ່າງໆ ຂອງລັດຖະບານ ແລະມີພາລະບົດ ບາດໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ວິທະຍາສາດການເມືອງ ແລະ ການປົກຄອງ, ວິ ທະຍາສາດການນຳພາ-ຄຸ້ມຄອງ, ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນດ້ານວິທະຍາສາດໃຫ້ ແກ່ການວາງແນວ ທາງ, ນະໂຍບາຍຂອງພັກ ແລະລັດ.





ພ້ອມກັນນັ້ນ, ທ່ານ ປທ ນວນແສງ ຄຳມີໄຊ ຫົວໜ້າພະແນກຄຸ້ມຄອງລະບົບບຳລຸງ ໄດ້ນຳພານັກສຶກສາທ່ຽວຊົມຫ້ອງມູນເຊື້ອ ສມປຊ ເພື່ອໃຫ້ນັກສຶກສາຮັບຮູ້ປະຫວັດຄວາມເປັນມາໄດ້ຢ່າງເລິກເຊິ່ງ ແລະຄົບຖ້ວນໂດຍເປັນກຽດບັນ ຍາຍຂອງ ທ່ານ ປທ ນ. ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດ ສມປຊ.





ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
