ໃນຕອນເຊົ້້າວັນທີ 4 ກັນຍາ 2025 ທີ່ຫ້ອງຮຽນຊັ້ນ 2 ຕຶກ 5 ຊັ້ນໄດ້ຈັດພິທີປິດຝຶກອົບຮົມຄູ ການນໍາໃຊ້ສື່ການສອນພາສາອັງກິດ ELGO ໃຫ້ແກ່ຄູສອນພາສາອັງກິດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໃຫ້ກຽດເປັນປະທານ ໂດຍ: ທ່ານ ປທ ນາງຄໍາຫຼ້າ ແກ້ວອຸ່ນຄໍາ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຈາກສະຖາບັນລາວອົດສະຕາລີ ປະຈໍາ ສປປ ລາວ, ຕາງໜ້າກົມຈັ້ດຕັ້ງ-ພະນັກງານ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 10 ທ່ານ.

ໃນພິທີ ທ່ານ ປອ ພູວອນ ສີທົນທອງດໍາ ຫົວໜ້າພະແນກພົວພັນຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການຝຶກອົບຮົມການສອນພາສາອັງກິດໃຫ້ແກ່ຄູ-ອາຈານ ສມປຊ ວ່າ: ຊຸດຝຶກອົບຮົມການສອນພາສາອັງກິດ ໃນຄັ້ງນີ້ໄດ້ຈັດຂຶ້ນທີ່ ສມປຊ ໂດຍການຊ່ວຍເຫຼືອດ້ານວິຊາການຈາກສະຖາບັນລາວ-ອົດສະຕຣາລີ, ຊຸດຝຶກອົບຮົມ ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 17 ມິຖຸນາ 27 ສິງຫາ 2025 ລວມເປັນເວລາ 22 ວັນ ໂດຍມີນັກ ຝຶກອົບຮົມທີ່ເປັນຄູ-ອາຈານສອນພາສາອັງກິດພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດ ເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 6 ທ່ານ ແລະຊ່ຽວຊານພາສາອັງກິດ 01 ທ່ານ. ການຝຶກອົບຮົມໄດ້ທວນຄືນບັນດາຫຼັກການສອນ ແລະ ການ ນໍາໃຊ້ປື້ມ ELGO 1 ແລະ ELGO 2, ເຊິ່ງຊ່ຽວຊານ ກໍ່ຄືຄູຝຶກພາສາອັງກິດ ໄດ້ນໍາສະເໜີວິທີການຢ່າງລະອຽດ ເພື່ອເປັນການທົບທວນຄືນ ໃຫ້ແກ່ນັກຝຶກອົບຮົມ ເຮັດໃຫ້ນັກຝຶກອົບຮົມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບບົດຮຽນທີ່ຕົນໄດ້ຝຶກອົບຮົມ ໃນໄລຍະຜ່ານມາ ເປັນຕົ້ນການນໍາໃຊ້ຄູມື, ວິທີການສອນ, ການສອບເສັງວັດລະດັບນັກສຶກສາ ແລະ ການສອບເສັງປະເມີນຈົບ ELGO ໂດຍສະເພາະວິທີການໃຫ້ຄະແນນພາກຂຽນເວລາກວດບົດສອບເສັງຄູຝຶກພາສາອັງກິດ ໄດ້ນໍາພາທົດລອງການໃຫ້ຄະແນນຕົວຈິງ ເຮັດໃຫ້ນັກຝຶກອົບຮົມເຂົ້າໃຈຕື່ມ ແລະ ສາມາດນໍາໃຊ້ຄູ່ມືການໃຫ້ຄະນະແນນໄດ້ຢ່າງມີປະສິດທິພາບ. ນັກຝຶກອົບຮົມໄດ້ຂຶ້ນຫ້ອງສອນທົດລອງແບບຕົວຈິງ ພ້ອມທັງໄດ້ຮັບຄໍາຕຳນິຕິຊົມຢ່າງກົງໄປກົງ ມາຈາກຊ່ຽວຊານ ແລະ ນັກຝຶກອົບຮົມດ້ວຍກັນຕໍ່ການສິດສອນໃນແຕ່ລະຄັ້ງ ເຮັດໃຫ້ຜູ້ທີ່ຂຶ້ນສອນທົດລອງຮັບຮູ້ໄດ້ເຖິງຈຸດດີ ແລະ ຈຸດອ່ອນທີ່ຕົນຕ້ອງທີ່ຈະໄດ້ປັບປຸງ ແລະແກ້ໄຂ.


ໃນພິທີທ່ານ ນາງ ດາລາວຽງ ທິລະເດດຜູ້ປະສານງານແຜນງານ ຝ່າຍພັດທະນາຊັບພະຍາກອນມະນຸດສະ ຖານທູດອົດສະຕາລີ ປະຈໍາລາວ ຂຶ້ນມີຄໍາເຫັນຕໍ່ຊຸດຝຶກອົບຮົມຄື: ການຝຶກອົບຮົມຄັ້ງນີ້ໄດ້ສົ່ງຜົນໄດ້ຮັບຫຼາຍຢ່າງເຊັ່ນ: ບົດຮຽນທີ່ໄດ້ຮັບຈາກການຝຶກສອນຕົວຈິງ ແລະ ນໍາເອົາບົດຮຽນທີ່ໄດ້ຈາກການຝຶກສອນນັ້ນມາປັບປຸງການຂຶ້ນຫ້ອງສິດສອນຂອງຕົນ ແລະຊ່ວຍໃຫ້ນັກຝຶກອົບຮົມຮູ້ຈັກດັດປັບການສິດສອນແບບເກົ່າ ແລະແບບໃໝ່ມາຮັບໃຊ້ໃນການສິດສອນຂອງຕົນ ເພື່ອຈະຮອງຮັບກັບສິ່ງທ້າທາຍຕ່າງໆ ທີ່ອາດຈະເກີດຂຶ້ນໃນຫ້ອງຮຽນ, ບັນດາຄູຝຶກໄດ້ເພີ່ມຄວາມໜັ້ນໃຈເຮັດການສອນຂອງຕົນເອງມີຄຸນນະພາບດີຂຶ້ນ. ນອກຈາກນັ້ນ, ແລ້ວທ່ານ ນາງ ວິມາລາ ເດດວົງສາ ຮັກສາການຜູ້ອໍານວຍການສະຖາບັນອົດສະຕາລີ ປະຈໍາລາວ ກໍ່ໄດ້ຂຶ້ນມີຄໍາເຫັນຕໍ່ຊຸດຝຶກອົບຮົມຄື: ຂໍຊົມ ເຊີຍນັກຝຶກອົບຮົມທຸກທ່ານ ທີໄດ້ຮຽນຜ່ານຫຼັກສູດດັ່ງກ່າວ ເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມຢ່າງສຸດກົກສຸດປາຍ ແລະຊົມເຊີຍມາຍັງຄູຝຶກທີ່ຖ່າຍທອດບົດຮຽນຈົນສຸດຄວາມສາມາດ.
ໃນຕອນທ້າຍພິທີ ປະທານໄດ້ມີຄໍາເຫັນຕໍ່ໍຊຸດຝຶກອົບຮົມ ແລະເນັ້ນໜັກບາງຈຸດດັ່ງລຸ່ມນີ້:

- ພາຍຫຼັງທີໄດ້ສໍາເລັດການຝຶກອົບຮົມແລ້ວຮຽກຮ້ອງມາຍັງນັກຝຶກອົບຮົມຕ້ອງເອົາໄປຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະຕ້ອງນໍາເອົາບົດຮຽນທີ່ໄດ້ຮຽນມາໄປຂຶ້ນຫ້ອງສອນໃຫ້ມີປະສິດທິພາບສູງທີ່ສຸດ;
- ຕ້ອງຮູ້ຝຶກຜົນຕົນເອງ, ຮູ້ຮໍ່າຮຽນເອົານໍານັກສຶກສາ, ຮູ້ຖອມໂຕ, ຮູ້ອົດທົນ, ປັບປຸງຕົນເອງ ແລະຍົກລະດັບຄວາມສາມາດຂອງຕົນເອງ;
- ການຮຽນ ແລະ ການສອນແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ການພັດທະນາຊັບພະຍາກອນມະນຸດ, ຈົ່ງພະຍາ ຍາມສົ່ງຄວາມຮູ້ໃຫ້ການນໍາທີ່ ມາສຶກສາຮໍ່າຮຽນຈົນສຸດຄວາມສາມາດ. ພ້ອມກັນນັ້ນ, ປະທານກອງປະຊຸມກໍ່ໄດ້ກ່າວຄໍາຂອບໃຈມາຍັງສະຖານທູດອົດສະຕາລີ ປະຈໍາຢູ່ລາວ, ຄູ-ອາຈານ ທີມາຈາກສະຖາບັນອົດສະຕາລີທີ່ຂຶ້ນຫ້ອງສິດສອນ ແລະຖ່າຍຖອດຄວາມຮູ້ໃຫ້ແກ່ນັກຝຶກອົບຮົມ ແລະຂໍໃຫ້ສືບຕໍ່ສົ່ງຄວາມຮູ້ແບບນີ້ຕໍ່ໄປເລື້ອຍໆ.

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
